ຄະນະຮັບຜິດຊອບຊີ້ນຳຂັ້ນແຂວງ ໄດ້ຄາດການ ໃນປີ ທ່ອງທ່ຽວລາວ 2024 ທີ່ກຳລັງຈະມາຮອດນີ້ ຜົ້ງສາລີ ຈະສາມາດດຶງດູດນັກທ່ອງທ່ຽວ ເຂົ້າມາໄດ້ ຫຼາຍກວ່າ 128.000 ເທື່ອຄົນ ແລະ ສ້າງລາຍຮັບຈາກການທ່ອງທ່ຽວໃຫ້ໄດ້ 345 ຕື້ກີບ.
ກອງປະຊຸມຄະນະຊີ້ນຳລະດັບແຂວງ ເພື່ອກະກຽມຈັດປີທ່ອງທ່ຽວລາວ 2024 ຂອງແຂວງຜົ້ງສາລີໄດ້ຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍມີທ່ານ ຄຳເຫຼັກ ໃຈອີສານ ຮອງເຈົ້າແຂວງ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນຳຂັ້ນແຂວງ ເພື່ອກະກຽມຈັດກິດຈະກຳປີທ່ອງທ່ຽວລາວ 2024 ເປັນປະທານ.

ທ່ານ ສົມຕຸ້ຍ ພົມມະວົງໄຊ ຫົວໜ້າຂະແໜງທ່ອງທ່ຽວ ແຂວງຜົ້ງສາລີລາຍງານໃຫ້ຮູ້ວ່າ: “ເພື່ອປຶກສາຫາລື ແລະ ກະກຽມຄວາມພ້ອມໃນການຈັດປີທ່ອງທ່ຽວ 2024 ເພື່ອດຶງດູດນັກທ່ອງທ່ຽວພາຍໃນ-ຕ່າງປະເທດ ເຂົ້າໄປທ່ອງທ່ຽວແຂວງຜົ້ງສາລີໃຫ້ນັບມື້ນັບເພີ່ມຂຶ້ນ, ຄາດວ່າຈະມີນັກທ່ອງທ່ຽວ ເຂົ້າໄປທ່ຽວແຂວງຜົ້ງສາລີ ຫຼາຍກວ່າ 128.000 ເທື່ອຄົນ ສ້າງລາຍຮັບໃຫ້ໄດ້ 345 ຕື້ກີບ”.
ກອງປະຊຸມໄດ້ ຄົ້ນຄວ້າ, ປຶກສາຫາລື ແລະ ເຫັນດີກໍານົດເອົາ “ເທສະການອາຫານເຜົ່າ ແລະ ດື່ມນ້ຳຊາ” ເປັນກິດຈະກໍາລະດັບແຂວງເພື່ອສົ່ງເສີມປີທ່ອງທ່ຽວລາວ 2024; ພ້ອມທັງຊຸກຍູ້ສົ່ງເສີມໃຫ້ຫົວໜ່ວຍທຸລະກິດການທ່ອງທ່ຽວຂອງແຂວງ ເລັ່ງຟື້ນຟູ, ປັບປຸງ ແລະ ຍົກລະດັບພື້ນຖານໂຄງລ່າງດ້ານການທ່ອງທ່ຽວບາງແຫ່ງໃຫ້ດີຂຶ້ນ; ສືບຕໍ່ຜັນຂະຫຍາຍວຽກງານ 6 ທາງອອກຂອງແຂວງ ໂດຍສະເພາະແມ່ນທາງອອກທີ 5 ຫັນໄປເຮັດອຸດສາຫະກໍາການທ່ອງທ່ຽວໃຫ້ບັນລຸຜົນສຳເລັດຕາມແຜນການທີ່ວາງໄວ້ ແນໃສ່ ປະກອບສ່ວນເຂົ້າໃນການອະນຸລັກປົກປັກຮັກສາ ແລະ ສົ່ງເສີມຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າ, ສົ່ງເສີມຜະລິດຕະພັນຕ່າງໆ ຂອງປະຊາຊົນເຊັ່ນ: ການຜະລິດດ້ານກະສີກໍາ, ຫັດຖະກໍາ, ໂອດ໋ອບ ແລະ ເຄື່ອງຈັກສານ ເພື່ອສ້າງລາຍໄດ້ໃຫ້ປະຊາຊົນບັນດາເຜົ່າໃຫ້ນັບມື້ນັບຫຼາຍຂຶ້ນ.
ແຂວງຜົ້ງສາລີ ມີຊາຍແດນຕິດກັບປະເທດຈີນ ທິດເໜືອ ແລະ ທິດຕາເວັນອອກ ຕິດກັບ ສສ ຫວຽດນາມ. ພູມສັນຖານຂອງແຂວງສ່ວນຫຼາຍແມ່ນຢູ່ໃນລະດັບສູງ, ສົ່ງຜົນໃຫ້ສະພາບອາກາດທີ່ເຢັນ ແລະ ສົດໃສ.
ແຂວງຜົ້ງສາລີ ເປັນບ້ານຂອງ 28 ຊົນເຜົ່າ, ໃນນັ້ນ ຊົນເຜົ່າ ຂະມຸ, ພູນ້ອຍ, ອາຄາ, ໄຕລື້ ແລະ ຮໍ, ແຕ່ລະເຜົ່າມີວັດທະນະທໍາ, ຮີດຄອງປະເພນີ, ແບບການນຸ່ງຖື ແລະ ພາສາຂອງເຜົ່າຕົນ ທີ່ແຕກຕ່າງກັນ ເຮັດໃຫ້ແຂວງຜົ້ງສາລີ ມີວັດທະນະທຳ ແລະ ເອກະລັກທີ່ແຕກຕ່າງອອກໄປຈາກແຂວງອື່ນໆ.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/