Tesla ຖືກໝາຍເອີ້ນຈາກ SEC ໃນກໍລະນີ Elon Musk ໂພສຂໍ້ມູນທີ່ມີຜົນຕໍ່ມູນຄ່າຮຸ້ນ ແລະ ມີຍອດຂາດທຶນຈາກການຖື Bitcoin 101 ລ້ານໂດລາ


ໃນວັນຈັນ ທີ 7 ກຸມພາທີ່ຜ່ານມາ ສຳນັກຂ່າວ Reuter ໄດ້ລາຍງານອ້າງອີງຈາກຖະແຫຼງການຂອງ Tesla, Inc ບໍລິສັດຜະລິດລົດໄຟຟ້າອັນດັບຕົ້ນໆ ຂອງສະຫະລັດອາເມຣິກາ ເປີດເຜີຍວ່າ ບໍລິສັດແມ່ນໄດ້ຮັບໝາຍເອີ້ນຈາກຄະນະກຳມະການກຳກັບດູແລຫຼັກຊັບ ແລະ ຕະຫຼາດຫຼັກຊັບຂອງສະຫະລັດອະເມຣິກາ ຫຼື Securities and Exchange Commission (SEC) ຈາກກໍລະນີທີ່ Elon Musk ປະທານແລະຜູ້ກໍ່ຕັ້ງ Tesla ໄດ້ທະວີດຂໍ້ຄວາມທີ່ມີຜົນຕໍ່ມູນຄ່າຂອງຮຸ້ນໃນຕະຫຼາດຫຼັກຊັບ.

ໂດຍໝາຍເອີ້ນໃນຄັ້ງນີ້ເປັນໜຶ່ງໃນຄວາມພະຍາຍາມຂອງ SEC ທີ່ຕ້ອງການກວດສອບວ່າ Musk ໄດ້ປະຕິບັດຕາມຂໍ້ຕົກລົງທີ່ໄດ້ສັນຍາໄວ້ໃນປີ 2019 ຫຼືບໍ່ ໂດຍເຫດການນີ້ມີຂຶ້ນຫຼັງຈາກທີ່ Musk ໄດ້ທະວີດຂໍ້ຄວາມຖາມຜູ້ຕິດຕາມໃນ Twitter ສ່ວນຕົວວ່າ ລາວຄວນຂາຍຮຸ້ນ 10% ຂອງ Tesla ທີ່ຖືຄອງ ແລ້ວເອົາມາເສຍພາສີ ດີຫຼືບໍ່, ຕໍ່ມາຄະແນນສຽງສ່ວນຫຼາຍແມ່ນສະໜັບສະໜູນໃຫ້ Musk ຂາຍ ຫຼັງຈາກນັ້ນລາວກໍເທຫາຍຮຸ້ນ Tesla ຕາມທີ່ລາວໄດ້ໂພສໄວ້ ເຮັດລາຄາຮຸ້ນຂອງ Tesla ຕົກລົງຢ່າງໜັກໜ່ວງ.

ໃນປີ 2018 Musk ກໍເຄີຍຖືກສອບສວນໃນກໍລະນີຕັ້ງໃຈເປີດເຜີຍຂໍ້ມູນພາຍໃນເພື່ອປັ່ນລາຄາຮຸ້ນຂອງບໍລິສັດໃນຕະຫຼາດ ເຮັດໃຫ້ Musk ຖືກເອີ້ນສອບສວນ ແລະຍຸຕິຂໍ້ຂັດແຍ້ງດັ່ງກ່າວດ້ວຍການຍິນຍອມໃຫ້ທີມນັກກົດໝາຍຂອງບໍລິສັດກວດສອບຂໍ້ຄວາມຂອງ Musk ກ່ອນເຜີຍແຜ່ຜ່ານສື່ສັງຄົມອອນລາຍຕ່າງໆ ຂໍ້ມູນໃດແດ່ ທີ່ມີຜົນຕໍ່ການຊື້ຂາຍຫຼືກະທົບຕໍ່ລາຄາຮຸ້ນໃນຕະຫຼາດຫຼັກຊັບຫຼືບໍ່ ເຊິ່ງໃນຄັ້ງນັ້ນ Musk ຍັງຕ້ອງໄດ້ລົງຈາກຕຳແໜ່ງປະທານກຳມະການຂອງ Tesla ເປັນເວລາ 3 ປີ ແລະ ຈ່າຍຄ່າປັບໃໝເປັນເງິນ 20 ລ້ານໂດລາ. ແຕ່ເຖິງຢ່າງນັ້ນ Musk ກໍຍັງໃຊ້ແພລັດຟອມໂຊຊຽວມີເດຍໃນການເປີດເຜີຍຄວາມເຄື່ອນໄຫວຕ່າງໆ ທັງຂອງຕົນເອງແລະທີ່ກ່ຽວຂ້ອງກັບ Tesla ຈົນສ້າງຄວາມກັງວົນໃຈໃຫ້ກັບທາງ SEC.

