ຍິນດີຕ້ອນຮັບເຂົ້າສູ່ໂຮງງານຊັອກໂກແລັດຂອງ Wonka ຮູບເງົາທີ່ກຳລັງມາແຮງທີ່ສຸດໃນຕອນນີ້ ເນື່ອງຈາກຫຼ້າສຸດທາງເວັບໄຊໃຫ້ຄະແນນຊື່ດັງຢ່າງ Rotten Tomatoes ໄດ້ປ່ອຍຄະແນນຊຸດທຳອິດອອກມາເປັນທີ່ຮຽບຮ້ອຍແລ້ວ ໂດຍຜົນປາກົດອອກມາແມ່ນຝັ່ງຂອງນັກວິຈານມີຄະແນນສູງຮອດ 80%.
ຕາມຂໍ້ມູນຂອງທາງ Rotten Tomatoes ລະບຸວ່າ ໃນປັດຈຸບັນນີ້ຮູບເງົາ Wonka ມີຄະແນນໃນຝັ່ງຂອງນັກວິຈານຢູ່ທີ່ 84 % ຈາກທັງໝົດ 94 ຣີວິວ ໂດຍຄຳວິຈານສ່ວນໃຫຍ່ແມ່ນກ່າວຍໍຍ້ອງເປັນສຽງດຽວກັນວ່າຮູບເງົາເລື່ອງນີ້ມີສະເໜ່ໃນຕົວມັນ ພ້ອມກັບເຕັມໄປດ້ວຍຄວາມອົບອຸ່ນ ແລະ ມີເພງມ່ວນໆທີ່ແຕກຕ່າງຈາກຕົ້ນສະບັບ.
ນອກຈາກນີ້ຍັງພາກັນຍ້ອງໃຫ້ກັບການສະແດງຂອງທັງສອງເວີຊັນບໍ່ວ່າເປັນສະບັບຂອງ Roald Dahl ຫຼື Timothée Chalamet ທຸກຄົນຕ່າງລົງຄຳເຫັນວ່າສະແດງອອກມາໄດ້ດີຫຼາຍ. ເຖິງຢ່າງໃດກໍຕາມຕອນນີ້ມີພຽງຄະແນນຈາກຝັ່ງນັກວິຈານເທົ່ານັ້ນທີ່ຖືກປ່ອຍອອກມາ ສ່ວນຄະແນນຝັ່ງຜູ້ຊົມຄາດວ່າຈະຖືກປ່ອຍອອກມາໄວໆນີ້.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/