ຖ້າຄິດເຖິງຄຳວ່າ Slow Life ກໍຄົງຈະເປັນການໃຊ້ຊີວິດແບບຊ້າໆ, ໃຈເຢັນບໍ່ເດືອດບໍ່ຮ້ອນ, ບໍ່ຕື່ນເຕັ້ນກັບສິ່ງໃດໆ ທີ່ເກີດຂຶ້ນອ້ອມຂ້າງ ແລະ ຖ້າເປັນສັດ ຫຼາຍຄົນກໍຄົງຈະຄິດເຖິງ ສະລັອດ (Sloth) ສັດລ້ຽງລູກດ້ວຍນົມທີ່ມີການເຄື່ອນໄຫວຊ້າທີ່ສຸດໃນໂລກ ແລະ ຖືກຍົກໃຫ້ເປັນບິດາຂອງການໃຊ້ຊີວິດແບບ Slow Life.
ແຕ່ເບິ່ງຄືວ່າຕຳແໜ່ງດັ່ງກ່າວຂອງສະລັອດຈະຕ້ອງສັ່ນສະເທືອນແລ້ວ ເມື່ອນັກວິທະຍາສາດ ຄົ້ນພົບ ສິ່ງມີຊີວິດ ທີ່ບໍ່ກິນ, ບໍ່ເໜັງ ແລະ ບໍ່ເຮັດຫຍັງເລີຍ ຢູ່ບ່ອນເກົ່າລ້າໆ ມາເປັນເວລາ 7 ປີ ໃນຖໍ້າແຫ່ງໜຶ່ງຂອງປະເທດ ສະໂລວີເນຍ.
ໂດຍສັດດັ່ງກ່າວ ມີຊື່ວ່າ ໂອມສ (Olms) ເປັນກຸ່ມສັດ ຊາລາເມນເດີ ເຊິ່ງມີຄວາມຍາວ ປະມານ 12 ນິ້ວ ບໍ່ມີສີ, ຕາບອດ ແຕ່ມີອາຍຸຍືນເຖິງ 100 ປີ ກັນເລີຍ.

ໂດຍທີມນັກທຳມະຊາດວິທະຍາ ແລະ ນັກສັດວິທະຍາຢູໂຣບ ໄດ້ເຂົ້າໄປສຳຫຼວດຖໍ້າແຫ່ງນີ້ ເມື່ອຫຼາຍສິບປີກ່ອນ ຫຼັງຈາກໄດ້ດຳນໍ້າຢູ່ຫຼາຍຄັ້ງ ພວກເຂົາກໍສັງເກດເຫັນຄວາມແປກປະຫຼາດ ໂດຍສິ່ງມີຊີວິດຄ້າຍຄືກັບລູກຈີ່ຈ້ຽມນີ້ ບາງໂຕກໍບໍ່ມີການປ່ຽນຕຳແໜ່ງເລີຍ ເຖິງແມ່ນວ່າເວລາຈະຜ່ານໄປຫຼາຍມື້ແລ້ວກໍຕາມ.
ພວກເຂົາຈຶ່ງຕິດແທັກ ຫຼື ເຄື່ອງຕິດຕາມໃສ່ໃນສັດນັ້ນ ຈຳນວນ 7 ໂຕ ໃນປີ 2010 ແລະ ອີກ 19 ໂຕ ໃນປີ 2016 ເພື່ອຕິດຕາມເບິ່ງວ່າມັນຈະໄປໃສແດ່ ເຊິ່ງຜົນອອກມາແມ່ນມີ 3 ໂຕທີ່ມີການເຄື່ອນທີ່ໄປໄກບໍ່ເກີນ 20 ແມັດ ແຕ່ທີ່ໜ້າສົນໃຈແມ່ນ ມີໂຕໜຶ່ງທີ່ບໍເໜັງໄປໃສເລີຍຕະຫຼອດເວລາ 2.569 ວັນ ຫຼື 7 ປີ.

ແມັດທິວ ນຽມມິວເລີ (Matthew Niemiller) ນັກຊີວະວິທະຍາຖໍ້າ ແຫ່ງມະຫາວິທະຍາໄລອາລາບາມາ ກ່າວວ່າ: “ອາດເປັນຍ້ອນລະບົບນິເວດໃນຖໍ້າທີ່ມັນອາໄສຢູ່ບໍ່ເອື້ອອຳນວຍປານໃດ ຫຼື ກໍຄື ອາຫານນັ້ນຫາຍາກ ແລະ ບໍ່ມີສັດນັກລ່າ, ພວກມັນປະສົມພັນພຽງຄັ້ງດຽວ ໃນທຸກໆ 12 ປີ ແລະ ຜ່ານການຄຳນວນ ພວກມັນຄົງຄິດວ່າບໍ່ເໜັງໄປໃສດີກວ່າ ຈຶ່ງຈະໄດ້ບໍ່ຕ້ອງເປືອງພະລັງງານ.”
ເດວິດ ອາເດທັນໂບຣອດ (David Attenborough) ນັກທຳມະຊາດວິທະຍາ ກ່າວວ່າ ໂອມ ໃຊ້ຊີວິດຢ່າງເຊື່ອງຊ້າ, ນີ້ເບິ່ງຄືຈະເປັນເຄັດລັບໃນການມີຊີວິດທີ່ຍືນຍາວຂອງມັນ ແລະ ນັ້ນອາດເປັນບົດຮຽນສຳລັບພວກເຮົາທຸກຄົນ”
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/