ທຸກຄົນລ້ວນແຕ່ມີຄວາມຄິດ, ມຸມມອງ ແລະ ທັດສະນະຄະຕິແຕກຕ່າງກັນໄປ ເຊື່ອວ່າຫຼາຍຄົນຍ່ອມຢາກຢູ່ໃນສະພາບແວດລ້ອມອ້ອມຮອບໄປດ້ວຍຄົນທີ່ມີທັດສະນະຄະຕິທີ່ດີ ແຕ່ໃນສັງຄົມ ຫຼື ກຸ່ມຄົນໃດໜຶ່ງຍັງປາສະຈາກບໍ່ໄດ້ກັບບຸກຄົນທີ່ມີຄວາມຄິດດ້ານລົບ ຫຼື ຄວາມຄິດເປັນພິດ ເຊິ່ງເອີ້ນວ່າ: Toxic People ນັ້ນເອງ.
Toxic People ແມ່ນພຶດຕິກໍາຂອງຄົນທີ່ເອົາຕົນເອງເປັນຈຸດສູນກາງ, ມັກຄວບຄຸມຄົນອື່ນ, ອາລົມແປປວນ, ໃຊ້ຄໍາເວົ້າສຽດສີ. ນອກາກນີ້, ທ່ານ Perpetua Neo ນັກຈິດຕະສາດຂອງ DClinPsy ທີ່ວິທະຍາໄລລອນດອນ, ປະເທດອັງກິດ, ອະທິບາຍເພີ່ມເຕີມອີກວ່າຄົນເຫຼົ່ານີ້ຈະສະແດງພຶດຕິກໍາທຳຮ້າຍຮ່າງກາຍ ແລະ ຈິດໃຈຜູ້ອື່ນ ກ່າວໄດ້ວ່າການກະທໍາ ຫຼື ພຶດຕິກໍາຂອງບຸກຄົນປະເພດນີ້ເປັນພິດຕໍ່ຄົນອ້ອມຂ້າງນັ້ນເອງ.
ພຶດຕິກໍາ Toxic people ສະແດງອອກຄື:
1. ບໍ່ກ່າວຄຳຂໍໂທດເມື່ອຕົນເຮັດຜິດ
ບຸກຄົນປະເພດນີ້ຈະບໍ່ຮູ້ສຶກຜິດ ເຖິງແມ່ນວ່າສາເຫດທັງໝົດຈະມາຈາກຕົນເອງໂດຍກົງກໍຕາມ ໂດຍຖືຄະຕິທີ່ວ່າ: ຕົນເປັນຄົນຖືກສະເໝີ.
2. ບໍ່ຮູ້ສຶກຍິນດີກັບຄົນອື່ນ
ເມື່ອຄົນອ້ອມຂ້າງປະສົບຜົນສໍາເລັດ ນອກຈາກຈະບໍ່ສະແດງຄວາມຍິນດີແລ້ວກັບຍັງດູຖູກໝິ່ນປະໝາດ ພ້ອມທັງມີຄວາມອິດສາຄົນອື່ນອີກດ້ວຍ.
3. ເຫັນແກ່ຕົວ
ຄົນເຫຼົ່ານີ້ຄິດເຫັນຕົນເອງເປັນຫຼັກໂດຍບໍ່ຄຳນຶງເຖິງຜົນປະໂຫຍດສ່ວນລວມ ແລະ ເອົາຕົນເອງເປັນສູນກາງຂອງຈັກກະວານ.
4. ບໍ່ມີຄົນຄົບຫາ
ນີ້ອາດເປັນສັນຍານຊັດເຈນທີ່ສຸດຫາກໝູ່ເພື່ອນ ຫຼື ຄົນອ້ອມຂ້າງພະຍາຍາມຫຼີກເວັ້ນ ແລະ ຕີຕົວອອກຫ່າງ.
5. ຈົ່ມຂວັນນິນທາ
Toxic People ມັກເອົາເລື່ອງບໍ່ດີຂອງຄົນອື່ນມາເວົ້າເປັນເລຶ່ອງຕະຫຼົກ ແລະ ເຮັດໃຫ້ຄົນອື່ນດ້ອຍຄ່າ ເປັນຕົວຕະຫຼົກໃນການສົນທະນາ.
6. ຕັດສິນຄົນອື່ນ
ຄົນປະເພດນີ້ມັກໃຊ້ອາລົມຫຼາຍກວ່າເຫດຜົນ, ຕັດສິນຄົນອື່ນຈາກການກະທໍາ ຍົກຕົວຢ່າງ: ເມື່ອຄົນອື່ນເຮັດໃນສິ່ງທີ່ບໍ່ຖືກໃຈ ຫຼື ເຮັດຜິດເລັກນ້ອຍກໍດ່ວນຕັດສິນໃຈວ່າເປັນຄົນບໍ່ດີ, ເຮັດວຽກບໍ່ໄດ້ ພ້ອມທັງມັກວິພາກວິຈານເລື່ອງຂອງຄົນອື່ນ ແລະ ຄິດວ່າເລື່ອງຂອງຕົນເອງແມ່ນດີທີ່ສຸດ.
