ເມື່ອວັນພະຫັດທີ່ຜ່ານມາ, OpenAI ໄດ້ປະກາດເປີດຕົວຄຸນສົມບັດ “custom instruction” ທີ່ຈະຊ່ວຍໃຫ້ຜູ້ໃຊ້ສາມາດປັບແຕ່ງ ChatGPT ໄດ້ຕາມຄວາມຕ້ອງການ ແລະ ຄວາມມັກສ່ວນຕົວຂອງເຂົາເຈົ້າໄດ້. Sam Altman CEO ຂອງ OpenAI ກ່າວວ່າ ໃນປັດຈຸບັນ ຄຸນສົມບັດດັ່ງກ່າວເປີດໃຫ້ໃຊ້ໄດ້ສະເພາະສະມາຊິກ ChatGPT Plus ເທົ່ານັ້ນ ແລະ ມີແຜນວ່າຈະເປີດໃຫ້ຜູ້ໃຊ້ທົ່ວໄປສາມາດໃຊ້ບໍລິການໄດ້ໃນໄວໆນີ້.

ຫຼັງຈາກຜູ້ໃຊ້ປ້ອນຂໍ້ມູນໃນ OpenAI ແລ້ວ, ຜູ້ໃຊ້ສາມາດກໍານົດການຕັ້ງຄ່າພາຣາມິເຕີສໍາລັບຄໍາຕອບທີ່ໄດ້ຮັບຈາກ ChatGPT ເຊັ່ນ: ການຕອບກັບແບບເປັນທາງການ, ວິທີທີ່ ChatGPT ກ່າວເຖິງຜູ້ໃຊ້ ແລະ ຄໍາຄິດຄໍາເຫັນ ChatGPT ໃນການຕອບກັບ ແລະ ອື່ນໆ.

OpenAI ໄດ້ລະບຸວ່າ “ChatGPT ຈະພິຈາລະນາຄໍາແນະນໍາທີ່ເຮົາກໍານົດເອງສໍາລັບການສົນທະນາໃນອະນາຄົດທັງໝົດ ໂດຍຈະພິຈາລະນາຄຳແນະນຳທຸກໆຄັ້ງທີ່ ຕອບສະໜອງ. ສະນັ້ນ ເຮົາຈຶ່ງບໍ່ຈຳເປັນຕ້ອງຕັ້ງຄ່າຂໍ້ມູນໃນທຸກໆການສົນທະນາ”
ເຖິງແມ່ນວ່າການຕັ້ງຄ່າ ChatGPT ໃຫ້ກາຍເປັນ Chatbot ສ່ວນບຸກຄົນນັ້ນເປັນເລື່ອງທີ່ໜ້າສົນໃຈ, ແຕ່ບໍລິສັດ ແລະ ໜ່ວຍງານບັງຄັບໃຊ້ກົດໝາຍໃນສະຫະລັດ ໄດ້ວາງຂໍ້ຈໍາກັດໃນການນໍາໃຊ້ຂອງ ChatGPT ເນື່ອງຈາກຄວາມຢ້ານກົວວ່າຂໍ້ມູນລະທີ່ອຽດອ່ອນ ຫຼື ເປັນຄວາມລັບຈະຮົ່ວໄຫຼເຂົ້າໄປໃນໂມເດວພາສາຂອງ AI.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/