ຫາກເມື່ອຍຈາກວຽກທີ່ເຮັດ ເມື່ອຍນຳຜູ້ຄົນອ້ອມຂ້າງ ຫຼື ມີຫຍັງທີ່ເປັນກັງວົນໃນຈິດໃຈ ໃຫ້ເຈົ້າໜີໄປບ່ອນທີ່ສະຫງົບ ຫຼື ອາດຈະໄປທ່ຽວໃນສະຖານທີ່ຕ່າງໆທີ່ມີສະພາບແວດລ້ອມສີຂຽວຂະຈີ ທີ່ມີອາກາດບໍລິສຸດເຊັ່ນຜືນປ່າ ແລະ ປ່ອຍໃຫ້ປ່າບຳບັດຈິດໃຈຂອງເຮົາ.
ການອາບປ່າ (Forest Bathing) ແມ່ນສາດບຳບັດຈາກປະເທດຍີ່ປຸ່ນທີ່ມີຊື່ວ່າ ຊິນລິນ ໂຍກຸ (Shinrin Yoku) ທີ່ໃຊ້ການສຳຜັດກັບທຳມະຊາດຢ່າງໃກ້ຊິດ ຫຼື ຮັບຮູ້ບັນຍາກາດປ່າຜ່ານລະບົບປະສາດສຳຜັດ ເປັນສາດທີ່ຈະເຊື່ອມເຮົາໃຫ້ເຂົ້າສູ່ທຳມະຊາດ ເພື່ອໃຫ້ທຳມະຊາດຊ່ວຍບຳບັດ ແລະ ຊຳລະຄວາມໜັກໜ່ວງທີ່ແບກໄວ້ໃນໃຈ ນັບເປັນວິທີແບບງ່າຍໆທີ່ເຮັດໄດ້ໃນເວລາສັ້ນໆ ໂດຍສາມາດໄປກັນຫຼາຍໆຄົນ ຫຼື ຈະໄປຄົນດຽວກໍໄດ້.
ໂດຍສາດນີ້ເປັນທີ່ຮູ້ຈັກຂອງຊາວຍີ່ປຸ່ນມາຕັ້ງແຕ່ປີ 1982 ຈົນຮອດປີ 2002 ຈຶ່ງມີການກໍ່ຕັ້ງສະມາຄົມໃຫ້ປ່າບຳບັດຂຶ້ນ ເພື່ອຄົ້ນຄວ້າຜົນກະທົບຂອງສິ່ງແວດລ້ອມໃນປ່າທີ່ສົ່ງຜົນຕໍ່ສຸຂະພາບຂອງມະນຸດ.

ການອາບນ້ຳປ່າ (Forest Bathing) ໄດ້ກາຍເປັນສ່ວນໜຶ່ງທີ່ສຳຄັນໃນການຮັກສາສຸຂະພາບຂອງຍີ່ປຸ່ນ ແລະ ການສຶກສາຂອງຍີ່ປຸ່ນພົບວ່າການອາບປ່າມີຂໍ້ດີກໍຄື:
- ປັບປຸງຄຸນະພາບໃນການນອນ ເຮັດໃຫ້ນອນຫຼັບໄດ້ດີຂຶ້ນ
- ຄວບຄຸມອາລົມ ແລະ ມີສະມາທິທີ່ດີຂຶ້ນ
- ເຮັດໃຫ້ຕົວເຮົາຜ່ອນຄາຍ ແລະ ລົດຜ່ອນຄວາມຄຽດໄດ້ດີ
ເນື່ອງຈາກວ່າຄວາມກົດດັນແມ່ນສາເຫດຂອງການເກີດໂຣກຕ່າງໆ ທັງທາງກາຍ ແລະ ຈິດໃຈ ບໍ່ວ່າຈະເປັນຄວາມກັງວົນໃຈ, ຊຶມເສົ້າ, ນອນບໍ່ຫຼັບ, ຄວາມດັນເລືອດສູງ ກ້າມຊີ້ນຕຶງ ແລະ ການຕອບສະໜອງຂອງພູມຕ້ານທານທີ່ລົດລົງ ການອາບປ່າຈຶ່ງຊ່ວຍປັບປຸງສຸຂະພາບທາງກາຍ ແລະ ຈິດໃຈໃຫ້ດີຂຶ້ນໄດ້.
