- NATO ແມ່ນຫຍັງ?
NATO ມີຊື່ເຕັມວ່າ “ອົງການສົນທິສັນຍາແອດແລນຕິກເໜືອ” (North Atlantic Treaty Organization – NATO) ໄດ້ກໍ່ຕັ້ງຂຶ້ນເມື່ອ ວັນທີ 4 ເມສາ 1949 ໃຫ້ຄວາມຊ່ວຍເຫຼືອທາງການທະຫານກັບປະເທດສະມາຊິກ ໃນກໍລະນີທີ່ຖືກຄຸກຄາມຈາກພາຍນອກ ລວມໄປເຖິງການສົ່ງເສີມຄວາມໝັ້ນຄົງທາງດ້ານເສດຖະກິດ.
- ໃນໄລຍະເລີ່ມຕົ້ນ NATO ມີຈັກປະເທດ ແລະ ມີປະເທດໃດແດ່?
ໃນຕອນເລີ່ມຕົ້ນມີ 12 ປະເທດ ຮ່ວມລົງນາມໃນສົນທິສັນຍາ NATO ເຊັ່ນ: ສະຫະລັດອາເມຣິກາ, ສະຫະຣາຊະອານາຈັກ, ແຄນນາດາ, ເບລຢຽມ, ເດນໝາກ, ຝຣັ່ງ, ໄອແລນ, ອິຕາລີ, ລັກແຊມເບີກ, ເນເທີແລນ, ນໍເວ ແລະ ໂປຕຸເກດ. ສະມາຊິກໄດ້ເຮັດຂໍ້ຕົກລົງ ໃນການໃຫ້ຄວາມຊ່ວຍເຫຼືອເຊິ່ງກັນ ແລະ ກັນ ກໍລະນີທີ່ສະມາຊິກຖືກໂຈມຕີດ້ວຍອາວຸດ. ປັດຈຸບັນມີສະມາຊິກປະມານ 30 ປະເທດ.
- NATO ຕັ້ງຂຶ້ນເພື່ອຫຍັງ?
ຕັ້ງຂຶ້ນເພື່ອຮັກສາຄວາມໝັ້ນຄົງຮ່ວມກັນໃນປະເທດສະມາຊິກ ເນື່ອງຈາກຢ້ານໄພຄຸກຄາມຈາກສະຫະພາບໂຊວຽດ ພາຍຫຼັງສົງຄາມໂລກຄັ້ງທີ 2 ເປັນຕົ້ນມາ ໂດຍຍຶດຫຼັກການວ່າ “ການໂຈມຕີປະເທດສະມາຊິກປະເທດໃດປະເທດໜຶ່ງ ຈະຖືວ່າເປັນການໂຈມຕີປະເທດສະມາຊິກທັງໝົດ”.


- ໂຄງສ້າງຂອງ NATO ເປັນແບບໃດ?
1.ອົງກອນຝ່າຍພົນລະເຮືອນ
ກ.ຄະນະມົນຕີແອດແລນຕິກເໜືອ (North Atlantic Council – NAC) ເປັນອົງກອນຫຼັກຮັບຜິດຊອບ ຕໍ່ການຕັດສິນໃຈໃນເລື່ອງຕ່າງໆຂອງນາໂຕ້ ທີ່ກ່ຽວກັບການຕີຄວາມສົນທິສັນຍາ ແລະ ການນຳໄປປະຕິບັດ ຄະນະມົນຕີປະກອບດ້ວຍລັດຖະມົນຕີວ່າການກະຊວງການຕ່າງປະເທດ ລັດຖະມົນຕີວ່າການກະຊວງການຄັງຂອງປະເທດສະມາຊິກ ມີການປະຊຸມຢ່າງໜ້ອຍປີລະ 2 ຄັ້ງ.
ຂ.ສຳນັກງານເລຂາທິການນາໂຕ້ ຕັ້ງຢູ່ທີ່ກຸງບຣັສເຊລ ປະເທດເບລຢຽມ ມີໜ້າທີ່ບໍລິຫານວຽກທົ່ວໄປຂອງອົງກອນ ລວມໄປເຖິງການວາງແຜນນະໂຍບາຍ ຫົວໜ້າ, ສຳນັກງານ, ເລຂາທິການນາໂຕ້ ຄົນປັດຈຸບັນ.

