ເມື່ອຮອດໄລຍະທ້າຍປີເປັນເລື່ອງປະຈຳຢູ່ແລ້ວທີ່ທາງ Pantone ບໍລິສັດຊື່ດັງທີ່ດໍາເນີນກິດຈະກຳກ່ຽວກັບສີແລະສິ່ງພິມລາຍໃຫຍ່ຂອງໂລກຈະອອກມາເລືອກສີໃຫ້ກັບປີທີ່ຈະມາຮອດ ແລະ ສຳລັບປີ 2023 ນີ້ທາງ Pantone ໄດ້ເລືອກໃຫ້ສີແດງເຂັ້ມລະຫັດ Pantone 18-1750 Viva Magenta ກາຍເປັນ Pantone of the Year 2023 ຫຼື ສີປະຈໍາປີ 2023.


ສາເຫດທີ່ເລືອກສີນີ້ Pantone ໄດ້ໃຫ້ເຫດຜົນວ່າ ເພາະ Viva Magenta ເປັນສີທີ່ແປກໃໝ່ທີ່ສື່ເຖິງຄວາມແຂງແກ່ນ ແລະ ມີຊີວິດຊີວາ. ພ້ອມນັ້ນ ມັນຍັງເປັນສີແດງໂທນອຸ່ນທີ່ໃຫ້ຄວາມຮູ້ສຶກອົບອຸ່ນ ຂະນະດຽວກັນກໍມີໂທນແດງຢູ່ໃນຕົວ ເຊິ່ງເໝາະແກ່ການວາງສົມດຸນ, ດຶງດູດທັງກາຍ ແລະ ຈິດໃຈ ສື່ເຖິງຄວາມກ້າຫານທີ່ໄຮ້ຄວາມຢ້ານກົວ ແລະ ສົ່ງເສີມຄວາມມ່ວນຊື່ນ, ເບິ່ງໂລກໃນແງ່ດີ ພ້ອມທີ່ຈະໃຫ້ເຮົາຂຽນເລື່ອງລາວໃໝ່ໆ.

Leatrice Eiseman ຜູ້ອຳນວຍການບໍລິຫານຂອງ Pantone Color Institute ໄດ້ກ່າວວ່າ “ເຮົາເລືອກສີນີ້ເພາະຮູ້ສຶກວ່າມັນເປັນໂທນສີທີ່ແປກໃໝ່ໃນໄລຍະເວລາທີ່ບໍ່ທຳມະດາ ເຊິ່ງເປັນການນຳສະເໜີວິໄສທັດໃໝ່ໃຫ້ກັບເຮົາ ແລະສີນີ້ເປັນສິ່ງທີ່ສັ່ນສະເທືອນ ເຕັມໄປດ້ວຍພະລັງແລະຄວາມຫ້າວຫັນ ສະແດງໃຫ້ເຫັນເຖິງສັນຍານໃໝ່ແຫ່ງຄວາມແຂງແກ່ນ ເຊິ່ງເປັນສິ່ງທີ່ເຮົາທຸກຄົນຕ້ອງການສຳລັບອະນາຄົດໃນປີນີ້”
“ເຮົາຫວັງວ່າ Viva Magenta ຈະຊ່ວຍສ້າງໂລກບໍ່ຢຸດ ກະຕຸ້ນໃຫ້ເກີດການທົດລອງ ເຮັດໃຫ້ຈິດວິນຍານກ້າທີ່ຈະສຳຫຼວດສິ່ງແປກໃໝ່ໃນອະນາຄົດ” Leatrice Eiseman ກ່າວ.
ສຳລັບໃຜທີ່ຢາກຮູ້ລາຍລະອຽດຂອງສີແດງເຂັ້ມ Pantone 18-1750 Viva Magenta ໄດ້ທີ່: https://cutt.ly/V1CoGUb
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/