N’Golo Kante (ເອັນໂກໂລ້ ກັອງເຕ້) ເກີດເມື່ອວັນທີ 29 ເດືອນມີນາ 1991 ເປັນນັກກິລາບານເຕະທີມຊາດຝຣັ່ງ ປັດຈຸບັນສັງກັດຢູ່ສະໂມສອນເຊວຊີ ຫຼິ້ນໃນຕໍາແໜ່ງກອງກາງ.
ກັອງເຕ້ເປັນນັກເຕະທີ່ມຸ່ງໝັ້ນຕັ້ງໃຈໃນເວລາລົງແຂ່ງ ຈິງຈັງ ແລະ ຫ້າວຫັນ, ປັດຈຸບັນລາວເປັນນັກເຕະອີກຜູ້ໜຶ່ງທີ່ປ່ຽນຈາກຄົນຖານະທຸກຍາກ ຈົນກາຍມາເປັນນັກເຕະທີ່ມີຖານະດີຂຶ້ນ ຈາກຜົນງານທີ່ສ້າງຂຶ້ນມາດ້ວຍຕົວເອງ.
ກັອງເຕ້ເປັນຄົນທີ່ບໍ່ອວດອົ່ງ ແຕ່ງໂຕທຳມະດາ, ຮູ້ຈັກຄຸນຄ່າຂອງເງິນ, ລົດທີ່ລາວໃຊ້ນັ້ນກໍເປັນລົດທີ່ລາຄາບໍ່ແພງ ແຖມມີນິໄສດີຮູ້ຈັກໃນການວາງໂຕ ມີມາລະຍາດອ່ອນນ້ອມຖ່ອມຕົນ, ເປັນມິດກັບທຸກຄົນໃນທີມ ແລະ ເປັນທີ່ຮັກຂອງແຟນບານທຸກທີມເລີຍກໍວ່າໄດ້ ພ້ອມທັງໝູ່ໃນທີມກໍຮັກແພງລາວດີ.

ໃນສະໄໝກ່ອນຄອບຄົວທຸກຍາກ ແລະ ເວລາໄປຊ້ອມບານແມ່ນຂີ່ລົດສະກຸ໊ດເຕີ້ ຄັນນ້ອຍໆໄປ. ຫຼັງຈາກທີ່ລາວຊ້ອມແລ້ວ ກໍບໍ່ໄປທ່ຽວ ຫຼື ດື່ມຂອງມຶນເມົາຕາມເທັກຕາມບາ ຊ້ອມແລ້ວກໍກັບຫ້ອງ. ໃນຫ້ອງຂອງລາວນັ້ນບໍ່ມີຫຍັງເລີຍ ໂທລະພາບ, ຕູ້ເຢັນ ແມ່ນບໍ່ໄດ້ໃຊ້ ແລະ ລາວຍັງບອກອີກວ່າມັນກໍບໍ່ແມ່ນສິ່ງຂອງທີ່ຈໍາເປັນເທົ່າໃດ.
ນອກຈາກນີ້ ຍັງມີໝູ່ເພື່ອນໃນທີມ ເຫັນວ່າກັອງເຕ້ ບໍ່ໃຊ້ເຄື່ອງເອ້ ທາງໝູ່ຮ່ວມທີມເລີຍເຫັນດີຕົກລົງກັນຊື້ໂມງ ທີ່ລາຄາແພງອັນໜຶ່ງໃຫ້ ແລະ ກັອງເຕ້ ໄດ້ເວົ້າດ້ວຍປະໂຫຍກທີ່ເປັນຕາຫົວວ່າ: ໂມງລາຄາເທົ່ານີ້ສາມາດລ້ຽງຄອບຄົວຂ້ອຍໄດ້ເປັນ 10 ຄົນເລີຍ.

ເວົ້າໄດ້ວ່າເປັນນັກເຕະອີກຄົນໜຶ່ງ ທີ່ມີຄວາມໂດດເດັ່ນໃນສາຍຕາຂອງທຸກໆຄົນ. ນິໄສ ແລະ ຄວາມອ່ອນນ້ອມຖ່ອມຕົນຂອງລາວມີສະເໜ່ ຈົນໃຜໆກໍຮັກ, ພ້ອມຊົມເຊີຍໃນຜົນງານຂອງລາວຕະຫຼອດ ເພາະລາວກໍເປັນອີກນັກເຕະໃນທີມທີ່ຫຼິ້ນໄດ້ດີໃນສະໜາມ.

ຂອບໃຈຂໍ້ມູນຈາກ:
https://en.wikipedia.org/wiki/N%27Golo_Kant%C3%A9
ຂອບໃຈຮູບພາບຂອງກັອງເຕ້ເອງ:
https://www.facebook.com/nglkante/photos