ສຳລັບໝາຍເອີ້ນຈາກ SEC ນີ້ອອກເມື່ອວັນທີ 16 ພະຈິກ 2021 ຫຼື ປະມານ 10 ມື້ ຫຼັງຈາກ Musk ທະວີດຂໍ້ຄວາມຖາມຜູ້ຕິດຕາມໃນ Twitter ວ່າຕົນຄວນຂາຍຮຸ້ນ Tesla 10% ດີຫຼືບໍ່.

ຈາກຄວາມເຄື່ອນໄຫວນີ້ກາຍເປັນອີກໜຶ່ງກະແສກົດດັນທີ່ທາງ Tesla ຕ້ອງປະເຊີນ ຫຼັງຈາກທີ່ອາທິດຜ່ານມາ ທາງຄ້າຍໄດ້ປະກາດເອີ້ນຄືນລົດໃຫຍ່ເກືອບ 54,000 ຄັນຈາກບັນຫາລະບົບການຂັບເຄື່ອນອັດຕະໂນມັດທີ່ເຮັດໃຫ້ລົດອາດເບຣກໄດ້ບໍ່ດີ ຈົນອາດເປັນອັນຕະລາຍກັບຜູ້ຂັບຂີ່ໄດ້.

ນອກຈາກນີ້ Tesla ຍັງໄດ້ເປີດເຜີຍລາຍງານຜົນປະກອບການຕໍ່ SEC ອີກວ່າ ບໍລິສັດມີຜົນຂາດທຶນທາງບັນຊີຈາກການລົງທຶນໃນ Bitcoin ປະຈຳປີ 2021 ເຖິງ 101 ລ້ານໂດລາ. ໂດຍ Tesla ໄດ້ອະທິບາຍເຖິງຜົນການລົງທຶນດັ່ງກ່າວຈະກະທົບຕໍ່ຜົນກຳໄລຂອງບໍລິສັດ ເຊິ່ງໄດ້ບັນທຶກຜົນການຂາດທຶນທາງບັນຊີຈາກການລົງທຶນໃນ Bitcoin ຕາມລາຄາຕະຫຼາດກວ່າ 101 ລ້ານໂດລາ ຈາກການຖືຫຼຽນດັ່ງກ່າວ ຫຼັງໄດ້ຂາຍແລະເຮັດກຳໄລ (Realized Gain) ໃນໄລຍະຕົ້ນປີ 2021 ກວ່າ 128 ລ້ານໂດລາ.

ທາງຄະນະກຳມະການມາດຕະຖານບັນຊີ ຫຼື Financial Accounting Standards Board (FASB) ໄດ້ກ່າວເຖິງມາດຕະຖານນະໂຍບາຍທາງບັນຊີວ່າ ທຸກບໍລິສັດທີ່ມີການເຂົ້າລົງທຶນໃນສິນຄ້າຫຼັກຊັບດິຈິຕອນ ຄວນຕ້ອງລາຍງານມູນຄ່າການຂາດທຶນທາງບັນຊີຂອງສິນຊັບນັ້ນໆ ເຖິງວ່າການຂາດທຶນຫຼືກຳໄລຈະຍັງບໍ່ໄດ້ຮັບຮູ້ກໍຕາມ (Unrealized Loss/ Profit).

Tesla ແມ່ນໄດ້ນຳເງິນສົດຂອງບໍລິສັດເຂົ້າລົງທຶນໃນ Bitcoin ນັບຕັ້ງແຕ່ໄຕມາດ 1 ຂອງປີ 2021 ໂດຍມີມູນຄ່າ 1.5 ພັນລ້ານໂດລາ ເຂິ່ງຈາກຂໍ້ມູນລາຍງານຕໍ່ SEC ເຜີຍວ່າ ໃນໄລຍະທ້າຍປີ 2021 ທາງບໍລິສັດມີການຖື Bitcoin ທີ່ມີມູນຄ່າຢູ່ທີ່ 1.9 ພັນລ້ານໂດລາ.

ໃນປີທີ່ຜ່ານມາ Tesla ໄດ້ສ້າງສຽງຮືຮາໃນລະດັບໂລກ ຈາກການປະກາດນຳເງິນສົດລົງໃນກອງທຶນ 1.5 ພັນລ້ານໂດລາ ໃນໄລຍະເວລາດຽວກັນນັ້ນຍັງພ້ອມເປີດຮັບການຊຳລະສິນຄ້າໃນ Tesla ດ້ວຍ Bitcoin ເຊັ່ນດຽວກັນ ກ່ອນຈະປະກາດຄວາມກັງວົນໃນປະເດັນເລື່ອງຜົນກະທົບສິ່ງແວດລ້ອມຈາກການຂຸດ Bitcoin ໃນເວລາຕໍ່ມາ. ແຕ່ສຸດທ້າຍກໍອອກມາຢືນຢັນວ່າຈະປະກາດຊຳລະດ້ວຍຫຼຽນ Crypto ແນ່ນອນ ຖ້າຫາກວ່າ 50% ຂອງການຂຸດນັ້ນເປັນພະລັງງານສະອາດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/