Niantic ບໍລິສັດເທັກໂນໂລຢີ ຜູ້ພັດທະນາ Pokemon Go ໄດ້ຈັບມືກັບ Capcom ກຽມເປີດຕົວເກມ Monster Hunter Now ເຊິ່ງມາຈາກ Monster Hunter ທີ່ເຮົາຫຼິ້ນກັນໃນຄອມ ຫຼື ເຄື່ອງຫຼິ້ນເກມຕ່າງໆ. ພ້ອມນຳເອົາ ສັດປະຫຼາດໃນເກມ ອອກມາໃຫ້ບັນດານັກລ່າທັງຫຼາຍໄດ້ໄລ່ລ່າກັນໃນໂລກແຫ່ງຄວາມເປັນຈິງ.
Monster Hunter Now ນີ້ຈະມາໃນຮູບແບບ ເກມໃນໂທລະສັບມືຖື ສະເໝືອນວ່າຜູ້ຫຼິ້ນໄດ້ອອກໄປລ່າ ສັດປະຫຼາດ ຫຼື Monster ຈາກເກມ Monster Hunter ໃນໂລກຂອງຄວາມເປັນຈິງ ຄ້າຍຄືກັນກັບ Pokemon Go, ເດີນທາງໄປບ່ອນຕ່າງໆເພື່ອຂຸດຄົ້ນແຮ່ທາດ ແລະ ໄອເທັມຕ່າງໆ ພາຍໃນເກມ.

ລະບົບການຕໍ່ສູ້ໃນເກມໄດ້ຖືກອອກແບບໃຫ້ເປັນແນວ ແອັກຊັນ RPG ຄ້າຍຄືກັບທີ່ເຮົາຫຼິ້ນຢູ່ເຄື່ອງຫຼິ້ນເກມ ຫຼື ຄອມພິວເຕີ ພຽງແຕ່ປັບໃຫ້ມັນຫຼິ້ນງ່າຍຂຶ້ນ. ຜູ້ຫຼິ້ນສາມາດໃຊ້ອາວຸດທີ່ຕົນເອງມັກ ທ່າທາງ ລີລາຕ່າງໆ ເພື່ອໂຈມຕີ ສັດປະຫຼາດທີ່ຕົນກຳລັງປະເຊີນຢູ່.

ປະສົບການທີ່ດີທີ່ສຸດອັນໜຶ່ງໃນການຫຼິ້ນ Monster Hunter ກໍຄືການອອກໄປລ່າ ສັດປະຫຼາດກັບໝູ່ ແລະ Monster Hunter Now ນີ້ກໍຮອງຮັບຜູ້ຫຼິ້ນໄດ້ເຖິງ 4 ຄົນຮ່ວມເປັນທີມກັບນັກລ່າຄົນອື່ນໆທີ່ຢູ່ໃກ້ຄຽງ. ແຕ່ຢ່າງໃດກໍຕາມ ທາງຜູ້ພັດທະນາຍັງບໍ່ເຜີຍລາຍລະອຽດກ່ຽວກັບການຫຼິ້ນນຳກັນກັບໝູ່ເທື່ອ.

ໂດຍຕົວເກມ ມີກຳນົດຈະເປີດຕົວທົ່ວໂລກໃນເດືອນກັນຍາ 2023 ສໍາລັບທັງ iOS ແລະ Android.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/