ຮຽນແບບໄດ້ດີ! Goose Goose Duck ເກມແນວກວນໆ ທຳລາຍສະຖິຕິສ້າງຜູ້ຫຼິ້ນສູງສຸດພ້ອມກັນ ແຊງໜ້າຕົ້ນສະບັບຢ່າງ Among Us ແລ້ວ

ຮຽນແບບໄດ້ດີ

ເອີ້ນໄດ້ບໍ່ວ່າເປັນສິດລົ້ມຄູ ເພາະຫຼ້າສຸດ Goose Goose Duck ເກມແນວສືບສວນສອບສວນ ແບບກວນໆ ທີ່ມີຕົ້ນແບບ ມາຈາກ Among Us ເກມທີ່ເຄີຍເປັນກະແສຢູ່ໄລຍະໜຶ່ງ ໄດ້ທຳລາຍສະຖິຕິສ້າງຜູ້ຫຼິ້ນສູງສຸດພ້ອມກັນໄດ້ ແຊງໜ້າເກມຕົ້ນສະບັບຢ່າງ Among Us ໄປແລ້ວ ດ້ວຍຈຳນວນ 640.324 ຄົນ.

Goose Goose Duck ເປັນເກມທີ່ຜູ້ຫຼິ້ນຫຼາຍຄົນຈະຕ້ອງຮ່ວມມືກັນໃນການເຮັດວຽກເປັນທີມ ຫຼື ພາລະກິດຕ່າງໆໃນຍານອະວະກາດ ແຂ່ງຂັນກັບເວລາ ແຕ່ໃນທີມທີ່ເຮັດພາລະກິດນັ້ນຈະມີຜູ້ຫຼິ້ນ 1 ຫາ 2 ຄົນທີ່ຈະກາຍເປັນ Imposters ຜູ້ແອບແຝງ ຫຼື ຜູ້ທໍລະຍົດ ທີ່ຈະໄດ້ຮັບໜ້າທີ່ ໃນການພະຍາຍາມຂັດຂວາງພາລະກິດຂອງໝູ່ໆທີ່ເຫຼືອ ບໍ່ໃຫ້ເຮັດໄດ້ທັນເວລານັ້ນເອງ.

ຮຽນແບບໄດ້ດີ

ເວົ້າງ່າຍໆ Goose Goose Duck ກໍແມ່ນເກມ Among Us ທີ່ປ່ຽນຕົວລະຄອນຈາກ ນັກອະວະກາດຕົວນ້ອຍ ຊຸດສີແດງ ສີເຫຼືອງ ມາເປັນ ເປັດກັບຫ່ານເທົ່ານັ້ນ. ແຕ່ດ້ວຍແນວຄິດແບບງ່າຍໆນີ້ ແລະ ການອອກແບບຕົວລະຄອນທີ່ມີຄວາມໜ້າຮັກ ມີຄວາມກວນໆຢູ່ໜ້ອຍໜຶ່ງ ເຮັດໃຫ້ Goose Goose Duck ໄດ້ຮັບກະແສຕອບຮັບທີ່ດີເກີນຄາດ ຈົນສາມາດທໍາລາຍສະຖິຕິຂອງເກມຕົ້ນສະບັບໄດ້ນັ້ນເອງ.

ຮຽນແບບໄດ້ດີ

ໂດຍ Goose Goose Duck ໄດ້ມີການເປີດໃຫ້ຫຼິ້ນຟຣີ ຜ່ານ Steam ຕັ້ງແຕ່ປີ 2021 ຈົນມາໄດ້ຮັບຄວາມນິຍົມສູງສຸດໃນທ້າຍປີ 2022 ກ່ອນຈະມາທຳລາຍສະຖິຕິສ້າງຜູ້ຫຼິ້ນສູງສຸດພ້ອມກັນໄດ້ 640.324  ຄົນ ໃນຕົ້ນປີ 2023 ແຊງໜ້າ Among Us ທີ່ເຄີຍເຮັດໄດ້ເມື່ອ 2 ປີ ກ່ອນທີ່ຈຳນວນ 447.476 ຄົນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/