Bitget ບໍລິສັດເວັບເທຣດ crypto ໄດ້ເປີດເຜີຍວ່າ 27% ຂອງແມ່ຍິງຊາວສະຫະລັດທີ່ລົງທຶນ crypto ມີຈຸດປະສົງໃນການນຳເອົາກຳໄລທີ່ໄດ້ຮັບເພື່ອໄປສະໜອງທຶນການສຶກສາໃຫ້ແກ່ລູກຫຼານຂອງພວກເຂົາ. ໃນຂະນະດຽວກັນ ຜົນການສໍາຫຼວດຍັງເປີດເຜີຍໃຫ້ເຫັນອີກວ່າປະມານ 19% ຂອງນັກລົງທຶນຊາວຈີນໄດ້ລົງທຶນຂັ້ນຕໍ່າ 100,000 ໂດລາເຂົ້າໄປໃນຫຼຽນ crypto.
ແມ່ຍິງທີ່ລົງທຶນໃນ crypto ນັ້ນໄດ້ມີການພັດທະນາແຊງໜ້າຜູ້ຊາຍທາງດ້ານການວາງແຜນໃນເຊີງກົນລະຍຸດ, ຢ່າງໃດກໍຕາມ ຈາກຜົນສຳຫຼວດຫຼ້າສຸດໄດ້ລະບຸວ່າ ການສຶກສາຍັງຄົງເປັນເປົ້າໝາຍຫຼັກຂອງນັກລົງທຶນຍິງໃນສະຫະລັດ. ແຕ່ສໍາລັບນັກລົງທຶນຍິງໃນເກົາຫຼີໃຕ້ 49% ແລະ ນັກລົງທຶນຍິງໃນຍີ່ປຸ່ນ 41% ໄດ້ລົງທຶນໃນ crypto ເພື່ອຍົກລະດັບ “ສະຖານະທາງດ້ານການເງິນສ່ວນບຸກຄົນ” ຂອງຕົນເອງ. ໃນສ່ວນຂອງນັກລົງທຶນຊາຍໃນເກົາຫຼີໃຕ້ ແລະ ນັກລົງທຶນຊາຍໃນຍີ່ປຸ່ນທີ່ລົງທຶນໃນ Crypto ນັ້ນກໍມີຈຸດປະສົງດຽວກັນ ໂດຍມີອັດຕາສ່ວນຢູ່ທີ່ 45% ແລະ 30% ລຽງຕາມລຳດັບ.

ນອກຈາກນີ້, ໃນບົດລາຍງານຍັງລະບຸວ່າ ນັກລົງທຶນຍິງຫຼາຍຄົນໃນເກົາຫຼີໃຕ້ ແລະ ຍີ່ປຸ່ນຈຳນວນຫຼາຍ ຄາດຫວັງວ່າການລົງທຶນໃນ Crypto ນັ້ນຈະນໍາໄປສູ່ຄຸນະພາບຊີວິດທີ່ດີຂຶ້ນກວ່າເກົ່າ. ໃນຂະນະດຽວກັນ ນັກລົງທຶນຊາຍໃນເກົາຫຼີໃຕ້ 17% ທີ່ເຂົ້າມາລົງທຶນໃນ crypto ຫວັງເພື່ອປັບປຸງສະຖານະການທາງດ້ານການເງິນຂອງຄອບຄົວ.
ໃນສ່ວນຂອງນັກລົງທຶນຊາວຈີນນັ້ນເກືອບ 40% ທີ່ຖືຄອງ crypto ໃນຈຳນວນຂັ້ນຕໍ່າສຸດທີ່ມີໃຈຄວາມສໍາຄັນ. ບັນດານັກລົງທຶນຊາວຈີນ 19% ລົງທຶນໃນຕະຫຼາດ crypto ຂັ້ນຕໍ່າຢູ່ທີ່ 100,000 ໂດລາ ແລະ ອີກ 18% ລົງທຶນຢ່າງໜ້ອຍ 50,000 ໂດລາ
ແນວໃດກໍດີ, ນັກລົງທຶນຢູ່ມາເລເຊຍ ແລະ ໄຕ້ຫວັນກັບເບິ່ງວ່າ ການລົງທຶນໃນ crypto ແມ່ນວິທີທີ່ສໍາຄັນເພື່ອສະໜັບສະໜູນລາຍໄດ້ຂອງຄອບຄົວ. ໃນບົດລາຍງານລະບຸວ່າ 36% ຂອງຜູ້ຕອບແບບສອບຖາມຈາກພາກພື້ນເຫຼົ່ານີ້ໃຫ້ຄວາມສໍາຄັນກັບຄຸນະພາບຊີວິດຂອງຄອບຄົວຫຼາຍກວ່າເປົ້າໝາຍທາງດ້ານການເງິນອື່ນໆ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/