ໃນວັນທີ 22 ເດືອນພຶດສະພາ, SEC ຂອງມາເລເຊຍກ່າວວ່າ Crypto exchange Huobi ນັ້ນໄດ້ດໍາເນີນການໃນປະເທດເເບບຜິດກົດໝາຍເນື່ອງຈາກບໍ່ໄດ້ລົງທະບຽນການເເລກປ່ຽນຊັບສິນດິຈິຕອລ (DAX). ໂດຍເຈົ້າໜ້າທີ່ໄດ້ລະບຸວ່າ ນີ້ເປັນການລະເມີດຢ່າງຮ້າຍແຮງຕໍ່ກົດໝາຍວ່າດ້ວຍການຕະຫຼາດ ແລະ ການບໍລິການ, ເຊິ່ງກຳນົດໃຫ້ Crypto exchange ຈະຕ້ອງໄດ້ຮັບອະນຸຍາດຈາກ SEC ຂອງມາເລເຊຍໃນຖານະຜູ້ດຳເນີນການຕະຫຼາດທີ່ໄດ້ຮັບການຍອມຮັບ (RMO).
ໂດຍກົດໝາຍມາເລເຊຍໄດ້ຈັດໃຫ້ Crypto ຢູ່ໃນປະເພດຂອງຫຼັກຊັບ ແລະ Crypto exchange ຕ່າງໆຈະຕ້ອງໄດ້ພິສູດເຖິງຄວາມເໝາະສົມໃນການຈັດການບໍລິຫານ ແລະ ການປະຕິບັດຕາມຄວາມສ່ຽງຂອງການຟອກເງິນ, ການສະໜອງເງິນທຶນໃຫ້ເເກ່ຜູ້ກໍ່ການຮ້າຍ. ເຊິ່ງກ່ອນໜ້ານີ້ SEC ໄດ້ສັ່ງໃຫ້ປິດ Crypto exchange ໄປເເລ້ວຫຼາຍກວ່າ 40 ເເຫ່ງນັບຕັ້ງແຕ່ປີ 2017.

ດັ່ງນັ້ນ, Crypto exchange Huobi ຈຶ່ງຈຳເປັນຈະຕ້ອງປິດເວັບໄຊ ແລະ ເເອັບພິເຄຊັນໃນມືຖືໃນຫຼາຍເເພລັດຟອມຫຼາຍ Apple Store, Google Play ແລະ ອື່ນໆ.
ຢ່າງໃດກໍຕາມ, ການສັ່ງປິດກິດຈະການຂອງ Huobi Global ອາດຈະກະຕຸ້ນໃຫ້ນັກເທຣດ Crypto ຍ້າຍໄປຊົມໃຊ້ Crypto exchange ອື່ນໆທ່າມກາງຄວາມສົນໃຈໃນວົງການ Crypto ທີ່ເພີ່ມຂຶ້ນໃນປະເທດມາເລເຊຍ, ດ້ວຍການຍອມຮັບເອົາ Crypto ໃນປະເທດມາເລເຊຍໄດ້ເພີ່ມຂຶ້ນຈາກ 20% ໃນລະຫວ່າງໄຕມາດທີ 4 ຂອງປີ 2021 ເປັນ 26% ໃນປີຕໍ່ມາ.

ນອກຈາກນີ້ SEC ຍັງໄດ້ເເຈ້ງເຕືອນໃຫ້ບັນດານັກເທຣດຊາວມາເລເຊຍທຸກຄົນຢຸດການຊື້ຂາຍ, ຖອນເງິນ ແລະ ປິດບັນຊີຂອງຕົນເອງຢູ່ Huobi ໂດຍທັນທີ, ນັບແຕ່ເດືອນສິງຫາປີ 2022 ເປັນຕົ້ນໄປ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/