ການສົ່ງອອກຕະຫຼອດທັງປີຂອງປະເທດຈີນຫຼຸດລົງເປັນຄັ້ງທຳອິດນັບຕັ້ງແຕ່ປີ 2016 ເປັນຕົ້ນມາ, ເນື່ອງຈາກຄວາມຕ້ອງການສິນຄ້າທີ່ຜະລິດໃນຈີນ (ຍົກເວັ້ນລົດ) ໃນທົ່ວໂລກມີການຊະລໍຕົວລົງ ແລະ ການທີ່ຈະແກ້ໄຂສະພາບການທີ່ຕົກຕໍ່າໃຫ້ດີຂຶ້ນພາຍໃນປີ 2024 ນີ້ແມ່ນຍາກຫຼາຍ.
ນອກຈາກນີ້, ປະເທດຈີນເຊິ່ງເປັນປະເທດທີ່ມີເສດຖະກິດຂະໜາດໃຫຍ່ເປັນອັນດັບ 2 ຂອງໂລກຍັງຕ້ອງຕໍ່ສູ້ກັບຄວາມກົດດັນຈາກພາວະເງິນເຟີ້ສົ່ງຜົນໃຫ້ CPI ໃນປີ 2023 ຫຼຸດລົງຕໍ່າສຸດໃນຮອບ 14 ປີ.
ສຳນັກງານສະຖິຕິແຫ່ງຊາດໄດ້ກ່າວໃນວັນສຸກທີ່ຜ່ານມາວ່າ ດັດຊະນີລາຄາຜູ້ບໍລິໂພກ (CPI) ໃນເດືອນທັນໄດ້ມີການປັບຕົວດີຂຶ້ນເລັກນ້ອຍຈາກເດືອນພະຈິກ ແຕ່ຫຼຸດລົງ 0.3% ໃນເດືອນດຽວກັນຂອງປີ 2022 ເມື່ອທຽບກັບປີ 2023. ໂດຍລວມແລ້ວ, ລາຄາເພີ່ມຂຶ້ນພຽງແຕ່ 0.2% ຈາກປີ 2022. ເຊິ່ງນີ້ຖືໄດ້ວ່າເປັນໄລຍະທີ່ອ່ອນແອທີ່ສຸດນັບຕັ້ງແຕ່ປີ 2009, ໂດຍໃນຕອນນັ້ນ CPI ຫຼຸດລົງ 0.7% ເນື່ອງຈາກໄດ້ຮັບຜົນກະທົບຈາກພາວະເສດຖະກິດຖົດຖອຍໃນທົ່ວໂລກ.
ຈີນກຳລັງປະເຊີນໜ້າກັບຄວາມຕ້ອງການທີ່ຫຼຸດນ້ອຍລົງທັງພາຍໃນປະເທດ ແລະ ນອກປະເທດ. ໂດຍການສົ່ງອອກເມື່ອທຽບກັບເງິນໂດລາສະຫະລັດແມ່ນຢູ່ທີ່ 3,38 ພັນຕື້ໂດລາໃນປີ 2023, ຫຼຸດລົງ 4,6% ເມື່ອທຽບໃສ່ປີ 2022. ການສົ່ງອອກຂອງຈີນໄດ້ເພີ່ມຂຶ້ນ 7% ເມື່ອທຽບໃສ່ປີກ່ອນ ແລະ ໃນຄັ້ງສຸດທ້າຍທີ່ຈີນໄດ້ສົ່ງສິນຄ້າອອກໄປຕ່າງປະເທດໃນປີ 2016 ແມ່ນຫຼຸດລົງ 7,7%.
ໃນສ່ວນການນໍາເຂົ້າຂອງຈີນຍັງມີການຫຼຸດລົງເຖິງ 5,5% ຄິດເປັນເງິນ 2.56 ພັນຕື້ໂດລາ. ສົ່ງຜົນໃຫ້ມີເສດຖະກິດໃຫຍ່ເປັນອັນດັບສອງຂອງໂລກເກີນດຸນການຄ້າ 823 ຕື້ໂດລາສະຫະລັດ, ເຊິ່ງຫຼຸດລົງ 6.63% ເມື່ອທຽບກັບປີ 2022 ທີ່ເກີນດຸນ 877.6 ຕື້ໂດລາ
ຕົວເລກການຄ້າໂດຍລວມຂອງຈີນໃນເດືອນທັນວາ 2023 ແມ່ນມີມູນຄ່າລວມຢູ່ທີ່ 534.8 ຕື້ໂດລາ, ໃນສ່ວນຂອງການສົ່ງອອກມີມູນຄ່າຢູ່ທີ່ 306.6 ຕື້ໂດລາ ໂດຍເພີ່ມຂຶ້ນ 2.3% ໃນເດືອນດຽວກັນເມື່ອທຽບໃສ່ປີ 2022. ໃນຂະນະທີ່ການນຳເຂົ້າມີມູນຄ່າຢູ່ທີ່ 228.2 ຕື້ໂດລາ ໂດຍເພີ່ມຂຶ້ນ 0.2% ໃນເດືອນດຽວກັນເມື່ອທຽບໃສ່ປີ 2022, ສົ່ງຜົນໃຫ້ຈີນເກີນດຸນການຄ້າໃນເດືອນທັນວາຢູ່ທີ່ 75 ຕື້ໂດລາ.
Wang Lingjun ຮອງຫົວໜ້າຝ່າຍບໍລິຫານທົ່ວໄປຂອງກົມພາສີຈີນກ່າວວ່າ ຕົວເລກການສົ່ງອອກໃນເດືອນທັນວາທີ່ເພີ່ມຂຶ້ນນັ້ນແມ່ນໄດ້ຮັບແຮງໜຸນຈາກການສົ່ງອອກລົດໄຟຟ້າ, ແບັດເຕີຣີລິທຽມໄອອອນ ແລະ solar cell ທີ່ເພີ່ມສູງຂຶ້ນສູງສຸດເປັນປະຫວັດສາດ. ແຕ່ໃນຂະນະດຽວກັນ ຜົນກະທົບສ່ວນໜຶ່ງທີ່ມາຈາກຮາກຖານທີ່ຕໍ່າຂອງເດືອນທັນວາປີ 2022 ເຮັດໃຫ້ຍອດຂາຍຫຼຸດລົງເຖິງ 10%, ໂດຍສ່ວນໜຶ່ງແມ່ນມີສາເຫດມາຈາກຜົນກະທົບຈາກການແຜ່ລະບາດຂອງໂຄວິດທີ່ແຜ່ລະບາດໄປທົ່ວປະເທດໃນຂະນະນັ້ນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/