ພຶດຕິກຳດຶງຜົມຕົນເອງເປັນປະຈຳຖືເປັນການເສບຕິດອີກຮູບແບບໜຶ່ງທີ່ຫຼາຍຄົນເບິ່ງຂ້າມ. ທ່ານຮູ້ບໍວ່າ? ພຶດຕິກຳເຫຼົ່ານີ້ສື່ເຖິງບັນຫາສຸຂະພາບຈິດ ແລະ ສູນເສຍບຸກຄະລິກກະພາບ. ໂຣກດຶງຜົມຕົນເອງ (Trichotillomania) ໝາຍເຖິງ ການຫຼົ່ນຂອງເສັ້ນຜົມທີ່ເກີດຈາກການດຶງ ຫຼື ຖອນຜົມຂອງຕົນເອງໂດຍເຈຕະນາ ຫຼື ບໍ່ໄດ້ຕັ້ງໃຈ ໂຣກນີ້ຈັດເປັນກຸ່ມຂອງຄວາມຜິດກະຕິທາງຈິດຕະເວດ.
ໂຣກເສບຕິດປະເພດນີ້ບໍ່ສະເພາະດຶງຜົມຕົນເອງເທົ່ານັ້ນ, ແຕ່ເກີດຂຶ້ນໄດ້ກັບທຸກບໍລິເວນຂອງຮ່າງກາຍທີ່ມີຜົມ ຫຼື ຂົນຍາວທີ່ສາມາດດຶງອອກໄດ້ເຊັ່ນ: ຂົນຄິ້ວ, ຂົນຕາ, ໜວດ, ຂົນຂີ້ແຮ້ ເປັນຕົ້ນ. ສັງເກດໄດ້ງ່າຍໆເລີຍວ່າບໍລິເວນເສັ້ນຜົມຫຼົ່ນຈະມີເສັ້ນສັ້ນ, ຍາວບໍ່ເທົ່າກັນ ແລະ ເສັ້ນຜົມຫັກງໍ.
ໃນປັດຈຸບັນ, ຍັງບໍ່ທັນມີການລະບຸເຖິງສາເຫດຂອງໂຣກນີ້ໄດ້ຢ່າງຊັດເຈນ ມີພຽງການຕັ້ງຂໍ້ສັງເກດຂອງໂຣກມາຈາກຫຼາຍປັດໄຈເຊັ່ນ:
- ເກີດຈາກລະດັບຂອງສານສື່ປະສາດໃນບໍລິເວນສະໝອງບໍ່ສົມດຸນ ເຮັດໃຫ້ບໍ່ສາມາດຄວບຄຸມພຶດຕິກໍາການດຶງຜົມຂອງຕົນເອງໄດ້
- ຄວາມກົດດັນ, ຄວາມກັງວົນ ແລະ ຄວາມຕຶງຄຽດຈົນນຳໄປສູ່ພຶດຕິກໍາການດຶງເສັ້ນຜົມ
- ໂຣກຜິວໜັງ ໂດຍການດຶງຜົມຊ່ວຍໃຫ້ອາການດີຂຶ້ນເຊັ່ນ: ອາການຄັນຫົວຈາກລັງແຄ ເປັນຕົ້ນ

ອາການຂອງໂຣກດຶງຜົມຕົນເອງມີລັກສະນະຄື:
- ມັກດຶງຜົມຂອງຕົນເອງ ຫຼື ຂົນຕາມຮ່າງກາຍ, ດຶງຊ້ຳໆ ແລະ ຢຸດພຶດຕິກຳຕົນເອງບໍ່ໄດ້
- ເມື່ອພະຍາຍາມຢຸດດຶງເສັ້ນຜົມ ຍິ່ງຮູ້ສຶກຢາກດຶງຫຼາຍຂຶ້ນ ຖ້າຫາກບໍ່ໄດ້ດຶງຈະມີອາການຕຶງຄຽດເພີ່ມຂຶ້ນ
- ເມື່ອດຶງຜົມໄດ້ສຳເລັດຈະຮູ້ສຶກສະບາຍໃຈຂຶ້ນ, ຮູ້ສຶກດີ ແລະ ພໍໃຈ
- ຄົນທີ່ເສບຕິດການດຶງຜົມຈະມີວິທີການດຶງແຕ່ລະຮູບແບບແຕກຕ່າງກັນ
- ຮູ້ສຶກວ່າຜົມຫຼົ່ນຫຼາຍຂຶ້ນ, ຜົມບາງ ແລະ ຫົວລ້ານ
- ບາງຄັ້ງມີພຶດຕິກຳເອົາຜົມທີ່ດຶງມາຫຼິ້ນ ເຊັ່ນ: ໃຊ້ແຂ້ວກັດ, ຖູຜົມເທິງໃບໜ້າ ແລະ ຮິມສົບ.
