Mattel ເຈົ້າຂອງລິດຂະສິດ Barbie ຢາກສ້າງພາກຕໍ່ທັນທີ ພ້ອມສ້າງແຟຣນຊາຍໃຫ້ຍິ່ງໃຫຍ່ຂຶ້ນ


ຍາມນ້ຳຂຶ້ນໃຫ້ຮີບຕັກ! ຫຼັງຈາກຮູບເງົາກວາດລາຍໄດ້ໄປຢ່າງຫຼວງຫຼາຍ Mattel ເຈົ້າຂອງລິຂະສິດ Barbie ຈຶ່ງມີແນວຄິດຢາກຈະສ້າງພາກຕໍ່ ພ້ອມສ້າງແຟຣນຊາຍ Barbie ແບບຍິ່ງໃຫຍ່ ແຕ່ວ່າຕອນນີ້ຜູ້ກຳກັບຮູບເງົາເລື່ອງນີີ້ຢ່າງ Greta Gerwig ຍັງບໍ່ມີແຜນທີ່ຈະເຮັດພາກຕໍ່.

ດ້ວຍຄວາມສຳເລັດທາງລາຍໄດ້ຢ່າງມະຫາສານ ພ້ອມກັບສຽງຕອບຮັບຈາກແຟນໆ ເຮັດໃຫ້ທາງບໍລິສັດ Mattel ເຈົ້າຂອງລິຂະສິດ Barbie ກຽມວາງແຜນທີ່ຈະຂະຫຍາຍຈັກກະວານ Barbie ເປັນທີ່ຮຽບຮ້ອຍ ແນ່ນອນວ່າຕ້ອງການທີ່ຈະສ້າງພາກຕໍ່ຂອງ Barbie  ເອົາໄວ້ຫຼາຍເລື່ອງ.

ໂດຍທາງ Mattel ເຈົ້າຂອງລິຂະສິດ Barbie ໄດ້ໃຫ້ສຳພາດວ່າ “ສຳລັບ Barbie ມັນເປັນຈັກກະວານທີ່ສົມບູນແບບ ເຮົາເປັນແບຣນທີ່ກວ້າງຂວາງ, ໃນຕອນເລີ່ມຕົ້ນພວກເຮົາບໍ່ໄດ້ເວົ້າວ່າ ມາ ພວກເຮົາມາຄິດຮູບເງົາເລືອງທີ 2 ຫຼື 3 ກັນ. ເລີ່ມເລື່ອງທຳອິດໃຫ້ຖືກຕ້ອງ ແລະ ຕ້ອງໃຫ້ຄວາມສຳເລັດ ແລະ ຖ້າເຮັດແບບນັ້ນ ໂອກາດກໍເປີດຂຶ້ນຢ່າງວ່ອງໄວ ເມື່ອຄຸນະພາບຂອງຮູບເງົາເລື່ອງນີ້ໃນຖານະແຟຣນຊາຍປະສົບຄວາມສຳເລັດ ພວກເຮົາຈຶ່ງມີຄວາມກະຕືລືລົ້ນຄືການສ້າງແຟນໄຊ ແລະ ຂະຫຍາຍຮູບເງົາອອກໄປ”

ໃນສ່ວນຂອງທາງຜູ້ກຳກັບຢ່າງ Greta Gerwig ໄດ້ອອກມາໃຫ້ສຳພາດກັບທາງ The New York Times ເພື່ອໂອ້ລົມກັນກ່ຽວກັບຮູບເງົາເລື່ອງນີ້ຫຼັງຈາກປະສົບຄວາມສຳເລັດຢ່າງຫຼວງຫຼາຍ ແລະ ໃນລະຫວ່າງໂອ້ລົມກັບຜູ້ກຳກັບສາວ ໄດ້ຖືກຖາມເຖິງໄອເດຍຂອງພາກຕໍ່ຫາກມີການສ້າງຂຶ້ນມາແທ້ໆ ເຊິ່ງຜູ້ກຳກັບສາວກໍໄດ້ຍອມຮັບຢ່າງກົງໄປກົງມາ ວ່າຍັງບໍ່ໄດ້ມີໄອເດຍ ສຳລັບພາກຕໍ່ເພາະວ່າ ຍັງບໍ່ໄດ້ສ້າງຮູບເງົາເລື່ອງນີ້ເພື່ອສ້າງພາກຕໍ່ນັ້ນເອງ.

ຢ່າງໃດກໍຕາມ ເຮົາຕ້ອງມາຕິດຕາມກັນຕໍ່ວ່າຮູບເງົາ Barbie ຈະມີພາກຕໍ່ຫຼືບໍ່? ອາດຈະມີພາກຕໍ່ແຕ່ບໍ່ແມ່ນຜູ້ກຳກັບຄົນເກົ່າ ອາດຈະປ່ຽນຜູ້ກຳກັບ ຫຼື ອາດຈະບໍ່ມີພາກຕໍ່ແຕ່ເປັນຮູບເງົາເລື່ອງໃໝ່ເປີດຈັກກະວານ Barbie ກໍເປັນໄປໄດ້.

ຂອບໃຈຂໍ້ມູນ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/