ດັ່ງທີ່ເຮົາຮູ້ ວ່າໂຊລາເຊວເປັນເຄື່ອງຜະລິດໄຟຟ້າຈາກພະລັງງານແສງອາທິດ ພຽງແຕ່ຕິດຕັ້ງແຜງໂຊລາເຊວໄວ້ກາງແດດ ມັນກໍຈະສະສົມພະລັງງານເອງ, ແຕ່ບັນຫາແມ່ນ ຖ້າຫາກວ່າຢູ່ໃນລະດູຝົນ ຫຼື ລະດູໜາວທີ່ໄດ້ຮັບແສງຕາເວັນໜ້ອຍ ກໍຈະເກັບພະລັງງານໄດ້ບໍ່ຫຼາຍ.

ຈະດີເທົ່າໃດ ຖ້າໂຊລາເຊວສາມາດກັກເກັບພະລັງງານຈາກເມັດຝົນໄດ້ ໃນລະດູຝົນທີ່ແສງຕາເວັນໜ້ອຍ?!
ນັກວິໄຈຊາວຈີນ ຈາກມະຫາວິທະຍາໄລ Soochow ໄດ້ຄິດຄົ້ນແຜງໂຊລາເຊວໄຮບຣິດ ທີ່ສາມາດດຶງພະລັງງານຈາກເມັດຝົນທີ່ຕົກລົງມາກະທົບໃຫ້ຜະລິດເປັນໄຟຟ້າໄດ້, ສິ່ງນີ້ອາດແກ້ບັນຫາສຳຄັນຂອງພະລັງງານແສງອາທິດໄດ້.

ເຊິ່ງການວິໄຈດັ່ງກ່າວ ໄດ້ຖືກຕີພິມໃນເດືອນກຸມພາ ປີ 2018 ໃນວາລະສານ ACS Nano ໂດຍນຳເທັກໂນໂລຢີ Triboelectric nanogenerator ມາປັບເຂົ້າກັບແຜງໂຊລາເຊວແສງອາທິດ ເພື່ອກັກເກັບພະລັງງານຈາກເມັດຝົນທີ່ຕົກລົງມາກະທົບເທິງແຜງ.

ໃນອະນາຄົດຫວັງວ່າຈະເຫັນຜົນງານດັ່ງກ່າວຖືກນຳໃຊ້ເຂົ້າໃນການຜະລິດພະລັງງານສະອາດເພີ່ມຂຶ້ນ ເພາະວ່າມັນສາມາດເປັນອີກໜຶ່ງພະລັງງານທົດແທນທີ່ໜ້າສົນໃຈບໍ່ໜ້ອຍເລີຍ.
ຂອບໃຈຂໍ້ມູນຈາກ:
https://www.facebook.com/environman.th/posts/3349343075194116