ເປັນປະເດັນມາເລື້ອຍໆກັບຜະລິດຕະພັນຂອງ Apple ນັບຕັ້ງແຕ່ iPhone 12 ທີ່ຍົກເລີກການແຖມຫົວສາກມາພ້ອມກັບກ່ອງ ໂດຍທາງ Apple ອ້າງວ່າເປັນເຫດຜົົນທາງສິ່ງແວດລ້ອມ. ຫຼ້າສຸດ ທາງກະຊວງຍຸຕິທຳຂອງບຣາຊິລ ສັ່ງໃຫ້ Apple ຢຸດຂາຍ iPhone ທຸກຮຸ່ນທີ່ບໍ່ມີການແຖມຫົວສາກມານຳ ເຊິ່ງທາງໜ່ວຍງານລະບຸວ່າມັນເປັນການເອົາປຽບຜູ້ບໍລິໂພກ.

ໂດຍກ່ອນໜ້ານີ້ ໜ່ວຍງານຄຸ້ມຄອງຜູ້ບໍລິໂພກຂອງ ບຣາຊິລ ເຄີຍສົ່ງໜັງສືຫາ Apple ໃຫ້ແຖມຫົວສາກມາແລ້ວ ພ້ອມກັບເຄີຍສັ່ງປັບໃໝເງິນ Apple ມາແລ້ວເທື່ອໜຶ່ງ.

ມາເທື່ອນີ້ກະຊວງຍຸຕິທຳຂອງ ບຣາຊິລ ໄດ້ສັ່ງປັບໃໝ Apple ອີກ 2.38 ລ້ານໂດລາ ພ້ອມກັບສັ່ງໃຫ້ Apple ຢຸດຈຳໜ່າຍໂທລະສັບມືຖື iPhone 12 ຂຶ້ນໄປ ຫຼື ຮຸ່ນໃດໆກໍຕາມທີ່ບໍ່ແຖມຫົວສາກມານຳກ່ອງ.

ໂດຍທາງການ ບຣາຊິລ ປະຕິເສດຂໍ້ໂຕ້ແຍ້ງຂອງ Apple ທີ່ວ່າເປັນການຮັກສາສິ່ງແວດລ້ອມ ແລະ ລົດການປ່ອຍ ຄາບອນໄດອັອກໄຊ ເນື່ອງຈາກບໍ່ມີຫຼັກຖານອອກມາຢ່າງຊັດເຈນ.
ແຕ່ຢ່າງໃດກໍຕາມ ທາງ Apple ໄດ້ກຽມທີ່ຈະຍື່ນອຸທອນກ່ຽວກັບຄຳສັ່ງດັ່ງກ່າວແລ້ວ ໂດຍຍັງຢືນຢັນວ່າ ນີ້ແມ່ນແນວທາງທີ່ຈະຮັກສາສິ່ງແວດລ້ອມ ທັງຍັງເປັນການລົດການໃຊ້ແຮ່ສັງກະສີ ແລະ ລົດການນຳໃຊ້ ພລາສຕິກ ເຊິ່ງເປັນສ່ວນປະກອບສຳຄັນໃນການຜະລິດ ຫົວສາກ.

Apple ຍັງລະບຸອີກວ່າ ການບໍ່ແຖມຫົວສາກມານຳ iPhone ນັ້ນຈະຊ່ວຍລົດການປ່ອຍກ໊າສຄາບອນໄດ້ຫຼາຍກວ່າ 2 ລ້ານໂຕນຕໍ່ປີ ຫຼື ທຽບເທົ່າກັບການງົດນຳໃຊ້ລົດຕາມທ້ອງຖະໜົນໄດ້ເຖິງ 500,000 ຄັນຕໍ່ປີ ເລີຍ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment