*ຄ່າໂດຍສານເລີ່ມຕົ້ນພຽງແຕ່ 0 ໂດລາ ສໍາລັບເສັ້ນທາງລະຫວ່າງປະເທດທຸກເສັ້ນທາງ ສາມາດຈັບຈອງໄດ້ທຸກອາທິດ
(ນະຄອນຫຼວງວຽງຈັນ, ວັນທີ 12 ກຸມພາ 2024) – Vietjet ໄດ້ສະເຫຼີມສະຫຼອງປີໃໝ່ ດ້ວຍການເລີ່ມເປີດເສັ້ນທາງບິນກົງທີ່ເຊື່ອມຕໍ່ ນະຄອນ ໂຮ່ຈີມິນ ຫາ ເສິງຕູ່. ຖ້ຽວບິນໃໝ່ນີ້ ຈະເຮັດໃຫ້ນັກທ່ອງທ່ຽວໃນທະວີບມີທາງເລືອກໃນການເດີນທາງໃນຊ່ວງເດືອນມີນາ – ເມສານີ້. ພ້ອມທັງເພີ່ມທະວີການເຊື່ອມຕໍ່ທາງດ້ານການບິນຂອງຫວຽດນາມ ແລະ ຈີນ ພ້ອມທັງຊຸກຍູ້ການຄ້າ ແລະ ການທ່ອງທ່ຽວລະຫວ່າງ 2 ປະເທດ ແລະ ພາກພື້ນ.
ເປັນກຽດເຂົ້າຮ່ວມພິທີ ທີ່ສະໜາມບິນສາກົນ Tan Son Nhat ມີທ່ານ Wei Huaxiang, ກົງສຸນໃຫຍ່ຈີນປະຈຳນະຄອນໂຮ່ຈີມິນ ແລະ ທ່ານ Michael Hickey, ຫົວໜ້າຝ່າຍປະຕິບັດການ Vietjet. ພ້ອມກັນຕ້ອນຮັບຜູ້ໂດຍສານໃນຖ້ຽວບິນທຳອິດຢ່າງອົບອຸ່ນ ແລະ ໄດ້ອວຍພອນການປະຕິບັດງານໃໝ່ໃນປີມັງກອນນີ້.

ເສັ້ນທາງ ໂຮ່ຈີມິນ-ເສິງຕູ່ ໃຫ້ບໍລິການຖ້ຽວບິນໄປກັບ 7 ຖ້ຽວຕໍ່ອາທິດ, ໃຊ້ເວລາບິນກວ່າ 4 ຊົ່ວໂມງຕໍ່ຖ້ຽວ. ຖ້ຽວບິນຈາກສະໜາມບິນສາກົນ Tan Son Nhat ຢູ່ນະຄອນໂຮ່ຈີມິນ ອອກເດີນທາງ 19:10 (ຕາມເວລາທ້ອງຖິ່ນ) ແລະ ລົງຈອດຢູ່ສະໜາມບິນສາກົນ Chengdu Tianfu (TFU) ໃນເວລາ 00:15 ນາທີ ມື້ຕໍ່ມາ (ຕາມເວລາທ້ອງຖິ່ນ). ໃນອີກຖ້ຽວໜຶ່ງຈາກເມືອງ ເສິງຕູ່, ຖ້ຽວບິນອອກ 00:50 ໂມງ (ຕາມເວລາທ້ອງຖິ່ນ) ແລະ ຮອດນະຄອນໂຮ່ຈີມິນເວລາ 03:55 ໂມງ (ຕາມເວລາທ້ອງຖິ່ນ).
ລາຄາປີ້ໂດຍສານພຽງ 0 ໂດລາ (ບໍ່ລວມພາສີ ແລະ ຄ່າທຳນຽມ) ທຸກໆວັນພຸດ, ວັນພະຫັດ ແລະ ວັນສຸກ ແມ່ນສາມາດຈອງໄດ້ແລ້ວທີ່ www.vietjetair.com ຫຼື ແອັບມືຖື Vietjet Air, ໄດ້ທຸກເສັ້ນທາງລະຫວ່າງປະເທດຂອງ Vietjet. ຜູ້ໂດຍສານຂອງ Vietjet ຈະໄດ້ຮັບປະກັນໄພການເດີນທາງ SkyCare ຟຣີເພື່ອການເດີນທາງທີ່ປອດໄພ.