- ການດຶງຜົມກາຍເປັນບັນຫາໃນຊີວິດປະຈໍາວັນ ເຊິ່ງມີບັນຫາກັບຄົນອ້ອມຂ້າງ ຫຼື ບໍ່ສາມາດເຂົ້າສັງຄົມໄດ້
- ບາງຄົນຈະພະຍາຍາມປົກປິດອາການຂອງຕົນເອງ ໂດຍເລືອກດຶງໃນສະຖານທີ່ບໍ່ມີຄົນເຫັນ
ເຖິງຢ່າງໃດກໍຕາມ, ໂຣກປະເພດນີ້ຍັງມີອາການແຕກຕ່າງກັນຕາມແຕ່ລະອາຍຸ ເຊັ່ນ:
• ໃນໄວເດັກ: ເດັກນ້ອຍມັກຈະດຶງຜົມຕົນເອງໂດຍບໍ່ຮູ້ຕົວ ເຊິ່ງຜູ້ປົກຄອງສາມາດສັງເກດເຫັນໄດ້ງ່າຍໆ ແລະ ບອກສອນໃຫ້ປັບປ່ຽນພຶດຕິກຳໄດ້ໂດຍບໍ່ຕ້ອງໃຊ້ຢາ.
• ໃນໄວໜຸ່ມ: ອາດເກີດຈາກບັນຫາການປ່ຽນແປງລະດັບຮໍໂມນ. ດັ່ງນັ້ນ, ຈຶ່ງສົ່ງຜົນກະທົບຕໍ່ອາລົມ ແລະ ການສະແດງອອກໃນເລື່ອງຕ່າງໆ ຫຼື ອາດຈະມີບັນຫາທາງຈິດອື່ນໆເຊັ່ນກັນ ຖ້າບໍ່ໄດ້ຮັບການປິ່ນປົວມັນຈະກາຍເປັນຊຳເຮື້ອ, ປິ່ນປົວຍາກ ແລະ ອາດຈະຕ້ອງໃຊ້ຢາ.
• ຜູ້ໃຫຍ່: ສ່ວນຫຼາຍແມ່ນອາການຊໍາເຮື້ອທີ່ສືບຕໍ່ມາແຕ່ຕອນໄວໜຸ່ມ, ປິ່ນປົວຍາກ ແລະ ອາດຕ້ອງໃຊ້ຢາ ເຊິ່ງອາດຈະມາພ້ອມກັບອາການທາງຈິດອື່ນໆ ແລະ ຖ້າປະໄວ້ດົນຈະເກີດອາການຊຳເຮື້ອຫຼາຍຂຶ້ນ ຫຼື ມີຜົນສະທ້ອນອື່ນໆຕິດຕາມມາ.

