ທຸກຄົນເຄີຍເປັນບໍ່ ທີ່ເວລາເຮົາໄປຫາໝໍ ແລະ ໄດ້ໃບສັ່ງຢາມາ ແຕ່ອ່ານບໍ່ເຄີຍອອກ ເພາະລາຍມືຂອງທ່ານໝໍບາງຄົນນັ້ນ ກໍຍາກເຫຼືອເກີນທີ່ຈະເຂົ້າໃຈ ຈົນບາງເທື່ອກໍແຍກບໍ່ອອກວ່ານີ້ແມ່ນລາຍມື ຫຼື ລາຍເຊັນກັນແທ້. ແຕ່ບັນຫານັ້ນຈະໝົດໄປ ເພາະຫຼ້າສຸດ Google ໄດ້ພັດທະນາ AI ຊ່ວຍອ່ານລາຍມືທ່ານໝໍ ແກ້ບັນຫາເວລາອ່ານໃບສັ່ງຢາບໍ່ອອກ.

ໂດຍ Google ອະທິບາຍວ່າ ດ້ວຍເທັກໂນໂລຢີ AI ທີ່ຢູ່ໃນ ແອັບພລິເຄຊັ່ນ Google Lens ນີ້ ຈະສາມາດນຳມາສະແກນລາຍມືຂອງທ່ານໝໍ ທີ່ຢູ່ໃນເຈ້ຍ ໃຫ້ກາຍເປັນຂໍ້ຄວາມໄດ້ໂດຍອັດຕະໂນມັດ ແຖມຍັງສາມາດແຍກແຍະບັນດາຊື່ຂອງຢາທີ່ໃຊ້ປິ່ນປົວຕ່າງໆ ທີ່ໝໍຂຽນໄວ້ໄດ້ອີກດ້ວຍ.
ສິ່ງທີ່ຜູ້ໃຊ້ຕ້ອງເຮັດ ກໍຄືພຽງຕ້ອງອັບໂຫຼດຮູບໃບບິນຢາ ຫຼື ໃບສັ່ງຢາທີ່ທ່ານໝໍຂຽນໃຫ້ດ້ວຍລາຍມືໃນເຈ້ຍ ລົງໃນແອັບພລິເຄຊັ່ນ Google Lens. ຫຼັງຈາກນັ້ນ ແອັບພລິເຄຊັ່ນຈະເຮັດການແປງລາຍມືໝໍໃຫ້ເປັນຂໍ້ຄວາມ ພ້ອມກັບກວດຈັບ ແລະ ໃຫ້ຂໍ້ມູນກ່ຽວກັບຢາທີ່ທ່ານໝໍຂຽນໄວ້ໃນນັ້ນອີກດ້ວຍ.

ຫຼາຍຄົນອາດຈະສົງໄສວ່າ ເທັກໂນໂລຢີການສະແກນລາຍມືໃນເຈ້ຍ ແລ້ວແປງມາເປັນຂໍ້ຄວາມນັ້ນມີມາແຕ່ດົນແລ້ວ ແຕ່ເປັນຫຍັງການແປງລາຍມືຂອງທ່ານໝໍຈຶ່ງມີຄວາມຍາກກວ່າ ແລະ ເປັນເລື່ອງໃໝ່ທີ່ Google ຕ້ອງນຳເທັກໂນໂລຢີ AI ເຂົ້າມາຊ່ວຍ.
ໂດຍ Google ອະທິບາຍເລື່ອງນີ້ໄວ້ວ່າ ຄວາມຍາກຂອງການແປງລາຍມືທ່ານໝໍໃຫ້ເປັນຂໍ້ຄວາມນັ້ນມັນຢູ່ບ່ອນວ່າ ທຳມະຊາດຂອງລາຍມືທ່ານໝໍທີ່ຂຽນນັ້ນມັກຈະບໍ່ມີໂຄງສ້າງທີ່ເປັນປະໂຫຍກ ມັກຈະຖືກຂຽນດ້ວຍຄຳຫຍໍ້ ແລະ ເຕັມໄປດ້ວຍຄຳສັບທີ່ມີແຕ່ໝໍ ຫຼື ພະຍາບານເທົ່ານັ້ນທີ່ເຂົ້າໃຈ. ເຮັດໃຫ້ຍາກໃນການນຳເທັກໂນໂລຢີສະແກນຕົວໜັງສື ເຂົ້າມາແປງລາຍມືໝໍ.

ເຖິງແມ່ນວ່າສິ່ງທີ່ Google ເຮັດຈະບໍ່ແມ່ນເລື່ອງໃໝ່ ເພາະເທັກໂນໂລຢີການແປງລາຍມືເປັນຂໍ້ຄວາມນີ້ມີມາດົນນັບ 10 ປີແລ້ວ ແຕ່ກໍຖືເປັນບາດກ້າວສຳຄັນ ທີ່ AI ຈະສາມາດເຂົ້າໃຈລາຍມືພາສາຂອງຄົນໄດ້ດີຍິ່ງຂຶ້ນ. ບໍ່ເວັ້ນແຕ່ລາຍມືຂອງທ່ານໝໍ ທີ່ວ່າກັນວ່າ ເປັນລາຍມືທີ່ອ່ານຍາກທີ່ສຸດໃນໂລກ.

ແຕ່ຢ່າງໃດກໍຕາມ ສຳລັບໃຜທີ່ຢາກຈະທົດລອງໃຊ້ເທັກໂນໂລຢີດັ່ງກ່າວ ແມ່ນຍັງຕ້ອງອົດໃຈຖ້າໄປກ່ອນ ເພາະເທັກໂນໂລຢີດັ່ງກ່າວແມ່ນຍັງຢູ່ໃນຂັ້ນຕອນການພັດທະນາຢູ່. ສ່ວນມື້ທີ່ຈະເປີດໃຫ້ໃຊ້ທົ່ວໄປ ແລະ ຈະມີພາສາລາວຫຼືບໍ່ນັ້ນຍັງຄົງຕ້ອງຕິດຕາມຕອນຕໍ່ໄປ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/