Ripple ຮ່ວມມືກັບ Onafriq ເປີດຊ່ອງທາງໃນການຊຳລະເງິນຮູບແບບໃໝ່ສຳລັບອາຟຣິກາ, ສະຫະຣາຊະອານາຈັກ, ອອສເຕຣເລຍ ແລະ ອ່າວເປີເຊຍ


Ripple ຈະເປີດຊ່ອງທາງໃນການຊຳລະເງິນແບບໃໝ່ລະຫວ່າງ 27 ປະເທດໃນອາຟຣິກາ ແລະ ອອສເຕຣເລຍ, ສະຫະຣາຊະອານາຈັກ ແລະ ສະພາການຮ່ວມມືອ່າວເປີເຊຍ (GCC) ພາຍໃຕ້ຂໍ້ຕົກລົງກັບ Onafriq ຜູ້ໃຫ້ບໍລິການຊໍາລະເງິນຜ່ານມືຖືອາຟຣິກາ.

ໂດຍ Onafriq ຈະໃຊ້ເຕັກໂນໂລຊີ Blockchain ຂອງ Ripple Payments ຮ່ວມກັບ 3 ບໍລິສັດຄູ່ຮ່ວມງານໄດ້ແກ່: Zazi Transfe, PayAngel ແລະ Pyypl. ໂດຍ Zazi Transfer ຈະໃຫ້ບໍລິການໂອນເງິນໄປຫາອອສເຕຣເລຍ, PayAngel ຈະໃຫ້ບໍລິການໃນສະຫະຣາຊະອານາຈັກ ແລະ Pyypl ຈະໃຫ້ບໍລິການແກ່ບັນດາປະເທດສະມາຊິກ GCC ໄດ້ແກ່: Bahrain, Kuwait, Oman, Qatar, Saudi Arabia, ແລະ ສະຫະລັດອາຣັບເອມິເຣດ.

ການໂອນເງິນແມ່ນສ່ວນໜຶ່ງທີ່ສໍາຄັນຂອງການຊໍາລະເງິນຂ້າມພົມແດນໄປຫາອາຟຣິກາ. Aaron Sears ຮອງປະທານອາວຸໂສໃນຂະແໜງຄວາມສໍາເລັດຂອງລູກຄ້າທົ່ວໂລກຂອງ Ripple ກ່າວວ່າ:

“ໃນທາງຕອນໃຕ້ຂອງທະເລຊາຍ Sahara ໄດ້ຮັບການພິສູດແລ້ວວ່າເປັນພື້ນທີ່ສາມາດນຳເອົາ crypto ເຂົ້າມາໃຊ້, ໂດຍໃຫ້ຜູ້ບໍລິໂພກໃນປະເທດຕ່າງໆເຊັ່ນ: ໄນຈີເຣຍ, ເຄນຍາ ແລະ ອາຟຣິກາໃຕ້ ສາມາດໃຊ້ຊັບສິນດິຈິຕອນເພື່ອຈຸດປະສົງຕົວຈິງໃນຊີວິດປະຈຳວັນ”

ທັງນີ້ Pyypl ແມ່ນຄູ່ຮ່ວມງານຂອງ Ripple ສໍາລັບການແກ້ໄຂສະພາບຄ່ອງຕາມຄວາມຕ້ອງການ (ODL) ຂອງບໍລິສັດ ແລະ Onafriq ກໍໄດ້ມີລາຍງານວ່າໄດ້ເຂົ້າຮ່ວມ ODL ເຊັ່ນກັນ.

Onafriq ຜູ້ໃຫ້ບໍລິການຊໍາລະເງິນຜ່ານມືຖືອາຟຣິການັ້ນເປັນທີ່ຮູ້ຈັກກັນໃນຊື່ “MFS Africa” ຈົນເຖິງຕົ້ນເດືອນພະຈິກ ແລະ ຕໍ່ມາກໍໄດ້ປະກາດປ່ຽນຊື່ຫຼັງຈາກທີ່ເຂົ້າຊື້ກິດຈະການຂອງ Global Technology Partners ຜູ້ພັດທະນາຊອບແວສໍາລັບການຊຳລະເງິນຜ່ານມືຖືຂອງສະຫະລັດໃນເດືອນມິຖຸນາ ປີ 2022, ໂດຍມີ MFS ເປັນເຄື່ອງໝາຍການຄ້າຂອງບໍລິສັດທີ່ໄດ້ລົງທະບຽນຢູ່ໃນສະຫະລັດ. ນອກຈາກນີ້ Onafriq ຍັງໄດ້ເຮັດຂໍ້ຕົກລົງກັບ Western Union ກ່ຽວກັບການເຮັດທຸລະກໍາຂ້າມພົມແດນໃນຕົ້ນປີນີ້ອີກດ້ວຍ.

ທີ່ມາ:

cointelegraph

businessday

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/