ສະເປນຖືໄດ້ວ່າເປັນປະເທດໜຶ່ງທີ່ປະຊາກອນຂອງຕົນເປັນກຸ່ມຄົນນິຍົມສູບຢາສູບຢ່າງໜັກ ເພາະຈາກສະຖິຕິໃນປີ 2020 ທີ່ຊີ້ໃຫ້ເຫັນວ່າ ຊາວສະເປນປະມານ 1 ໃນ 5 ແມ່ນສູບຢາຢູ່ທຸກມື້ ເຊິ່ງຜົນທີ່ຕາມມາກໍຄື ປະລິມານກົ້ນຢາສູບຈຳນວນຫຼວງຫຼາຍທີ່ຍັງຕົກຄ້າງຢູ່ໃນສິ່ງແວດລ້ອມ ແລະ ກາຍເປັນຂີ້ເຫຍື້ອພລາສຕິກທີ່ເປັນພິດ ເຊິ່ງອາດໃຊ້ເວລາຢູ່ຫຼາຍປີໃນການຍ່ອຍສະຫຼາຍ. ດ້ວຍເຫດນັ້ນທາງລັດຖະບານສະເປນເລີຍອອກຂໍ້ບັງຄັບໃໝ່ກ່ຽວກັບສິ່ງແວດລ້ອມ ໂດຍກຳນົດໃຫ້ບໍລິສັດຜູ້ຜະລິດຢາສູບ ຕ້ອງຈ່າຍຄ່າເກັບກວາດກົ້ນຢາສູບເອງ.

ຈາກເຫດຜົນດັ່ງກ່າວທີ່ເຮັດໃຫ້ມີການໃຊ້ກົດໝາຍໃໝ່ ເຊິ່ງຈະເກັບເງິນເພື່ອທຳຄວາມສະອາດກົ້ນຢາສູບຕາມທ້ອງຖະໜົນ ແລະ ຊາຍຫາດ ຈາກບໍລິສັດຜູ້ຜະລິດຢາສູບຂອງສະເປນ ເຊິ່ງມີຜົນບັງຄັບໃຊ້ເມື່ອວັນສຸກທີ 6 ມັງກອນ 2023 ທີ່ຜ່ານມາ ແຕ່ກໍຍັງບໍ່ມີຄວາມຊັດເຈນວ່າຈະນຳໄປປະຕິບັດແນວໃດ ລວມເຖິງຂໍ້ສົງໄສວ່າຄ່າໃຊ້ຈ່າຍທີ່ລັດກຳນົດຂຶ້ນນີ້ຈະຖືກຍູ້ພາລະໄປຕົກທີ່ຜູ້ບໍລິໂພກຫຼືບໍ່.
ຢ່າງໃດກໍຕາມ ການສືກສາໃນເຂດຄາຕາລູນຍາຂອງສະເປນຊີ້ວ່າ ລັດຕ້ອງຈ່າຍຄ່າທຳຄວາມສະອາດກົ້ນຢາສູບເທິງຖະໜົນ ສະເລ່ຍ 18-21 ຢູໂຣ (647-755) ຕໍ່ຄົນຕໍ່ປີ ແລະ ຄ່າທຳຄວາມສະອາດກົ້ນຢາສູບຈະຍິ່ງແພງຂຶ້ນຫາກຢູ່ໃຫ້ພື້ນທີ່ຊາຍຝັ່ງທະເລ.

ນອກຈາກເລື່ອງຄວາມສະອາດແລ້ວ ເຫດຜົນດ້ານສິ່ງແວດລ້ອມກໍມີສ່ວນສຳຄັນທີ່ເຮັດໃຫ້ກົດໝາຍໃໝ່ນີ້ຖືກບັງຄັບໃຊ້ ເພາະກົ້ນຢາສູບສ່ວນໃຫຍ່ມີໄສ້ກອງທີ່ເຮັດຈາກເສັ້ນໃຍ ເຊິ່ງເປັນພລາສຕິກຊີວະພາບຊະນິດໜຶ່ງທີ່ຕ້ອງໃຊ້ເວລາໃນການຍ່ອຍສະຫຼາຍ.
ສຳລັບຂໍ້ບັງຄັບນີ້ຖືສ່ວນໜຶ່ງຂອງກົດໝາຍທີ່ອອກຕັ້ງແຕ່ເມື່ອປີທີ່ຜ່ານມາ ເຊິ່ງຫ້າມໃຊ້ພລາສຕິກແບບໃຊ້ຄັ້ງດຽວຖິ້ມ ເຊັ່ນ: ບ່ວງ, ສ້ອມ, ທໍ່ດູດ, ໂຟມ ເປັນຕົ້ນ ເພື່ອໃຫ້ສອດຄ່ອງໄປຕາມຄຳສັ່ງຂອງສະຫະພາບຢູໂຣບ ທີ່ມີເປົ້າໝາຍໃຫ້ຜູ້ກໍ່ມົນລະພິດຮ່ວມຮັບຜິດຊອບ.

ແລະໃນໄລຍະຫຼາຍປີທີ່ຜ່ານມານັ້ນ ລັດຖະບານສະເປນມີຄວາມພະຍາຍາມຄວບຄຸມໃນຝັ່ງຂອງຜູ້ສູບເຊັ່ນກັນ ຕົວຢ່າງການອອກກົດໝາຍເທິງຊາຍຫາດສາທາລະນະທຸກແຫ່ງຂອງນະຄອນບາເຊໂລນາ ຫາກໃຜຝ່າຝືນຈະຖືກປັບໃໝ 30 ຢູໂຣ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/