ການອາບປ່ານັ້ນເປັນການປົວແປງຈິດໃຈໂດຍໃຊ້ທຳມະຊາດບຳບັດ ເຊິ່ງຕອບໂຈດກັບຄົນໃນເມືອງທີ່ມີຊີວິດທີ່ວຸ້ນວາຍໄດ້ເປັນຢ່າງດີ ການໜີຈາກຄວາມວຸ້ນວາຍແລ້ວມາເຂົ້າປ່າເພື່ອຊຶມຊັບທຳມະຊາດອ້ອມຮອບຕົວຜ່ານປະສາດສຳພັດທັງ 5 ຄື: ການແນມເຫັນ, ການໄດ້ກິ່ນ, ການຮັບຣົດ, ການດົມ ແລະ ຊີມກິ່ນຂອງປ່າຈາກໃບໄມ້ ດອກໄມ້ທີ່ກິນໄດ້, ລອງຢືນຢູ່ລ້າໆ ຫຼັບຕາແລ້ວຟັງສຽງທີ່ຢູ່ອ້ອມຕົວ ສຽງໃບໄມ້ກະທົບກັນ ສຽງໄຫຼຂອງນ້ຳ ສຽງຂອງນົກຕ່າງໆທີ່ກຳລັງຮ້ອງ… ລອງຖອດເກີບແລ້ວສຳຜັດກັບກ້ອນຫີນໃນແມ່ນ້ຳ ແຊ່ນ້ຳເຢັນໆ ຫຼື ຈະນັ່ງອ່ານປຶ້ມທີ່ຖືມານຳທ່າມກາງທຳມະຊາດກໍໄດ້.

ທັງນີ້ການອາບປ່າບໍ່ຈຳເປັນຈະຕ້ອງເຂົ້າປ່າສະເໝີໄປ ເຮົາສາມາດຍ່າງໄປຕາມສວນສາທາລະນະທີ່ມີຕົ້ນໄມ້ໃຫຍ່ ຫຼື ອາດຈະເປັນສວນທີ່ຢູ່ໃກ້ບ້ານທີ່ມີຕົ້ນໄມ້ທີ່ເປັນຮົ່ມເຢັນກໍສາມາດສ້າງປະສົບການອາບປ່າໄດ້ແລ້ວ.
ເຖິງແມ່ນວ່າການອອກຈາກປ່າຫຼັງອາບປ່າແລ້ວຈະບໍ່ສາມາດກຳຈັດຄວາມຄຽດໃຫ້ຈົນໝົດສິ້ນໄປ ແຕ່ຢ່າງໜ້ອຍການພັກຜ່ອນຢູ່ທ່າມກາງປ່າສີຂຽວນັ້ນ ກໍຖືໄດ້ວ່າເຮົາໄດ້ພັກຜ່ອນຢ່າງແທ້ຈິງ ໄດ້ປົດປ່ອຍຕົນເອງຈາກຄວາມກົດດັນຕ່າງໆ ແລະ ຮູ້ສຶກໄດ້ວ່າບ່າທີ່ເຄີຍໜັກນັ້ນ ເບົາລົງຈົນເຮົາສຳຜັດໄດ້ຢ່າງຊັດເຈນ. ນອກຈາກນີ້ ການອາບປ່າຍັງສົ່ງຜົນຕໍ່ຄວາມຍືນຍົງຂອງປ່າໄມ້ ເພາະມັນສ້າງຄວາມເຂົ້າໃຈກ່ຽວກັບຄຸນຄ່າຂອງປ່າໄມ້ ເຮັດໃຫ້ເກີດການຈັດການພື້ນທີ່ປ່າເພື່ອສົ່ງເສີມສຸຂະພາບໃນຫຼາຍຂົງເຂດ ທັງຢູ່ໃນຕົວເມືອງ ແລະ ນອກເມືອງ ແລະ ສ້າງເຄືອຂ່າຍຄົນຮຸ່ນໃໝ່ເພື່ອຊ່ວຍກັນປົກປັກຮັກສາປ່າ. ພ້ອມກັນນັ້ນ, ຍັງໄດ້ຕໍ່ຍອດການຂະຫຍາຍໄປສູ່ການທ່ອງທ່ຽວຫຼາຍຮູບຫຼາຍແບບເຊັ່ນ: ການທ່ອງທ່ຽວທຳມະຊາດ, ການທ່ອງທ່ຽວແບບນິເວດ ການທ່ອງທ່ຽວເພື່ອສຸຂະພາບອີກດ້ວຍ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/