Priyanjali Gupta ນັກສຶກສາ ຄະນະວິສະວະກໍາສາດ ຈາກ Tamil Nadu ປະເທດອິນເດຍໄດ້ພັດທະນາລະບົບ AI ທີ່ສາມາດແປພາສາມືແບບ American Sign Language (ASL) ໄດ້ທັນທີເພື່ອຊ່ວຍຄົນພິການທາງຫູ, ສາມາດສື່ສານໄດ້ໄວກັບຄົນທີ່ບໍ່ເຂົ້າໃຈພາສາມື. ແຕ່ໃນເບື້ອງຕົ້ນ, ລະບົບສາມາດແປໄດ້ພຽງແຕ່ 6 ຄໍາທີ່ງ່າຍດາຍ ແລະ ລະບົບຕ້ອງຍັງຕ້ອງໄດ້ຮັບການພັດທະນາເພີ່ມຕື່ມເພື່ອໃຫ້ມີປະສິດທິພາບຫຼາຍຂຶ້ນ.
ເຖິງແມ່ນວ່າເທັກໂນໂລຢີໃນປັດຈຸບັນນີ້ ຈະຊ່ວຍໃຫ້ການສື່ສານ ກາຍເປັນເລື່ອງທີ່ງ່າຍຫຼາຍຖ້າທຽບໃສ່ເມື່ອກ່ອນ ແຕ່ມັນຍັງເປັນອຸປະສັກຕໍ່ຄົນທີ່ ພິການທາງການໄດ້ຍິນເພື່ອຈະສື່ສານກັບຄົນປົກກະຕິ. ໂດຍສະເພາະແມ່ນການຕິດຕໍ່ພົວພັນຕໍ່ໜ້າ ຜ່ານການໂທວິດີໂອຄອລ, ຄູ່ສົນທະນາຈະຕ້ອງມີຄວາມເຂົ້າໃຈດີກ່ຽວກັບພາສາມືເປັນຢ່າງດີ ເພື່ອເຂົ້າໃຈສິ່ງທີ່ອີກຝ່າຍວ່າຕ້ອງການຈະສື່ຫຍັງ.

ເຄື່ອງມືແປພາສາມື ASL ຂອງ Priyanjali Gupta ໃນຄັ້ງນີ້ ແມ່ນອີກ 1 ຄວາມພະຍາຍາມທີ່ຈະຊ່ວຍເຫຼືອ ຄົນພິການທາງຫູ ເພື່ອເຮັດໃຫ້ການສື່ສານກັບຄົນປົກກະຕິງ່າຍຂຶ້ນ ລາວໄດ້ແຊຣ໌ຜົນງານຂອງລາວຢູ່ແພລັດຟອມຊອກວຽກ ເຊິ່ງໄດ້ຮັບຄວາມສົນໃຈ ແລະ ຖືກຊົມເຊີຍຢ່າງຫຼາຍ.
ການເຮັດວຽກຂອງລະບົບແປພາສາມືດ້ວຍ AI ເລີ່ມຕົ້ນດ້ວຍການແປພາສາມື ທີ່ເປັນການເຮັດທ່າທາງຕ່າງໆຈາກອາສາສະໝັກໃຫ້ເປັນພາສາອັງກິດ. ໂດຍນຳໃຊ້ເທັກໂນໂລຢີການຈື່ຈຳຮູບພາບ (Image Recognition) ແລ້ວນຳໃຊ້ຜົນວິເຄາະການເຄື່ອນໄຫວສ່ວນຕ່າງໆຂອງຮ່າງກາຍ ໂດຍສະເພາະແຂນ ແລະ ນິ້ວມື.

ລະບົບສາມາດແປພາສາມືໄດ້ທັນທີ ແຕ່ໃນໄລຍະຕົ້ນຂອງການພັດທະນາ ຍັງສາມາດແປພຽງແຕ່ຄໍາສັບພາສາອັງກິດທີ່ງ່າຍໆ ແລະ ບໍ່ຊັບຊ້ອນເຊັ່ນ: ແມ່ນແລ້ວ (Yes), ບໍ່ແມ່ນ (No), ຂໍຮ້ອງ-ກະລຸນາ (Please), ຂອບໃຈ (Thank you), ຂ້ອຍຮັກເຈົ້າ (I love you) ແລະ ສະບາຍດີ (Hello).

ສໍາລັບຊຸດຂໍ້ມູນການແປພາສາໃນປັດຈຸບັນ ແມ່ນສິ່ງທີ່ Priyanjali Gupta ໄດ້ພັດທະນາເອງຈາກເວັບແຄມແບບເຟຣມດຽວ ສະນັ້ນມັນຍັງບໍ່ສາມາດເຮັດວຽກກັບວິດີໂອໄດ້. ແຕ່ມັນໄດ້ຖືກພັດທະນາຕື່ມອີກໂດຍໃຊ້ເຄືອຂ່າຍປະສາດທຽມແບບ LSTM (Long-Short Term Memory) ມາໃຊ້ຮ່ວມກັນ ແລະ ມີແຜນການທີ່ຈະນໍາເອົາເທັກໂນໂລຢີອື່ນໆເຂົ້າມາຊ່ວຍໃນການພັດທະນາເພີ່ມອີກ ເພື່ອເຮັດໃຫ້ການແປພາສາມືມີປະສິດທິພາບຫຼາຍຂຶ້ນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/