ນະຄອນໂຮ່ຈີມິນ, ຕັ້ງຢູ່ພາກໃຕ້ຂອງຫວຽດນາມ ແມ່ນສູນກາງເສດຖະກິດ ແລະ ການຄົມມະນາຄົມຂອງປະເທດ. ນັກທ່ອງທ່ຽວສາມາດມ່ວນຊື່ນກັບສະຖານທີ່ ທີ່ເປັນສັນຍະລັກຄື: ຕະຫຼາດ Ben Thanh, ຫໍສະໝຸດກາງ ແລະ ພະຣາຊະວັງເອກະລາດ ແລະ ອື່ນໆອີກຫຼາຍແຫ່ງ. ນັກທ່ອງທ່ຽວຍັງສາມາດເພີດເພີນກັບຣົດຊາດອາຫານຂອງຫວຽດນາມແທ້ໆເຊັ່ນ: ເຝີ, Banh Mi, ກາເຟໃສ່ໄຂ່ ແລະ ຍັງມີອາຫານອີກຫຼາຍຢ່າງ. ນະຄອນໂຮ່ຈີມິນ ຍັງເປັນປະຕູສູ່ບັນດາຈຸດໝາຍທີ່ໜ້າຈັບອົກຈັບໃຈຂອງ ຝູກັວກ, ດານັງ, ດາລັດ… ໃຊ້ເວລາພຽງ 1 ຊົ່ວໂມງ ຍ້ອນວ່າເຄືອຂ່າຍ Vietjet ທີ່ກວ້າງຂວາງ.
ຕັ້ງຢູ່ພາກຕາເວັນຕົກສຽງໃຕ້ຂອງຈີນ, ເມືອງເສິງຕູ່, ນະຄອນຫຼວງຂອງແຂວງເສສວນ, ເປັນປະຕູສຳຄັນທີ່ເຊື່ອມຕໍ່ຫຼາຍຕົວເມືອງໃຫຍ່ຂອງຈີນ ແລະ ສາກົນ. ຍັງເປັນ “ບ້ານເກີດເມືອງນອນ” ຂອງ ໝີແພນດ້າ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ Jiuzhaigou – ມໍລະດົກໂລກທີ່ໄດ້ຮັບການຍອມຮັບຈາກອົງການ UNESCO. ນອກຈາກເສັ້ນທາງ ເສິງຕູ່ – ໂຮ່ຈີມິນ, Vietjet ຍັງໃຫ້ບໍລິການຖ້ຽວບິນ ຊຽງໄຮ້ – ໂຮ່ຈີມິນ ແລະ ຖ້ຽວບິນອີກຫຼາຍຖ້ຽວລະຫວ່າງຫວຽດນາມ ແລະ ຕົວເມືອງອື່ນໆຂອງຈີນຄື: Hangzhou, Tianjin, Xi’an, Shenzhen, Chongqing, Nanjing, Shijiazhuang, Harbin. , Lijiang ແລະ ອື່ນໆ.

ພິເສດ, ໃນຕອນເຊົ້າມື້ທຳອິດຕົ້ນປີມັງກອນ, ຜູ້ໂດຍສານທີ່ບິນກັບ Vietjet ຢູ່ສະໜາມບິນໃນທົ່ວຫວຽດນາມ ຈະໄດ້ຮັບການຕ້ອນຮັບດ້ວຍຮອຍຍິ້ມ, ຄຳອວຍພອນ ແລະ ເງິນຂອງຂວັນຈາກບັນດາການນຳ, ພະນັກງານ, ເຮືອບິນ Vietjet ເພື່ອແບ່ງປັນຄວາມມ່ວນຊື່ນ ແລະ ຄວາມສຸກໃນເທສະການກຸດຫວຽດ.
ບິນກັບ Vietjet, ຜູ້ໂດຍສານສາມາດເພີດເພີນກັບອາຫານຫວຽດນາມ ແລະ ສາກົນເຊັ່ນ: Banh mi, Pho, dimsum, ແລະ ອື່ນໆ ໃຫ້ບໍລິການໂດຍພະນັກງານຫ້ອງໂດຍສານທີ່ເປັນມືອາຊີບ ແລະ ພ້ອມໃຫ້ບໍລິການໃນເຮືອບິນທີ່ທັນສະໄໝ ແລະ ເປັນມິດກັບສິ່ງແວດລ້ອມ.
Vietjet ຈະເປີດເສັ້ນທາງ ວຽງຈັນ-ໂຮ່ຈີມິນ ໃນອາທິດໜ້າ ວັນທີ 25 ກຸມພາ 2024 ໂດຍມີຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດ ຄື: ວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ, ເຊິ່ງໃຊ້ເວລາບິນພຽງແຕ່ 1 ຊົ່ວໂມງ 45 ນາທີເທົ່ານັ້ນ. ນັກທ່ອງທ່ຽວຈາກລາວສາມາດຖືໂອກາດນີ້ໃນການເດີນທາງໄປຫວຽດນາມ, ຍັງສາມາດເດີນທາງໄປບັນດາຈຸດໝາຍປາຍທາງເພື່ອສຳຜັດກັບປະສົບການ ການເດີນທາງທີ່ໜ້າຈົດຈຳໃນລະດູໃບໄມ້ປົ່ງທີ່ຈະມາເຖິງນີ້.
ຂໍ້ມູນເພີ່ມຕື່ມໄດ້ທີ່ www.vietjetair.com
Media contact:
Bigblue Agency Laos
Call: +85620 78911848 (Lath)
Vietjet
Ms. Kieu Duong (Amy)
Email: [email protected]
Cell: +84 932 775 066
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/