ຜ່ານໄປແລ້ວກັບການແຂ່ງຂັນບານເຕະ ເສິກ Manchester Derby ເຊິ່ງຜົນອອກມາເປັນຝ່າຍຂອງ ແມນເຊັສເຕີ້ ຊິຕີ້ ເຈົ້າບ້ານເປີດສະໜາມ ETIHAD Stadium ມອບຄວາມປະລາໄຊ ໃຫ້ກັບ ແມນເຊັສເຕີ ຢູໄນເຕັດ ຄູ່ແຂ່ງຮ່ວມເມືອງ ໄປ 6 ປະຕູຕໍ່ 3.

ໂດຍຕະຫຼອດ 90 ກວ່ານາທີ ທີ່ແມນຢູ ຕົກເປັນຮອງ ທັງຮູບເກມ ແລະ ຜົນສະກໍ ແຕ່ ຄຣິສເຕຍໂນ ໂຣນັລໂດ້ ຊຸບເປີ້ສະຕາເບີ 1 ຂອງທີມ ມີສະຖານະເປັນພຽງຕົວສຳຮອງ ແລະ ບໍ່ຖືກສົ່ງລົງສະໜາມເລີຍຈັກນາທີ ຈົນກາຍເປັນປະເດັນຄາໃຈແຟນບານທົ່ວໂລກ ແລະ ໄດ້ພາກັນຕັ້ງຄຳຖາມກັບ ເອຣິກ ເທັນຮາດ ຄູເຝິກຄົນປັດຈຸບັນຂອງ ແມນເຊັສເຕີ້ ຢູໄນເຕັດ ວ່າ ເປັນຫຍັງສະຖານະການແບບນີ້ຄືບໍ່ສົ່ງ ໂຣນັລໂດ້ ລົງສະໜາມ.

ໃນເກມນັດນີ້ ເຈົ້າຂອງລະຫັດ CR7 ມີຊື່ເປັນຕົວສຳຮອງ ແລະ ຖືກຄາດໝາຍວ່າ ລາວຈະຖືກສົ່ງລົງມາສະໜາມ ໃນສະຖານະການທີ່ທີມ ຕ້ອງການປະຕູ ຫຼື ຕົກເປັນຝ່າຍເສຍປຽບ. ໃນຂະນະທີ່ເລີ່ມຕົ້ນເຄິ່ງເວລາທີ 2 ມາດ້ວຍຜົນສະກໍທີ່ຕາມຫຼັງຢູ່ເຖິງ 0 ຕໍ່ 4, ແຕ່ 5 ຄົນ ທີ່ ເອຣິກ ເທັນຮາດ ສົ່ງລົງມາແກ້ເກມ ກັບບໍ່ມີຊື່ຂອງ ຄຣິສເຕຍໂນ ໂຣນັລໂດ້ ເລີຍ.

ຫຼັງຈົບເກມ ເອຣິກ ເທັນຮາດ ໄດ້ອອກມາເປີດເຜີຍກ່ຽວກັບເລື່ອງນີ້ວ່າ ເຫດຜົນທີ່ບໍ່ສົ່ງ ຄຣິສເຕຍໂນ ໂຣນັລໄດ້ ລົງສະໜາມໃນສະຖານະການທີ່ສະກໍຂາດລອຍແບບນີ້ ເພາະຢ້ານອາຊີບນັກເຕະທີ່ສວຍງາມ ຂອງໂຣນັລໂດ້ ນັ້ນຕ້ອງມາເສື່ອມເສຍ ກັບຜົນການແຂ່ງຂັນແບບນີ້.
ໂດຍເທັນຮາດ ກ່າວວ່າ: “ທີ່ຂ້ອຍບໍ່ສົ່ງ ຄຣິສເຕຍໂນ ໂຣນັລໂດ້ລົງ ຍ້ອນຂ້ອຍເຄົາລົບຕໍ່ອາຊີບຂອງລາວ ທີ່ມີເສັ້ນທາງອັນຍິ່ງໃຫຍ່ ສ່ວນເລື່ອງອື່ນຖືເປັນຂໍ້ດີທີ່ຂ້ອຍສົ່ງ ອອງໂທນີ່ ມາຊີຍາລ ລົງສະໜາມເພາະລາວຕ້ອງການເວລາໃນການລົງຫຼິ້ນ”

ແຕ່ຢ່າງໃດກໍຕາມ ຣອຍຄີນ ອະດີດກັບຕັນລະດັບຕຳນານຂອງ ແມນເຊັສເຕີ້ ຢູໄນເຕັດ ກັບເບິ່ງວ່າ ການທີ່ບໍ່ສົ່ງ ໂຣນັລໂດ້ ລົງໃນເກມແບບນີ້ ຕ່າງຫາກ ທີ່ເປັນການບໍ່ເຄົາລົບນັກເຕະ. ໂດຍ ຣອຍຄີນກ່າວວ່າ: ຢູໄນເຕັດບໍ່ເຄົາລົບ ໂຣນັລໂດ້ ເຂົາຄວນປ່ອຍໂຣນັລໂດ້ ອອກໄປຕັ້ງແຕ່ກ່ອນປິດຕະຫຼາດ ແຕ່ຜູ້ຈັດການທີມກັບເກັບຕົວລາວໄວ້ ແຕ່ຄວາມຈິງຄືເຈົ້າບໍ່ສາມາດເກັບລາວໄວ້ເປັນພຽງຕົວສຳຮອງແບບນີ້ ເພາະລາວຄືນັກເຕະທີ່ສຸດຍອດຕະຫຼອດການ”
ສຳລັບ ຄຣິສເຕຍໂນ ໂຣນັລໂດ້ ໄດ້ລົງຫຼິ້ນໃນ ພຣີເມຍລີກ ລະດູການນີ້ ພຽງນັດດຽວຈາກທັງໝົດ 7 ນັດ ແລະ ຍັງບໍ່ສາມາດຍິງປະຕູໄດ້ເລີຍຈັກປະຕູ ສ່ວນສັນຍາຂອງ ໂຣນັລໂດ້ ກັບ ແມນຢູ ນັ້ນແມ່ນຈະສິ້ນສຸດລົງຫຼັງຈົບລະດູການນີ້.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment