TWICE ກາຍເປັນ Girl Group ວົງທຳອິດຂອງໂລກທີ່ຂາຍບັດຄອນເສີດ SoFi Stadium ໝົດ ໃນແຄລິຟໍເນຍ


ສາວໆວົງ TWICE Girls Group ຈາກເກົາຫຼີໃຕ້ໄດ້ພິສູດພະລັງຄວາມດັງຕົນເອງອີກຄັ້ງດ້ວຍການຂາຍບັດ SoFi Stadium ໃນ California ໝົດແບບບໍ່ເຫຼືອ ແລະ ທີ່ສຳຄັນ TWICE ຍັງສ້າງປະຫວັດສາດໃຫ້ວົງການ K-POP ດ້ວຍການເປັນ Girl Group ກຸ່ມທຳອິດໃນປະເທດທີ່ສາມາດເຮັດໄດ້.

ເມື່ອປີກ່ອນ TWICE ກາຍເປັນວົງ Girl Group ກຸ່ມທຳອິດທີ່ສາມາດສ້າງປະຫວັດສາດໄດ້ ແລະ ເປັນພຽງອັນດັບ 2 ຮອງຈາກ BTS ພຽງເທົ່ານັ້ນທີ່ຈັດຄອນເສີດທີ່ Stadium ໃນອາເມຣິກາ ລວມໄປຮອດການຂາຍບັດຄອນເສີດທີ່ໝົດໄວປານແຈກຟຣີ.

ຫຼ້າສຸດ TWICE ກຳລັງຈະຈັດຄອນເສີດ READY TO BE ທີ່ປະເທດອາເມຣິກາ ເຮັດໃຫ້ TWICE ກາຍເປັນວົງ Girl Group ວົງທຳອິດທີ່ຈະຈັດຄອນເສີດທີ່  MetLife Stadium ແລະ SoFi Stadium ຫຼັງຈາກມີການປະກາດຂາຍບັດຄອນເສີດລ່ວງໜ້າໃນວັນທີ 22 ມີນາ 2023 ທີ່ຜ່ານມາຕາມເວລາທ້ອງຖິ່ນ ບັດຄອນເສີດຂອງສາວໆວົງ  TWICE ທີ່ຈັດຂຶ້ນຢູ່ SoFi Stadium ໃນ California ໝົດຢ່າງໄວວາ ແລະ ກາຍເປັນ Girl Group ທຳອິດຢ່າງເປັນທາງການທີ່ຂາຍບັດໝົດ ແລະ ຕາມຫຼັງພຽງວົງ BTS ເທົ່ານັ້ນ.

ນອກຈາກຄອນເສີດທີ່ຈະເກີດຂຶ້ນຢູ່ SoFi Stadium ສາວໆ TWICE ຍັງສາມາດສ້າງສະຖິຕິໃໝ່ ໂດຍມິນິອາລະບ້ຳຫຼ້າສຸດ READY TO BE ມີຍອດຂາຍ 145,500 ອາລະບ້ຳ ໃນການເປີດຕົວອາທິດທຳອິດໃນສະຫະລັດອາເມຣິກາ ແລະ ນີ້ແມ່ນສິ່ງທີ່ຈະມາກາລັນຕີຄວາມສຳເລັດຂອງສາວໆ TWICE ທີ່ໄດ້ສະແດງພະລັງໃຫ້ຄົນທົ່ວໂລກໄດ້ເຫັນ ແລະ ໄດ້ຈື່ຈຳວ່ານີ້ແມ່ນ TWICE.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/