OpenAI ປະກາດການຂະຫຍາຍເວລາຮ່ວມມືກັບ Shutterstock ຄັງຮູບພາບອອນລາຍ ເພື່ອນຳໄປເຝິກອົບຮົມໂມເດວ AI ສ້າງຮູບພາບ DALL-E ເປັນໄລຍະເວລາ 6 ປີ.
ໂດຍການຮ່ວມມືໃນຄັ້ງນີ້ຕໍ່ຍອດມາຈາກ ການຮ່ວມມືລະຫວ່າງ OpenAI ແລະ Shutterstock ທີ່ເລີ່ມຂຶ້ນໃນປີ 2021. ໂດຍ DALL-E ໄດ້ຮັບການເຝິກອົບຮົມກ່ຽວກັບຊຸດຂໍ້ມູນຂະໜາດໃຫຍ່ຂອງຮູບພາບ ແລະ ສື່ອື່ນໆຈາກ Shutterstock , ສິ່ງນີ້ເຮັດໃຫ້ DALL-E ສາມາດສ້າງຮູບພາບທີ່ສົມຈິງ ແລະ ມີຄວາມຖືກຕ້ອງຂຶ້ນ.

ການຮ່ວມມືຄັ້ງຫຼ້າສຸດນີ້ ເປັນການຂະຫຍາຍຄວາມຮ່ວມມືກັບ OpenAI ສຳລັບຫົກປີຂ້າງໜ້າ ເພື່ອໃຫ້ໂມເດວ DALL-E ເຂົ້າເຖິງຮູບພາບ, ວິດີໂອ, ເພງ ແລະ Metadata. ພ້ອມນັ້ນ ໃນຕອນນີ້ Shutterstock ກຽມຝັງ DALL-E ພາຍໃນຕົວ, ເຮັດໃຫ້ຜູ້ໃຊ້ສາມາດເຂົ້າໄປແກ້ໄຂ ແລະ ແປງຮູບພາບໄດ້.
ການຂະຫຍາຍການຮ່ວມມືແມ່ນການພັດທະນາທີ່ສໍາຄັນສຳລັບດ້ານປັນຍາປະດິດ. ມັນສະແດງໃຫ້ເຫັນວ່າ OpenAI ແລະ Shutterstock ມຸ່ງໝັ້ນທີ່ຈະພັດທະນາ DALL-E ເປັນເຄື່ອງມືທີ່ມີປະສິດທິພາບທີ່ສາມາດຖືກນໍາໃຊ້ເພື່ອຈຸດປະສົງທີ່ຫຼາກຫຼາຍ. ແຕ່ໃນທາງກັບກັນ ການຮ່ວມກັນຄັ້ງນີ້ໄດ້ເຮັດໃຫ້ເຈົ້າຂອງຜົນງານ ຫຼື ສິລະປິນທັງຫຼາຍມີຄວາມກັງວົນເພີ່ມຂຶ້ນ ຈາກການທີ່ນຳເອົາຜົນງານສ່ວນຕົວໄປເຝິກຝົນ AI ໂດຍທີ່ບໍ່ໄດ້ຮັບອະນຸຍາດຈາກເຈົ້າຕົວ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/