NASA ກຽມເລີ່ມຕົ້ນສຶກສາກ່ຽວກັບ UFO ຫຼັງຈາກໄດ້ຮັບຄວາມສົນໃຈຈາກຄົນທົ່ວໂລກ


ເຄີຍຄິດຫຼິ້ນໆ ບໍ່ວ່າ UFO ຫຼື ມະນຸດຕ່າງດາວມັນອາດມີຕົວຕົນຢູ່ໃນຈັກກະວານໃດໜຶ່ງ ແລະ ກຳລັງລໍຖ້າໃຫ້ມະນຸດເຮົາຄົ້ນພົບຢູ່. ທັງນີ້ ຕັ້ງແຕ່ອະດີດມາຮອດປັດຈຸບັນ ເລື່ອງລາວຂອງ UFO ແມ່ນເລື່ອງປິດສະໜາທີ່ມະນຸດທົ່ວໂລກໃຫ້ຄວາມສົນໃຈຢ່າງຫຼວງຫຼາຍ.

ເຊິ່ງນັ້ນເຮັດໃນວັນທີ 10 ມິຖຸນາ 2022 ອົງການບໍລິຫານການບິນແຫ່ງຊາດຂອງສະຫະລັດອາເມຣິກາ ຫຼື NASA ໄດ້ອອກມາປະກາດກຽມເລີ່ມຕົ້ນສຶກສາວັດຖຸບິນເທິງຟ້າຂອງມະນຸດຕ່າງດາວ (Unidentified Flying Objects: UFO) ຫຼືປາກົດການໃດໆກາງອາກາດທີ່ບໍ່ສາມາດລະບຸໄດ້ (Unidentified Aerial Phenomena: UAP) ດ້ວຍການລວມຂໍ້ມູນກວດສອບ ແລະ ວິເຄາະຫຼັກຖານງານວິໄຈ ເພື່ອພັດທະນາຄວາມເຂົ້າໃຈທາງວິທະຍາສາດທີ່ພົບເຫັນໄດ້ຫຼາຍຍິ່ງຂຶ້ນ.

Thomas Zurbuchen ຫົວໜ້າໜ່ວຍງານດ້ານວິທະຍາສາດຂອງ NASA ໄດ້ເປີດເຜີຍວ່າ ບໍ່ຢ້ານຄວາມສ່ຽງທີ່ອາດຈະກະທົບກັບຊື່ສຽງ ແລະ ເຊື່ອວ່າຄວາມທ້າທາຍທີ່ຍິ່ງໃຫຍ່ທີ່ສຸດຂອງປາກົດການເຫຼົ່ານີ້ ຄືຂອບເຂດຂອງຂໍ້ມູນທີ່ມີຢູ່ຢ່າງຈໍາກັດ ເຊິ່ງຕ້ອງໃຊ້ເວລາກວດສອບ ແລະ ກັ່ນຕອງ.

ໃນຂະນະທີ່ຍານສໍາຫຼວດຂອງ NASA ສໍາຫຼວດລະບົບສຸລິຍະຈັກກະວານ ເພື່ອຄົ້ນຫາຟອສຊິລຂອງຈຸລິນຊີໃນສະໄໝບູຮານ ປະກອບກັບນັກດາຣາສາດເອງກໍກໍາລັງແນມຫາສິ່ງທີ່ປຽບເໝືອນຫຼັກຖານຂອງຮ່ອງຮອຍບາງຢ່າງເທິງດາວເຄາະທີ່ຢູ່ຫ່າງໄກ ເພື່ອຫາສັນຍານອາລິຍະທໍາ ລວມເຖິງຄວາມເປັນໄປໄດ້ຂອງສິ່ງທີ່ມີຊີວິດນອກໂລກທີ່ມີລະດັບສະຕິປັນຍາ. ການປະກາດໃນຄັ້ງນີ້ກໍນັບເປັນຄັ້ງທໍາອິດຂອງ NASA ທີ່ຈະກວດສອບປາກົດການທີ່ບໍ່ສາມາດອະທິບາຍໄດ້້ເທິງທ້ອງຟ້າຂອງໂລກໜ່ວຍນີ້.

ຕະຫຼອດເວລາຫຼາຍທົດສະວັດທີ່ຜ່ານມາ NASA ໄດ້ຮັບຂໍ້ຮຽກຮ້ອງໃຫ້ຄົ້ນຫາຄໍາຕອບຂອງປາກົດການເຫຼົ່ານີ້ທີ່ບໍ່ສາມາດລະບຸ ຫຼື ອະທິບາຍໄດ້ ກ່ອນທີ່ແນວຄິດເຫຼົ່ານີ້ຈະຄ່ອຍໆເລີ່ມເປັນທີ່ສົນໃຈຂອງສາທາລະນະຫຼາຍຍິ່ງຂຶ້ນ. ຈາກລາຍງານໜ່ວຍຂ່າວຂອງສະຫະລັດອາເມຣິກາ ພົບວ່າ ມີການຄົ້ນພົບເຫດວັດຖຸ ຫຼື ປາກົດການທີ່ບໍ່ສາມາດລະບຸໄດ້ເຖິງ 144 ເຫດການເມື່ອປີ 2021 ເຊິ່ງທັງໝົດບໍ່ໄດ້ຂໍ້ສະຫຼຸບວ່າ ມີຄວາມກ່ຽວໂຍງກັບມະນຸດຕ່າງດາວຫຼືຍານ UFO ຫຼືບໍ່.

ທີມສືກສາສືກສາຂອງ NASA ກຸ່ມນີ້ຈະບໍ່ຂຶ້ນກັບກຸ່ມດ້ານຄວາມໝັ້ນຄົງຂອງ The Pentagon (ອາຄານບ່ອນເຮັດວຽກຂອງໜ່ວຍງານກະຊວງປ້ອງກັນປະເທດສະຫະລັດອາເມຣິກາ) ເບື້ອງຕົ້ນຄາດວ່າການສຶກສາດັ່ງກ່າວຈະໃຊ້ໄລຍະເວລາປະມານ 9 ເດືອນ ແລະ ໃຊ້ງົບປະມານບໍ່ເກີນ 1 ແສນໂດລາ ເປັນການສຶກສາແບບເປີດ ພ້ອມຍັງບໍ່ມີການໃຊ້ຂໍ້ມູນທາງການທະຫານທີ່ເປັນຄວາມລັບຂອງທາງສະຫະລັດອາເມຣິກາ.

NASA ເຜີຍວ່າ ທີມສຶກສາແມ່ນຈະນຳໂດຍ David Spergel ນັກດາຣາສາດ ແລະ ນັກຟີຊິກ ປະທານມູນນິທິ Simons Foundation ເພື່ອການພັດທະນາແລະວິໄຈດ້ານວິທະຍາສາດ ເຊິ່ງ David Spergel ຄາດວ່າການສຶກສາໃນຄັ້ງນີ້ອາດຊ່ວຍຄົ້ນຫາຄໍາຕອບທີ່ໃຜຫຼາຍຄົນສົງໄສກ່ຽວກັບປະເດັນເຫຼົ່ານີ້ໄດ້ບໍ່ຫຼາຍກໍໜ້ອຍ ແລະ ຈັກກະວານນີ້ຍັງມີຫຍັງອີກຫຼາຍຢ່າງທີ່ເຮົາບໍ່ເຂົ້າໃຈ ພ້ອມລໍຖ້າໃຫ້ເຮົາຄົ້ນຫາຄໍາຕອບອີກຫຼາຍຢ່າງ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/