7. ມັກໂຍນຄວາມຜິດໃຫ້ຄົນອື່ນ
ໃນບັນຫານີ້ພວກເຮົາມັກຈະເຫັນໃນແງ່ຂອງການເຮັດວຽກເປັນທີມ ຍົກຕົວຢ່າງ: ແຜນການສົ່ງໃຫ້ລູກຄ້າເຮັດໃຫ້ເກີດຄວາມຜິດພາດ ຫຼື ຂໍ້ມູນຂາດຫາຍໄປ. ຄົນເຫຼົ່ານີ້ຈະບໍ່ຊອກຫາທາງແກ້ໄຂ ແຕ່ຈະຊອກຫາຜູ້ທີ່ຜິດ ຫຼື ໂທດຄົນອື່ນນອກຈາກຕົນເອງ.

ສາເຫດນິດໄສຂອງຄົນເປັນພິດນີ້ເກີດຈາກຫຼາຍປັດໃຈ ເຊັ່ນວ່າ: ຄວາມຜິດປົກກະຕິທາງດ້ານບຸກຄະລິກກະພາບ, ເປັນໂຣກໄບໂພລ່າ (Bipolar) ແລະ ຄວາມຕຶງຄຽດ, ບໍ່ສາມາດຄວບຄຸມອາລົມໄດ້ ແລະ ເປັນຄົນມັກຖືກຍ້ອງ. ນອກຈາກນັ້ນ, ຍັງມີສາເຫດມາຈາກຜູ້ປົກຄອງເອົາໃຈຫຼາຍເກີນໄປ, ຄອບຄົວມີບັນຫາ, ສານເສບຕິດ ແລະ ຜ່ານເຫດການເຈັບປວດໃນອະດີດ ກາຍເປັນປັດໄຈປູກຝັງນິດໄສຄົນເປັນພິດ.
ນອກຈາກນີ້ແລ້ວ, ຍັງໄດ້ແບ່ງປະເພດ Toxic People ອອກເປັນ 4 ປະເພດຄື:
- ກຸ່ມ Narcissist ແມ່ນເຫັນຕົນເອງດີກວ່າຄົນອື່ນ, ໃຊ້ຄວາມເຊື່ອທີ່ວ່າຕົນຢູ່ເໜືອຄົນອື່ນ ເຊັ່ນ: ອວດອ້າງວ່າຕົນມີພອນສະຫວັນ, ມີສະຖານະການທາງດ້ານການເງິນທີ່ດີກວ່າ
- Manipulate ມັກຄວບຄຸມຄົນອື່ນໃຫ້ເປັນໄປຕາມທີ່ຕົນຕ້ອງການ
- Gaslighting ການເຮັດໃຫ້ຄົນອື່ນໂທດຕົນເອງວ່າເປັນຄົນຜິດ
- ປ້ອຍດ່າ, ໃສ່ຮ້າຍ, ທຳຮ້າຍຮ່າງກາຍ ແລະ ຂົ່ມເຫັງຄົນອື່ນ
ວິທີການຈັດການກັບຄົນທີ່ເປັນພິດ
- ບໍ່ຄວນປ່ອຍປະລະເລີຍ ແລະ ຄິດວ່າ Toxic People ເປັນພຶດຕິກຳປົກກະຕິ. ສະນັ້ນ, ຄວນໂອ້ລົມກັບຄົນປະເພດນີ້ຢ່າງຈິງຈັງ ແລະ ບອກເຂົາໃຫ້ຮູ້ວ່າເຮົາບໍ່ມັກພຶດຕິກຳແງ່ລົບດັ່ງທີ່ເຂົາກະທຳ.
- ຖາມເຫດຜົນທີ່ຄົນປະເພດນີ້ປະພຶດ ແລະ ອາດຈະໃຫ້ໂອກາດເຂົາເພື່ອປັບປຸງນິດໄສ.
- ກໍານົດຂອບເຂດ ແລະ ພື້ນທີ່ຂອງທ່ານເອງຢ່າງຊັດເຈນ.
- ຫຼີກເວັ້ນການພົວພັນກັບຄົນທີ່ເປັນພິດຫາກເປັນໄປໄດ້
- ຢ່າໂທດຕົນເອງ ເພາະຄົນທີ່ເປັນພິດມັກໃຊ້ຄໍາເວົ້າ ແລະ ການກະທໍາຂອງຕົນເພື່ອທໍາຮ້າຍຄວາມຮູ້ສຶກຄົນອ້ອມຂ້າງໂດຍບໍ່ໄດ້ເຮັດຫຍັງຜິດ.
- ຜ່ອນຄາຍຄວາມກົດດັນໂດຍການພັກຜ່ອນໃຫ້ພຽງພໍ, ເຮັດກິດຈະກຳທີ່ທ່ານມັກ ແລະ ໃຊ້ເວລາກັບຄົນຮັກ.

ສຳລັບໃຜທີ່ສົງໄສວ່າເປັນ Toxic People ລອງປະຕິບັດຕົນດັ່ງນີ້:
- ຈົ່ງລະມັດລະວັງ, ກວດເບິ່ງພຶດຕິກໍາ ແລະ ຄວາມຄິດຂອງຕົນເອງ
- ເຝິກການເປັນຜູ້ຟັງທີ່ດີ
- ມີຄວາມເມດຕາ ແລະ ຈິງໃຈຕໍ່ຄົນອື່ນ
- ຄິດກ່ອນລົງມື ຫຼື ຕອບໂຕ້ກັບເລື່ອງໃດໜຶ່ງ
- ມີຄວາມຮັບຜິດຊອບເມື່ອເຮັດສິ່ງທີ່ຜິດພາດ
- ປ່ອຍວາງອີໂກ້ ແລະ ບໍ່ຢຶດຖືຕົນເອງເປັນຫຼັກ
ອ້າງອີງ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/