ກ້າວເຂົ້າສູ່ໄລຍະສຸດທ້າຍເເລ້ວ ສຳລັບເຈົ້າໜີ້ຂອງ Mt Gox ທີ່ຈໍາເປັນຕ້ອງຂຽນຂໍ້ມູນລາຍລະອຽດໃນການຊຳລະໜີ້ ກ່ອນທີ່ຂະບວນການດັ່ງກ່າວຈະນຳໄປສູ່ການຄືນ Bitcoin ຈຳນວນມະຫາສານ.
ອີງຕາມຈົດໝາຍຂອງ Mt Gox Trustee ໃນວັນສຸກທີ່ຜ່ານມາລະບຸວ່າ “ສໍາລັບເຈົ້າໜີ້ຂັ້ນຕົ້ນ ແລະ ຂັ້ນກາງ, ສາມາດຮັບຊັບສິນຄືນພາຍໃນວັນທີ 31 ເດືອນຕຸລາ ປີ 2023”.
ຜູ້ຈັດການຊັບສິນກ່າວວ່າ “ເຮົາຈະເລີ່ມກຽມການຊຳລະເງິນຄືນ ໂດຍປະສານງານກັບລາຍຊື່ສະຖາບັນການເງິນ ລວມທັງກະດານເທຣດ Crypto ທີ່ສາມາດຮັບການຊຳລະເງິນ ເເລະ ຫຼັງຈາກນັ້ນຈະເເຈກຢາຍຄືນໃຫ້ເຈົ້າໜີ້, ດ້ວຍເຫດນີ້ຈຶ່ງຕ້ອງໃຊ້ເວລາໄລຍະໜຶ່ງກ່ອນທີ່ຈະເລີ່ມຕົ້ນຊຳລະໜີ້”. ໂດຍຜູ້ຈັດການຊັບສິນເຫັນວ່າ ການກຳນົດເວລາໃນການຊຳລະໜີ້ສາມາດເລື່ອນອອກໄປໄດ້ຖ້າໄດ້ຮັບອະນຸຍາດຈາກ Tokyo District Court.
ທັ້ງນີ້ Mt Gox ຈໍາເປັນຕ້ອງຈ່າຍຄືນເຈົ້າໜີ້ທັງໝົດ 142.000 BTC (3,9 ຕື້ໂດລາ), 143.000 BCH (17,9 ລ້ານໂດລາ) ແລະ 69 ຕື້ເຢນ (523 ລ້ານໂດລາ).
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/