ຍີ່ປຸ່ນເປັນປະເທດທີ່ຂຶ້ນຊື່ວ່າ ທຸກຢ່າງແມ່ນສາມາດຊອກຊື້ໄດ້ຜ່ານຕູ້ກົດອັດຕະໂນມັດ ຫຼື vending machines ນັບຕັ້ງແຕ່ອາຫານການກິນ ໄປຈົນຮອດເຄື່ອງໃຊ້ວັດຖຸສິ່ງຂອງ ແລະ ຫຼ້າສຸດ ບໍລິສັດຂາຍຊີ້ນວານໃນຍີ່ປຸ່ນ ໄດ້ວາງຂາຍຊີ້ນວານຜ່ານຕູ້ກົດອັດຕະໂນມັດ ທ່າມກາງສຽງວິພາກວິຈານ ວ່າຈະເປັນການສົ່ງເສີມໃຫ້ມີການຈັບວານຫຼາຍຂຶ້ນ
ໂດຍປັດຈຸບັນ ມີຕູ້ກົດອັດຕະໂນມັດຂາຍຊີ້ນວານແລ້ວ ປະມານ 3 ຕູ້ ຢູ່ເມືອງຫຼວງໂຕກຽວ. ໂດຍໃນຕູ້ນັ້ນມີໃຫ້ເລືອກທັງ ຊີ້ນວານສົດ, ເບຄອນວານ, ໜັງວານ, ສະເຕັກວານ ລວມໄປຮອດ ຊີ້ນວານບັນຈຸກະປ໋ອງ ທັງໝົດນີ້ ມີລາຄາເລີ່ມຕົ້ນພຽງ 1.000 ເຢນ ໄປຈົນຮອດ 3.000 ເຢນ ຫຼື ປະມານ 129.000 ກີບ ໄປຈົນຮອດ 389.000 ກີບ.

ໃນອະນາຄົດ ທາງບໍລິສັດ ວາງແຜນທີ່ຈະວາງຕູ້ຂາຍອັດຕະໂນມັດນີ້ ໃຫ້ໄດ້ 100 ເຄື່ອງໃນຂອບເຂດທົ່ວປະເທດ ໃນໄລຍະເວລາ 5 ປີ ໂດຍວາງແຜນຈະວາງຕູ້ຂາຍຊີ້ນວານອັດຕະໂນມັດນີ້ ໄວ້ໃກ້ຄຽງກັບ ຮ້ານສະດວກຊື້ ທີ່ປົກກະຕິຈະບໍ່ມີຊີ້ນວານຂາຍ ເພື່ອກະຕຸ້ນໃຫ້ຄົນຢາກກິນຊີ້ນວານ ຫຼາຍຂຶ້ນ.

ສຳລັບກົດໝາຍກ່ຽວກັບວານໃນປະເທດຍີ່ປຸ່ນ ແມ່ນໄດ້ມີການຫ້າມໃຫ້ລ່າຊີ້ນວານ ຕັ້ງແຕ່ ປີ 1988 ໂດຍຈະອະນຸຍາດໃຫ້ລ່າສະເພາະເພື່ອການສຶກສາເທົ່ານັ້ນ ແຕ່ທາງການຍີ່ປຸ່ນກໍໄດ້ມີການຖອດຖອນກົດໝາຍດັ່ງກ່າວອອກເມື່ອປີ 2018 ຈາກນັ້ນ ຍີ່ປຸ່ນ ກໍກັບມາເຮັດການລ່າຊີ້ນວານ ເພື່ອການຄ້າອີກເທື່ອໜຶ່ງ.

ການເຄື່ອນໄຫວດັ່ງກ່າວເກີດຂຶ້ນ ທ່າມກາງສຽງວິພາກວິຈານຂອງນັກອະນຸລັກ ວ່າ ການຂາຍຊີ້ນວານຜ່ານຕູ້ກົດອັດຕະໂນມັດ ຈະເປັນການ ສົ່ງເສີມໃຫ້ມີການຈັບວານຫຼາຍຂຶ້ນ ຕາມມາ ນັ້ນເອງ.

ນານາມິ ຄຸໂຣສະວະ (Nanami Kurosawa) ປະທານເຄືອຂ່າຍຝ່າຍປະຕິບັດການ ໂລມາ ແລະ ວານ ກ່າວວ່າ: “ບັນຫາມັນບໍ່ໄດ້ຢູ່ທີ່ເຄື່ອງຂາຍອັດຕະໂນມັດ ແຕ່ມັນຢູ່ທີ່ສິ່ງນີ້ ມັນຈະນຳໄປສູ່ຫຍັງ ແລະ ສິ່ງທີ່ກຳລັງຈະນຳມາແມ່ນຫຍັງ”.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/