YouTube ເປັນແພລັດຟອມຍອດນິຍົມທີ່ສຸດໃນການເບິ່ງຄລິບວິດີໂອກ່ຽວກັບຄອນເທັນຕ່າງໆ, ເຖິງເເມ່ນວ່າໄລຍະຫຼັງໆມານີ້ຈະມີການປະກາດກ່ຽວກັບໂຄສະນາໃນຄລິບວິດີໂອ ເພື່ອຂາຍ YouTube Premium, ເເຕ່ກໍຍັງມີຜູ້ໃຊ້ບາງລາຍທີ່ຫຼີກເວັ້ນການຈ່າຍເງິນ ແລະ ໃຊ້ Ad Blockers ຫຼື ເຄື່ອງມືເພື່ອສະກັດການໂຄສະນາໃນ YouTube ເພື່ອຈະບໍ່ຕ້ອງຈ່າຍຄ່າບໍລິການເເບບ Premium ແທນ.
ຫຼ້າສຸດ YouTube ກວດພົບ ເເລະ ສົ່ງຂໍ້ຄວາມເເຈ້ງເຕືອນໄປຫາຜູ້ທີ່ໃຊ້ງານ Ad Blocker ຊື່ Reddit_n_Me , ໂດຍໃນຂໍ້ຄວາມໄດ້ລະບຸວ່າ ຫາກຍັງມີການໃຊ້ Ad Blocker ຕົວວິດີໂອຈະຢຸດຫຼິ້ນໃນອີກ 3 ຄລິບ ເຊິ່ງອາດຈະສົ່ງຜົນໃຫ້ບໍ່ສາມາດຮັບຊົມວິດີໂອໄດ້ອີກ ຍົກເວັ້ນວ່າຈະປິດການໃຊ້ງານ Ad Block ເທົ່ານັ້ນ.

ເຊິ່ງນະໂຍບາຍໃໝ່ນີ້ເບິ່ງຄືວ່າໃຈດີກວ່າເກົ່າໜ້ອຍໜຶ່ງ, ເນື່ອງຈາກວ່ານະໂຍບາຍເກົ່າທີ່ຜ່ານມາໃນເດືອນພຶດສະພາ, ຖ້າຫາກກວດພົບ Ad Blocker ເເລ້ວຈະບໍ່ສາມາດເບິ່ງວິດີໂອຕໍ່ໄປໄດ້ເລີຍຈົນກວ່າຈະປິດມັນລົງ.
ສື່ຕ່າງປະເທດລາຍງານວ່າ ຂໍ້ຄວາມເເຈ້ງເຕືອນດັ່ງກ່າວໄດ້ຖືກສົ່ງໃຫ້ກັບຜູ້ໃຊ້ງານພຽງກຸ່ມນ້ອຍໆເທົ່ານັ້ນ, ນີ້ອາດເປັນການທົດສອບຂອງ YouTube ເເລະ ຄາດວ່າຜູ້ໃຊ້ງານ Ad Blocker ຈະມີທ່າອ່ຽງເພີ່ມຂຶ້ນເລື້ອຍໆໃນອະນາຄົດ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/