ໂຣກເສບຕິດການດຶງຜົມຕົນເອງມີຜົນກະທົບຫຼາຍຢ່າງຄື:
• ຜົມບາງ, ຜົມຫຼົ່ນ ແລະ ຫົວລ້ານຈາກການດຶງຜົມ: ຜົມທີ່ເກີດຂຶ້ນໃໝ່ຫຼັງການດຶງຜົມຈະບາງກວ່າຜົມທີ່ບໍ່ໄດ້ຖືກດຶງມາກ່ອນ. ນອກຈາກນັ້ນ ການດຶງຜົມຫຼາຍເຮັດໃຫ້ໜັງຫົວອັກເສບ ແລະ ເປັນຮອຍແປ້ວ. ໃນບາງກໍລະນີ ບໍລິເວນທີ່ຖືກດຶງ ຜົມຈະບໍ່ປົ່ງຂຶ້ນຢ່າງຖາວອນ.
• ສູນເສຍຄວາມໝັ້ນໃຈ: ເນື່ອງຈາກການສູນເສຍເສັ້ນຜົມ, ຫົວລ້ານ ກໍ່ໃຫ້ເກີດຜົນກະທົບດ້ານຈິດໃຈ, ຮູ້ສຶກບໍ່ດີກັບຕົນເອງ ແລະ ສູນເສຍຄວາມໜ້າເຊື່ອຖື ຈົນນຳໄປສູ່ຄວາມວິຕົກກັງວົນຕໍ່ການເຂົ້າສັງຄົມ.
• ຄວາມຜິດປົກກະຕິທາງຈິດອື່ນໆ: ເມື່ອສູນເສຍຄວາມໝັ້ນໃຈ, ບໍ່ກ້າເຂົ້າສັງຄົມ, ການເປັນຄົນເກັບຕົວ, ໂລກສ່ວນຕົວສູງ ແລະ ນໍາໄປສູ່ພາວະຊຶມເສົ້າ.
• ເກີດພະຍາດກະເພາະລໍາໄສ້: ເກີດຂື້ນໃນກໍລະນີທີ່ກິນເສັ້ນຜົມ ໃນເວລາທີ່ເສັ້ນຜົມຂັດຂວາງການຍ່ອຍອາຫານ ຈະກໍ່ໃຫ້ເກີດການອຸດຕັນຂອງລໍາໄສ້ ແລະ ຂາດສານອາຫານ.
ວິທີປິ່ນປົວໂຣກເສບຕິດການດຶງຜົມຕົນເອງສາມາດປະຕິບັດງ່າຍໆຄື:
1. ຕົວເຮົາເອງ ແລະ ຄົນອ້ອມຂ້າງ ລອງສັງເກດພຶດຕິກໍາວ່າມັກເກີດຂຶ້ນໃນເວລາໃດເຊັ່ນວ່າ: ເວລາທີ່ໂດດດ່ຽວ, ໂສກເສົ້າ, ເບື່ອ, ມີຄວາມກົດດັນ ຫຼືວ່າ ໃນສະຖານະການເຊັ່ນ: ໃນຂະນະເບິ່ງໂທລະພາບ, ໃນຂະນະທີ່ນອນຢູ່ໃນຫ້ອງ ແລະ ສະຖານທີ່ອື່ນໆ ເມື່ອເຮົາຮູ້ເຊັ່ນນີ້ແລ້ວສາມາດຄວບຄຸມ ແລະ ຄ່ອຍໆປັບປ່ຽນພຶດຕິກຳຂອງຕົນເອງ
2. ປຶກສາແພດຊ່ຽວຊານດ້ານຜິວໜັງ ເພື່ອຊອກຫາວິທີແກ້ໄຂຢ່າງຖືກຕ້ອງ
3. ໃນກໍລະນີຜົມບາງ ການປູກຜົມກໍແມ່ນອີກວິທີທີ່ຊ່ວຍເພີ່ມປະລິມານ ແລະ ຄວາມໜາຂອງເສັ້ນຜົນໃນບໍລິເວນຖືກດຶງ.
ອ້າງອີງ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/