SEC ຂອງສະຫະລັດ ໄດ້ຂະຫຍາຍເວລາການຕັດສິນໃຈໃນການອະນຸມັດ Bitcoin ETF ອອກໄປຈົນເຖິງປີ 2024


ຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບຂອງສະຫະລັດ (SEC) ໄດ້ປະກາດຂະຫຍາຍເວລາການພິຈາລະນາການອະນຸມັດກອງທຶນ Bitcoin Exchange-Traded Fund (ETF) ອອກໄປຈົນເຖິງປີ 2024 ເນື່ອງຈາກ SEC ຈຳເປັນຕ້ອງໄດ້ປະເມີນຄວາມສ່ຽງ ແລະ ຜົນປະໂຫຍດທີ່ອາດຈະເກີດຂຶ້ນຂອງ Bitcoin ETF ຢ່າງຖີ່ຖ້ວນ ໂດຍຈະພິຈາລະນາເຖິງຜົນກະທົບອື່ນໆ ທີ່ອາດຈະເກີດຂຶ້ນກັບຕະຫຼາດ crypto ທັງໝົດ ແລະ ລະບົບການເງິນໃນປັດຈຸບັນ.

ໂດຍສາເຫດຫຼັກໆທີ່ເຮັດໃຫ້ SEC ເລື່ອນການອະນຸມັດອອກໄປ ຍ້ອນວ່າຕະຫຼາດ crypto ນັ້ນເປັນຕະຫຼາດທີ່ມີຄວາມຜັນຜວນຢູ່ຕະຫຼອດເວລາ ແລະ ມີຊ່ອງວ່າງດ້ານກົດລະບຽບອີກຫຼາຍ. ແລະໃນຂະນະນີ້ຍັງມີການຟ້ອງຮ້ອງກັບແພລັດຟອມເທຣດ crypto ຕ່າງໆເຊັ່ນ: Coinbase, Binance ແລະ Ripple Labs ຢູ່, ເຮັດໃຫ້ SEC ຕ້ອງໄດ້ເຂັ້ມງວດ ແລະ ລະມັດລະວັງເພີ່ມຂຶ້ນເພື່ອປ້ອງກັນນັກລົງທຶນ ແລະ ລະບົບທາງດ້ານການເງິນບໍ່ໃຫ້ເກີດເຫດການທີ່ເປັນອັນຕະລາຍ.

ອີກປະການໜຶ່ງກໍຄື SEC ໄດ້ມີຄວາມກັງວົນກ່ຽວກັບ Bitcoin ETF ທີ່ມີລັກສະນະຄ້າຍຄືກັບການລົງທຶນ, ເຖິງແມ່ນວ່າ Bitcoin ETF ນັ້ນເຊື່ອມໂຍງກັບ Bitcoin Futures ທີ່ໄດ້ຮັບການອະນຸມັດໃນເດືອນຕຸລາ ປີ 2021 ກໍຕາມ, ແຕ່ວ່າ Bitcoin ETF ມີຄວາມສ່ຽງໃນລະດັບທີ່ແຕກຕ່າງກັນເນື່ອງຈາກມີລັກສະນະໃນການລົງທຶນໂດຍກົງ.

ເຖິງແມ່ນວ່າ Bitcoin ETF ຈະມີຄວາມຄ້າຍຄືກັບ Futures ບ່ອນທີ່ບໍ່ຈຳເປັນຕ້ອງໄດ້ຖືຄອງສິນຊັບເອົາໄວ້, ແຕ່ Bitcoin ETF ມີຄວາມກ່ຽວຂ້ອງກັບກອງທຶນທີ່ຖື Bitcoin ໄວ້ຢູ່, ເຊິ່ງໄດ້ສ້າງຄວາມກັງວົນກ່ຽວກັບການຄຸ້ມຄອງກອງທຶນ, ຄວາມປອດໄພ ແລະ ການໝຸນໃຊ້ໃນຕະຫຼາດ.

ໂດຍບໍລິສັດຕ່າງໆທີ່ກຳລັງລໍຖ້າຄຳຕັດສິນໃນການອະນຸມັດ Bitcoin ETF ມີຄື: BlackRock, ARK Invest, Bitwise Asset ແລະອື່ນໆ. ເຊິ່ງນັກວິເຄາະໄດ້ຄາດການວ່າມີຄວາມເປັນໄປໄດ້ເຖິງ 65% ທີ່ SEC ຈະອະນຸມັດ Bitcoin ETF.

ທີ່ມາ:

coinspeaker

binance

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/