SpaceX ໄດ້ຮັບອະນຸຍາດໃຫ້ສົ່ງດາວທຽມ Starlink ຈໍານວນ 7.500 ດວງຂຶ້ນໄປຕິດຕັ້ງເທິງອະວະກາດ ຈາກການຍື່ນຄໍາຂໍຕິດຕັ້ງ 29.988 ດວງ

spacex-ໄດ້ຮັບອະນຸຍາດໃຫ້ສົ່ງດາວທຽມ

ເມື່ອວັນທີ 4 ທັນວາ ເວັບໄຊຕ່າງປະເທດໄດ້ລາຍງານວ່າ SpaceX ບໍລິສັດຜູ້ໃຫ້ບໍລິການອິນເຕີເນັດຜ່ານດາວທຽມລາຍໃຫຍ່ຂອງໂລກໄດ້ຮັບອະນຸຍາດຈາກຄະນະກໍາມະການກາງກໍາກັບດູແລກິດຈະການສື່ສານສະຫະລັດ ຫຼື FCC ໃຫ້ສາມາດຕິດຕັ້ງດາວທຽມ Starlink ເທິງອະວະກາດເພື່ອຮອງຮັບການຕິດຕໍ່ສື່ສານຜ່ານລະບົບອິນເຕີເນັດຊຸດທີ 2 ຫຼື Gen2 ຈໍານວນ 7.500 ດວງ ແລະການຕິດຕັ້ງແມ່ນສາມາດຕິດຕັ້ງເທິງອະວະກາດທີ່ມີລະດັບຄວາມສູງຈາກໂລກ 525 – 535 ກິໂລແມັດ ໂດຍກ່ອນໜ້ານີ້ທາງ SpaceX ໄດ້ຍື່ນຄໍາຂໍຕິດຕັ້ງຈາກ FCC ຫຼາຍເຖິງ 29.988 ດວງ.

spacex-ໄດ້ຮັບອະນຸຍາດໃຫ້ສົ່ງດາວທຽມ

ການອະນຸມັດໃນຄັ້ງນີ້ ເປັນພຽງການອະນຸມັດບາງສ່ວນເທົ່ານັ້ນ ເນື່ອງຈາກຄໍາຂໍຕິດຕັ້ງດາວທຽມຂອງບໍລິສັດ SpaceX ມີຫຼາຍເຖິງຫຼາຍໝື່ນດວງ ເຮັດໃຫ້ຫຼາຍຝ່າຍມີຂໍ້ກັງວົນກ່ຽວກັບບັນຫາຂີ້ເຫຍື້ອອະວະກາດທີ່ເກີດຂຶ້ນຈາກດາວທຽມທີ່ໝົດອາຍຸ ລວມໄປເຖິງການສັງເກດການທາງດາຣາສາດຈາກກ້ອງໂທລະທັດເທິງພື້ນໂລກທີ່ຖືກດາວທຽມ Starlink ລົບກວນການແນມເຫັນ ແລະບັນທຶກພາບທາງດາຣາສາດ.

spacex-ໄດ້ຮັບອະນຸຍາດໃຫ້ສົ່ງດາວທຽມ

ບໍລິສັດ SpaceX ບໍ່ໄດ້ນິ້ງນອນໃຈກ່ຽວກັບບັນຫາແລະຂໍ້ກັງວົນດັ່ງກ່າວ ໂດຍບໍລິສັດຢືນຢັນວ່າດາວທຽມ Starlink ທີ່ໝົດອາຍຸຈະຕົກລົງສູ່ຊັ້ນບັນຍາກາດແລະຖືກທຳລາຍເກືອບທັງໝົດ ແລະຖືກທຳລາຍເກືອບທັງໝົດ ສ່ວນບັນຫາການລົບກວນການສັງເກດການທາງດາຣາສາດຈາກພື້ນໂລກ ບໍລິສັດໄດ້ພະຍາຍາມປັບປຸງກາວທຽມຮຸ່ນໃໝ່ທີ່ສາມາດລົດການສະທ້ອນຂອງແສງເພື່ອລົດການລົບກວນກ້ອງໂທລະທັດເທິງພື້ນໂລກ ໂດຍດາວທຽມ Starlink ຮຸ່ນໃໝ່ໄດ້ຮັບການຕິດຕັ້ງໄປແລ້ວບາງສ່ວນ.

spacex-ໄດ້ຮັບອະນຸຍາດໃຫ້ສົ່ງດາວທຽມ

ສຳລັບດາວທຽມປ່ອຍສັນຍານອິນເຕີເນັດຊຸດທີ 2 ຫຼື Gen2 ຈໍານວນກວ່າ 7.500 ບໍລິສັດເປີດເຜີຍຂໍ້ມູນວ່າ ດາວທຽມແຕ່ລະດວງຈະມີຂະໜາດໃຫຍ່ຂຶ້ນເລັກນ້ອຍເມື່ອທຽບກັບດາວທຽມຊຸດທີ 1 ຫຼື Gen1 ບໍລິສັດວາງແຜນການໃຊ້ສົ່ງຂຶ້ນສູ່ອະວະກາດໂດຍການໃຊ້ຍານອະວະກາດ Starship ຍານອະວະກາດຮຸ່ນໃໝ່ຂອງບໍລິສັດທີ່ສາມາດບັນທຸກດາວທຽມ Starlink ຈໍານວນຫຼາຍຮ້ອຍດວງຂຶ້ນສູ່ອະວະກາດໃນພາລະກິດດຽວ ສຳລັບຈໍານວນດາວທຽມ Starlink ທີ່ປະຕິບັດພາລະກິດຢູ່ເທິງອະວະກາດ. ຂໍ້ມູນເມື່ອເດືອນພະຈິກ 2022 ພົບວ່າມີຈໍານວນຫຼາຍເຖິງ 3.271 ດວງ ໃນຈໍານວນນີ້ມີ 3.236 ທີ່ກຳລັງໃຫ້ບໍລິການປ່ອຍສັນຍານອິນເຕີເນັດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/