Twitter ປ່ອຍບົດສະຫຼຸບສີລະປິນທີ່ຖືກ Retweet ຫຼາຍທີ່ສຸດຂອງປີ 2020 ຈາກຂໍ້ມູນຂອງ Twitter Data ທີ່ເຜີຍອອກມາໃນວັນ 7 ທັນວາ 2020 ທີ່ຜ່ານມາ 2 ສີລະປິນ K-pop ຢ່າງ BTS ແລະ BLACKPINK ໄດ້ຕິດທັອບ 10 ສີລະປິນທີ່ຖືກຣີທະວີດຫຼາຍທີ່ສຸດໃນປີ 2020 ກັບບັນດາສີລະປິນລະດັບໂລກ.

ໂດຍມີ BTS ຢູ່ອັນດັບ 1 ອີກຄັ້ງໃນປີນີ້ ສ່ວນ BLACKPINK ຢູ່ໃນອັນດັບທີ 7 ເຊິ່ງສະແດງໃຫ້ເຫັນເຖິງຄວາມນິຍົມຂອງ K-pop ໃນ Twitter ທົ່ວໂລກ ໂດຍລາຍຊື່ເຕັມໆທັງ 10 ອັນດັບໄດ້ແກ່:
- BTS
- Kanye West
- Beyonce
- Rihanna
- Justin Bieber
- Iamcardib
- BLACKPINK
- Drake
- Ariana Grande
- Taylor Swift
ຂະນະທີ່ Twitter ສ.ເກົາຫຼີເອງກໍໄດ້ສະຫຼຸບ 10 ອັນດັບສີລະປິນທີ່ຖືກຣີທະວີດຫຼາຍທີ່ສຸດໃນປີ 2020 ໂດຍ BTS ນຳມາເປັນທີ 1 ຕາມຄາດ ຕາມດ້ວຍ EXO, BLACKPINK, Seventeen, GOT7, NCT 127, TXT (TOMORROW x TOGETHER), ATEEZ, TREASURE, ແລະ Stray Kids
ທີ່ມາ: https://thestandard.co/twitter-unveiled-bts-number/