Ted Cruz ສະມາຊິກສະພາສູງລັດ Texas ກຳລັງສະເໜີຮ່າງກົດໝາຍເພື່ອປ້ອງກັນບໍ່ໃຫ້ Federal Reserve ສ້າງສະກຸນເງິນດິຈິຕອລຂອງທະນາຄານກາງ (CBDC)
ເຊິ່ງ CBDCs ແມ່ນເງິນ fiat ທີ່ມາໃນຮູບເເບບດິຈິຕອລ ເເຕກຕ່າງຈາກ Cryptocurrency, ເພາະສິນຊັບເຫຼົ່ານີ້ແມ່ນອອກ ແລະ ສະໜັບສະໜູນໂດຍລັດຖະບານ.

Cruz ໄດ້ໃຫ້ເຫດຜົນວ່າການສ້າງ CBDC ຈະເປັນການລວມສູນຂໍ້ມູນດ້ານການເງິນຂອງປະຊາຊົນ ແລະ ປ່ອຍໃຫ້ຂໍ້ມູນຂອງພວກເຂົາມີຄວາມສ່ຽງທີ່ຈະຖືກໂຈມຕີ. ເຂົາຍັງກ່າວອີກວ່າ ລັດຖະບານສະຫະລັດອາດຈະໃຊ້ເງິນໂດລາດິຈິຕອລເປັນເຄື່ອງມືເຝົ້າລະວັງເພື່ອກວດສອບການເຮັດທຸລະກໍາສ່ວນຕົວຂອງຊາວອາເມຣິກາໂດຍກົງ.
“ຮ່າງກົດໝາຍນີ້ຊ່ວຍໃຫ້ລັດຖະບານບໍ່ພະຍາຍາມທີ່ຈະລວມສູນ ຫຼື ຄວບຄຸມ cryptocurrency ແລະ ປ່ອຍໃຫ້ມັນເຕີບໂຕໃນສະຫະລັດເເທນ. ພວກເຮົາຄວນຈະໃຫ້ອຳນາດແກ່ຜູ້ປະກອບການ, ເປີດໃຊ້ງານນະວັດຕະກໍາ ແລະ ເພີ່ມສິດເສລີພາບສ່ວນບຸກຄົນ ບໍ່ຄວນຈະປິດກັ້ນສິ່ງເຫຼົ່ານີ້”
ໃນຂະນະທີ່ຝ່າຍບໍລິຫານ Biden ພິຈາລະນາຄວາມເປັນໄປໄດ້ຂອງການນໍາສະເໜີ CBDC, Cruz ກ່າວວ່າລັດຖະບານສະຫະລັດບໍ່ສາມາດສ້າງຕັ້ງສະກຸນເງິນທະນາຄານກາງໂດຍຝ່າຍດຽວ. ເຊິ່ງສະພານິຕິບັນຍັດໄດ້ປະກາດໃຊ້ຮ່າງກົດໝາຍດັ່ງກ່າວເປັນຄັ້ງທຳອິດໃນປີ 2022.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/