Xiaomi ເປິດໂຕມືຖື Series ໃໝ່ຫລ້າສຸດ Mi 10T Series ທີ່ຕອບໂຈດ Lifestyle ມາພ້ອມສະໂລແກນ Power your Creativity ຫຼື ປຸກພະລັງຄວາມຄຶດສ້າງສັນໃນຕົວທ່ານ ມາພ້ອມ Features ທີ່ຕອບໂຈດໃນທຸກຄວາມຕ້ອງການໂດຍໄດ້ເປິດໂຕມາ 2 ຮຸ່ນຫຼັກໆຄື Mi 10T ແລະ Mi 10T Pro ເຊິ່ງທັ້ງສອງສາມາດຮອງຮັບ 5G ແລະ ແຕກຕ່າງກັນໃນເລື່ອງຂອງກ້ອງຫຼັກໂດຍຮຸ່ນ Pro ຈະມາພ້ອມກ້ອງຫຼັກ 108 ລ້ານ Pixels ແລະ ຮຸ່ນປົກກະຕິຈະມາພ້ອມກ້ອງຫຼັກ 64 ລ້ານ Pixels.

ສະເປກ ແລະ ຄຸນສົມບັດ
- CPU Qualcomm Snapdragon 865 5G ຮອງຮັບ Internet 5G ໄດ້ທຸກເຄືອຂ່າຍ
- Ram 8 GB ແລະ Ram ສູງສຸດ 256 GB
- ໜ້າຈໍ 6.67 ນິ້ວ FullHD+ ແບບ 144Hz AdaptiveSync ທີ່ປັບຄວາມຖີ່ໜ້າຈໍຕາມ Content ທີ່ເບິ່ງ, ສັດສ່ວນຈໍແມ່ນ 20:9 ຄວາມແຈ້ງ 500 nits ຮອງຮັບ HDR10
- ກ້ອງຫຼັງ 3 ໂຕ
- ກ້ອງຫຼັກ Mi 10T Pro ມີຄວາມລະອຽດ 108 ລ້ານPixels f/1.69 ສ່ວນກ້ອງຫຼັກຂອງ Mi 10T ມີຄວາມລະອຽດ 64 ລ້ານPixels f/1.89
- ກ້ອງມຸມກວ້າງ 123 ອົງສາ ມີຄວາມລະອຽດ 13 ລ້ານ f/2.4
- ກ້ອງ Macro ມີຄວາມລະອຽດ 5 ອົງສາ ລ້ານPixels f/2.4
- ກ້ອງໜ້າ Selfie ມີຄວາມລະອຽດເຖິງ 20 ລ້ານ Pixels f/2.2
- ລະບົບສຽງ Dual Speaker ແບບ Stereo
- Battery 5000 mAh ສາກໄວເຖິງ 33w ມີເຕັກໂນໂລຊີ MMT ທີ່ຊ່ວຍໃຫ້ການສາກ Battery ໄວຂື້ນ ແລະ ເພິ່ມອາຍຸການໃຊ້ງານໄດ້ຫຼາຍກວ່າເກົ່າ ໃຊ້ຫົວສາກ USB-C
- ເຊື່ອມຕໍ່ 5G ໄດ້ທຸກເຄືອຂ່າຍ ແລະ ຮອງຮັບ WiFi 6
- ມີແຖບສະແກນລາຍນິ້ວມືເພື່ອປົດລັອກດ້ານຂ້າງຂອງຕົວເຄື່ອງ
- Mi 10T Pro ມາພ້ອມສີ 3 ສີຄື Lunar Silver, Cosmic Black ແລະ Aurora Blue, ສ່ວນ Mi 10Tມາພ້ອມສີ 2 ສີຄື Lunar Silver ແລະ Cosmic Black

Features ທີ່ໜ້າສົນໃຈ
- ກ້ອງທີ່ມີPixels ສູງເຖິງ 108 ລ້ານ Pixels ແລະ ມີໂຫມດຕ່າງໆ ທີ່ສາມາດສ້າງສັນໄດ້ແບບອິດສະຫຼະ
- ໂຫມດ Light Painting ທີ່ສາມາດສ້າງສັນຈິນຕະນາການຜ່ານການລາກແສງເປັນເສັ້ນທີ່ງົດງາມໄດ້
- ໂຫມດ AI Scaping 3.0 ທີ່ປ່ຽນຮູບ background ອອກມາໃຫ້ສວຍງາມ ແລະ ແຕກຕ່າງ ເພິ່ມສີສັນໃຫ້ກັບຄວາມຄິດສ້າງສັນ
- ມີລະບົບ Filter ສຳຫຼັບປັບໂທນສີຂອງຮູບໄດ້ 3 ສີ 3 style
- ໂຫມດ Subject Clone ທີ່ເຮັດໃຫ້ເຮົາສາມາດຖ່າຍຮູບແບບແຍກຮ່າງຫຼາຍໆຄົນໄດ້ຢ່າງງ່າຍດາຍໂດຍບໍ່ຕ້ອງຕັດຕໍ່ດ້ວຍຕົນເອງ ທີ່ນອກຈາກເປັນຮູບແລ້ວຍັງສາມາດໂຄນແບບ Video ໄດ້ອີກດ້ວຍ.
- ສາມາດຖ່າຍ Video ໄດ້ສູງສຸດທີ່ 8k ແລະ ສາມາດ Snap ຮູບອອກມາໄດ້ຄວາມລະອຽດສູງເຖິງ 33 ລ້ານ Pixels
- ການຖ່າຍຮູບແບບ Dual video ໄດ້ຫຼາຍຮູບແບບ
- ໜ້າຈໍມີຄວາມຖີ່ 144 Hz ທີ່ມາພ້ອມກັບ Adaptive Sync ເຮັດໃຫ້ໜ້າຈໍສະແດງຜົນ Refresh Rate ທີ່ກົງກັບ content ທີ່ຮັບເບິ່ງຢູ່ເຮັດໃຫ້ບໍ່ເກິດມີຮູບຂາດ ແລະ ປະຢັດ battery ໄດ້ແຖມຍັງສາມາດປັບໄດ້ຫຼາຍລະດັບ ແລະ ມີລະບົບ MEMC ທີ່ຊ່ວຍສ້າງ Frame ຂື້ນມາເພື່ອເຮັດໃຫ້ content ຕື່ນຕາຂື້ນກວ່າເກົ່າ
- Reading Mode 3.0 ເຮັດໃຫ້ໜ້າຈໍສະແດງຜົນຄືກັບໜ້າປຶ້ມຄືອ່ານຈາກເຈ້ຍຂອງແທ້.
- ມີແກ້ວ Corning Gorilla Glass5 ພ້ອມເຕັກໂນໂລຊີ Ag+ ທີ່ຢຸດຂະຫຍາຍຕົວ ແລະ ທໍາລາຍແບັກທີເລຍໄດ້ເຖິງ 99.99% ໃສ່ມາທັ້ງ Film ກັນຮອຍ ແລະ ເຄດກັບແຕກ.
- ປົດລັອກດ້ວຍລະບົບເຊັນເຊີ້ສະແກນລາຍນິ້ວມືທາງດ້ານຂ້າງ
- ມີລະບົບການບັນທຶກສຽງແບບ 3 ມິຕິ 2 ດ້ານ ແລະ ລຳໂພງເປັນແບບ stereo ຄູ່

ລາຄາ ແລະ ໂປໂມຊັ່ນ
ປິດທ້າຍດ້ວຍລາຄາຂອງ Mi 10T Pro ລຸ້ນ Ram 8 GB Rom 256 GB ມາພ້ອມລາຄາ $569 ສ່ວນຮຸ່ນ Ram 8 GB Rom 128 GB ມາພ້ອມລາຄາ $497
ແລະ ລຸ້ນ Mi 10T ມາພ້ອມລາຄາ $462 .
ຖືໄດ້ວ່າດ້ວຍສະເປັກລະດັບທັອບ ແຕ່ລາຄາມາແບບນີ້ ນອກຈາກຈະກາຍເປັນ Flagship Killer ຂ້າຍີ່ຫໍ້ອື່ນແລ້ວ ຍັງຂ້າ Flagship ຍີ່ຫໍ້ໂຕເອງທີ່ເປີດໂຕມາກ່ອນນີ້ ແລະລາຄາສູງກວ່ານີ້ຫລາຍນຳອີກ.
ທີ່ມາ: https://www.beartai.com/news/movement-of-thai-it-industry/488400