ອົງການອະນາໄມໂລກ (WHO) ແນະນຳໃຫ້ຫຼີກເວັ້ນການໃຊ້ສານໃຫ້ຄວາມຫວານເພື່ອຄວບຄຸມນ້ຳໜັກ ພ້ອມຊີ້ໃຫ້ເຫັນວ່າສານເຫຼົ່ານີ້ບໍ່ມີຜົນປະໂຫຍດໃນໄລຍະຍາວໃນການລົດຜ່ອນໄຂມັນໃນຮ່າງກາຍ. ແລະອາດຈະເພີ່ມຄວາມສ່ຽງຕໍ່ການພັດທະນາພະຍາດເບົາຫວານປະເພດ 2, ໂຣກຫົວໃຈ ແລະ ໂຣກຫຼອດເລືອດ ແລະ ອາດຮຸນແຮງເຖິງຂັ້ນເສຍຊີວິດໄດ້ ໂດຍສະເພາະໃນກຸ່ມປະຊາກອນຜູ້ໃຫຍ່.
ອົງການ WHO ໄດ້ອອກຄໍາແນະນໍາໃນວັນທີ 15 ພຶດສະພາ ວ່າບໍ່ຄວນໃຊ້ສານໃຫ້ຄວາມຫວານແທນນໍ້າຕານເພື່ອຄວບຄຸມນ້ໍາໜັກ. ຄໍາແນະນໍາດັ່ງກ່າວລວມໄປຮອດສານໃຫ້ຄວາມຫວານທັງ ສັງເຄາະ ຫຼື ທໍາມະຊາດອື່ນໆ ທັງໝົດທີ່ບໍ່ໄດ້ຖືກຈັດປະເພດເປັນນ້ຳຕານເຊັ່ນ: saccharin, Stevia, Aspartame, Advantame, Cyclamate ເປັນຕົ້ນ.

WHO ຍັງລະບຸອີກວ່າ ຄຳແນະນຳຄັ້ງນີ້ ໃຊ້ບໍ່ໄດ້ກັບກຸ່ມຄົນທີ່ເປັນເບົາຫວານຢູ່ແລ້ວ ພ້ອມຍັງບໍ່ແນະນຳໃຫ້ໃຊ້ສານໃຫ້ຄວາມຫວານເຫຼົ່ານີ້ເພື່ອລົດຄວາມສ່ຽງໃນການເກີດໂຣກບໍ່ຕິດຕໍ່ເຊັ່ນ: ໂຣກຄວາມດັນ ແລະ ໂຣກຫົວໃຈອີກດ້ວຍ.

Francesco Branca, ຜູ້ອຳນວຍການດ້ານໂພຊະນາການ ແລະ ຄວາມປອດໄພຂອງອາຫານປະຈຳ WHO, ກ່າວວ່າ: ການແທນທີ່ Free Sugar ຫຼື Sugar Free ດ້ວຍສານໃຫ້ຄວາມຫວານແທນນໍ້າຕານ ບໍ່ໄດ້ຊ່ວຍຄວບຄຸມນໍ້າໜັກໃນໄລຍະຍາວ ເຊິ່ງສານເຫຼົ່ານີ້ ບໍ່ແມ່ນປັດໄຈທາງໂພຊະນາການທີ່ຈຳເປັນ ແລະ ບໍ່ມີຄຸນຄ່າທາງໂພຊະນາການ ຜູ້ຄົນຈຳເປັນຕ້ອງພິຈາລະນາວິທີການອື່ນໆ ໃນການຄວບຄຸມປະລິມານນໍ້າຕານໃນຮ່າງກາຍ ເຊັ່ນ: ການລົດຄວາມຫວານໃນອາຫານ ຫຼື ເຄື່ອງດື່ມໃຫ້ຢູ່ໃນປະລິມານທີ່ເໝາະສົມ ແລະ ອອກກຳລັງກາຍຢ່າງສະໝໍ່າສະເໝີ”.

ໃນປັດຈຸບັນ, ສານໃຫ້ຄວາມຫວານກາຍເປັນທາງເລືອກໃນການບໍລິໂພກນໍ້າຕານ ເຊິ່ງປົກກະຕິແລ້ວມັກຈະມີ ແຄລໂລຣີ ຕ່ຳ ຫຼື ບໍ່ມີເລີຍ ແລະ ໄດ້ຮັບການວາງຂາຍຢ່າງກວ້າງຂວາງໃນຕະຫຼາດ ເປັນຜະລິດຕະພັນທາງເລືອກຕ່າງເຊັ່ນ: ເຄື່ອງດື່ມ ທີ່ໂຄສະນາວ່າບໍ່ມີນໍ້າຕານ ທີ່ອາດມີສ່ວນທີ່ທີ່ຈະຊ່ວຍຄວບຄຸມນໍ້າໜັກໃຫ້ຢູ່ໃນເກນປົກກະຕິ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/