ຫຼາຍມື້ທີ່ຜ່ານມາ ການກຳນົດເຂດຫ້າມບິນ ”No-fly zone” ໃນຢູເຄຣນຂອງ NATO ກາຍເປັນປະເດັນຖົກຖຽງກັນ ວ່າອາເມຣິກາ ແລະ ນາໂຕ້ ຄວນຈະກຳນົດເຂດຫ້າມບິນໃນຢູເຄຣນຫຼືບໍ່ ເພື່ອປົກປ້ອງຊີວິດຂອງປະຊາຊົນ ແລະ ເພື່ອສະກັດກັ້ນຈາກການໂຈມຕີທາງອາກາດ ຂອງຣັດເຊຍ.

No-fly zone ຫຼື ເຂດຫ້າມບິນ ໝາຍເຖິງການກຳນົດອານາເຂດທ້ອງຟ້າໃດໜຶ່ງ ທີ່ບໍ່ອະນຸຍາດໃຫ້ ຍົນ ຫຼື ເຮືອບິນທຸກປະເພດບິນຜ່ານ ຫຼື ເຂົ້າມາໃນອານາເຂດ ທີ່ໄດ້ກຳນົດໄວ້. ປົກກະຕິແລ້ວກົດນີ້ອາດຈະຖືກປະກາດໃຊ້ໃຫ້ປົກປ້ອງພື້ນທີ່ທີ່ລະອຽດອ່ອນ ເຊັ່ນ: ທີ່ພັກອາໄສຂອງຣາຊະວົງ. ຫ້ອງການຂອງຜູ້ນໍາຂອງປະເທດ ຫຼື ສະໜາມກິລາທີ່ມີການແຂ່ງຂັນຢູ່ ຫຼື ສະຖານທີ່ທີ່ມີປະຊາຊົນເຕົ້າໂຮມກັນເປັນຈຳນວນຫຼາຍ.

ສ່ວນໃນທາງການທະຫານນັ້ນ No-fly zone ຫຼື ເຂດຫ້າມບິນ ແມ່ນຖືກອອກແບບມາເພື່ອ ສະກັດກັ້ນ ບໍ່ໃຫ້ຍົນ ຫຼື ເຮືອບິນ ບິນເຂົ້າມາຂົງເຂດທີ່ກຳນົດ ເຊິ່ງຈະຕ້ອງກຳນົດໂດຍ ວິທີການທາງທະຫານເທົ່ານັ້ນ. ປົກກະຕິແລ້ວແມ່ນໃຊ້ເພື່ອປ້ອງກັນການໂຈມຕີ ຫຼື ສອດແນມທາງອາກາດ ຂອງສັດຕູ ຫຼື ຄູ່ຂັດແຍ້ງ. ຍ້ອນເຫດນີ້ ການກຳນົດເຂດຫ້າມບິນຈຶ່ງອະນຸຍາດໃຫ້ຝ່າຍທີ່ກຳນົດ ສາມາດຍິງປືນເພື່ອສະກັດກັ້ນ ຫຼື ສົ່ງເຮືອບິນຂັບໄລ່ ອອກໄປຊິງໂຈມຕີເຮືອບິນທີ່ລ່ວງລໍ້າເຂົ້າມາໃນອານາເຂດທີ່ກຳນົດໄວ້.

ການກຳນົດເຂດຫ້າມບິນ ໃນນ່ານຟ້າຢູເຄຣນ ຂອງນາໂຕ້ຄັ້ງນີ້ຈະໄປສົ່ງຜົນຕໍ່ຣັດເຊຍ ແລະ ສະຖານະການໂລກຢ່າງແນ່ນອນ ເພາະຖ້າກຳນົດເປັນເຂດຫ້າມບິນ ຈະເຮັດໃຫ້ກອງກຳລັງຂອງ ນາໂຕ້ ຕ້ອງປະເຊີນໜ້າກັບກອງທັບຣັດເຊຍໂດຍກົງ ແລະ ຕ້ອງເຂົ້າຮ່ວມສົງຄາມຄັ້ງນີ້ຢ່າງເຕັມຮູບແບບ ເຊິ່ງອາດນຳໄປສູ່ສະຖານະການທີ່ຮຸນແຮງໄປກວ່າເກົ່າ.
ເຖິງແມ່ນວ່າຈະມີການຮຽກຮ້ອງຈາກປະທານາທິບໍດີ Volodymyr Zelensky ແລະລັດຖະບານຢູເຄຣນ ໃຫ້ບັນດາປະເທດພັນທະມິດໄດ້ຕັ້ງເຂດຫ້າມບິນຢູ່ຢູເຄຣນ ແຕ່ອາເມຣິກາ ແລະ ອົງການ ນາໂຕ້ ໄດ້ປະກາດວ່າການກຳນົດເຂດຫ້າມບິນບໍ່ແມ່ນຕົວເລືອກທີ່ກຳລັງພິຈາລະນາຢູ່ໃນຕອນນີ້ ເພາະຢ້ານມັນຈະເຮັດໃຫ້ສະຖານະການເຄັ່ງຕຶງ ແລະ ຮ້າຍແຮງຂຶ້ນຕື່ມ.

ການປະກາດໃຊ້ກົດເຂດຫ້າມບິນທາງການທະຫານຄັ້ງທຳອິດແມ່ນເກີດຂຶ້ນໃນປີ 1991 ທີ່ອາເມຣິກາ ແລະ ປະເທດພັນທະມິດ ໄດ້ກຳນົດເຂດຫ້າມບິນຂຶ້ນ 2 ແຫ່ງໃນອີຣັກ ເພື່ອປ້ອງກັນການໂຈມຕີກຸ່ມຊົນເຜົ່າບາງກຸ່ມ ແລະ ບາງສາສະໜາ. ກົດນີ້ແມ່ນໄດ້ເຮັດໂດຍບໍ່ມີການສະໜັບສະໜູນຈາກສະຫະປະຊາຊາດ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/