2.ອົງກອນຝ່າຍທະຫານ
ຄະນະກຳມາທິການທາງທະຫານ The Military Committee ມີໜ້າທີ່ໃຫ້ຄຳແນະນຳດ້ານການທະຫານ ແກ່ຄະນະມົນຕີ ແລະ ຜູ້ບັນຊາການກອງກຳລັງປະສົມ ປະກອບດ້ວຍເສນາທິການຂອງທຸກປະເທດພາຄີ ຍົກເວັ້ນຝຣັ່ງ ແລະ ໄອແລນ (ເຊິ່ງບໍ່ມີກຳລັງທະຫານ) ມີການປະຊຸມຢ່າງໜ້ອຍປີລະ 2 ຄັ້ງ ໂດຍນາໂຕ້ ໄດ້ແບ່ງເຂດຍຸດທະສາດຕາມພູມສາດເປັນ 3 ເຂດ ຄື:
- ເຂດຢູໂຣບ ຢູ່ພາຍໃຕ້ການເບິ່ງແຍງຂອງຜູ້ບັນຊາການກອງກຳລັງຜະສົມຢູໂຣບ ໂດຍມີກອງບັນຊາການເອີ້ນວ່າ: Supreme Headquaters Allied Powers Europe (SHAPE) ປະກອບດ້ວຍກອງກຳລັງເຄື່ອນທີ່ໄວຈາກປະເທດສະມາຊິກ ເຊິ່ງພ້ອມຈະປະຕິບັດການໄດ້ທັນທີ ເຂດການຮັບຜິດຊອບຄື ແອຟຣິກາເໜືອ, ເມດິເຕີເຣນຽນ, ຢູຖຣບກາງ ແລະ ຢູໂຣບເໜືອ ຍົກເວັ້ນໂປຕຸເຫດ ແລະ ສະຫະຣາຊະອານາຈັກ SHAPE ມີກອງບັນຊາການຍ່ອຍໃນຢູໂຣບເໜືອ ທີ່ເມືອງໂຄສຊັສ ປະເທດນໍເວ ໃນຢູໂຣບກາງ ທີ່ເມືອງບຣຸນຊຸນ ປະເທດເນເທີແລນ ໃນຢຄໂຣບໃຕ້ ທີ່ເມືອງ Naples ປະເທດອິຕາລີ.

- ເຂດແອດແລນຕິກ (The Atlantic Ocean Command) ຢູ່ພາຍໃຕ້ການເບິ່ງແຍງຂອງ Supreme Allied Commander Atlantic (SACLANT) ເຂດການຮັບຜິດຊອບຕັ້ງແຕ່ຂົ້ວໂລກເໜືອເຖິງເສັ້ນ Tropic of Cancer ແລະ ຈາກຝັ່ງສະຫະລັດອາເມລິກາເຖິງຢູໂຣບ SACLANT ມີໜ້າທີ່ຫຼັກໃນການພິທັກເສັ້ນທາງເດີນເຮືອ ໃນເຂດແອດແລນຕິກ ເຊິ່ງເນັ້ນລັກສະນະການປະຕິບັດການກອງທັບເຮືອແອດແລນຕິກ ມີກອງບັນຊາການ ຕັ້ງຢູ່ທີ່ Norfolk ສະຫະລັດອາເມຣິກາ.

- ເຂດຊ່ອງແຄບ (The Channel Command) ຢູ່ພາຍໃຕ້ການເບິ່ງແຍງຂອງ Allied Commander in Chief Channel – CINCHAN) ເຂດການຮັບຜິດຊອບບໍລິເວນຊ່ອງແຄບອັງກິດ ແລະ ທະເລເໜືອຕອນໃຕ້ ເຮັດໜ້າທີ່ຄຸ້ມຄອງ ປ້ອງກັນເຮືອ ໃນເຂດປະສານງານກັບ SACEUR ໃນການປ້ອງກັນໄພທາງອາກາດ ໃນເຂດຊ່ອງແຄບ CINCHAN ມີກອງກຳລັງເຮືອຮົບຢູ່ພາຍໃຕ້ການຄວບຄຸມ ເອີ້ນວ່າ: Standing Naval Force Channel (STANAFORCHAN) ມີກອງບັນຊາການຢູ່ Nortwood ສະຫະຣາຊະອານາຈັກ.

ຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/