MIXUE ເປັນແບຣນໜຶ່ງທີ່ຜູ້ຄົນກຳລັງນິຍົມ ໂດຍສະເພາະຢູ່ປະເທດລາວໃນຕົວເມືອງ ຈະເຫັນໄດ້ວ່າມີຫຼາຍໆສາຂາ ແລະ ແຕ່ລະສາຂາກໍຂາຍດີຈົນໄດ້ຕໍ່ຄິວຊື້. ເມື່ອເວົ້າເຖິງແບຣນນີ້ແລ້ວ ຈະບໍ່ໄດ້ນິຍົມແຕ່ສະເພາະໃນລາວ ແຕ່ຍັງມີຫຼາຍປະເທດທີ່ຄົນນິຍົມເຊັ່ນດຽວກັນ ໂດຍສະເພາະປະເທດເພື່ອນບ້ານ ຫຼື ຂອບເຂດປະເທດອາຊຽນ.
ແບຣນ MIXUE ຈະຂະຫຍາຍໄປຍັງແຕ່ລະປະເທດ ເຊິ່ງມີແລ້ວ 21,000 ສາຂາທົ່ວໂລກ ເຊິ່ງທຽບກັບກັບຈຳນວນສາຂາຂອງຮ້ານອາຫານດັງທົ່ວໂລກ MIXUE ຈະເປັນຮອງພຽງແຕ່ McDonald’s, Subway, Starbucks ແລະ KFC ເທົ່ານັ້ນ.
ມູນຄ່າແບຣນກວ່າ 8 ພັນລ້ານໂດລາ ໃນແຕ່ລະປີສາມາດເຮັດກຳໄລໄດ້ຫຼາຍກວ່າ 29 ລ້ານໂດລາ. ໃນປີ 2020 ສາມາດສ້າງລາຍໄດ້ 668 ລ້ານໂດລາ, ໄດ້ກຳໄລ 90 ລ້ານໂດລາ, ໃນປີ 2021 ສາມາດສ້າງລາຍໄດ້ຫຼາຍຂຶ້ນເປັນ 2 ເທົ່າກວ່າປີຜ່ານມາ 1.400 ລ້ານໂດລາ ສ່ວນກຳໄລກໍເພີ່ມສູງຂຶ້ນເຖິງ 271 ລ້ານໂດລາ.
ໃນຄວາມສຳເລັດນີ້ ຈຶ່ງເປັນອີກໜຶ່ງສິ່ງທີ່ຊ່ວຍຢືນຢັນການເຕີບໂຕຢ່າງກ້າວກະໂດດໄດ້ເປັນຢ່າງດີ ແຕ່ເຖິງຢ່າງໃດກໍຕາມໃນຕະຫຼາດເຂົ້າໜົມຫວານ ຫຼື ກະແລັມ ຊານົມໄຂ່ມຸກ ກໍຍັງມີຕະຫຼາດທີ່ຫຼາຍ ຖືວ່າມີຄູ່ແຂ່ງຫຼາຍພໍສົມຄວນ.
ຖ້າເວົ້າເຖິງຜູ້ກໍ່ຕັ້ງແມ່ນມີປະຫວັດທີ່ໜ້າຄົ້ນຫາ Zhang Hongchao ກ່ອນທີ່ຈະມາສ້າງແບຣນ ສະໄໝຮຽນມະຫາວິທະຍາໄລ ແມ່ນໄດ້ເຮັດວຽກພາດທາມໃນຮ້ານອາຫານເຄື່ອງດື່ມ ໂດຍເຮັດໜ້າທີ່ເປັນຄົນເຮັດນ້ຳແຂງໄສ ແລະ ເປັນຈຸດກຳເນີດຂອງລາວນັ້ນເອງ. ຈາກນັ້ນ ລາວກໍໄດ້ຢືມເງິນຄອບຄົວ 3.000 ຢວນ ເພື່ອມາເປີດຂາຍນ້ຳແຂງໄສແບບງ່າຍໆ ມີພຽງຕູ້ແຊ່ ເຄື່ອງເຮັດນຳແຂງໄສ ແລະ ໂຕະ 2-3 ໜ່ວຍເທົ່ານັ້ນ ສາມາດສ້າງລາຍໄດ້ມື້ລະ 100 ຢວນ. ແລ້ວທຸລະກິດນີ້ ກໍມີບັນຫາຈົນໄດ້ປິດຕົວລົງ ແຕ່ໃຊ້ເວລາບໍ່ດົນ ກໍສາມາດກູ້ສະພາບປົກກະຕິໄວ້ໄດ້ ເນື່ອງຈາກໄດ້ໄປສຶກສາຮ່ຳຮຽນສູດຕ່າງໆແລ້ວ ຄົ້ນຄິດວິທີເມນູໃໝ່ໆ ຈົນຄ່ອຍໆເຕີບໃຫຍ່ຂຶ້ນ.
ຈາກນັ້ນ ກໍໄດ້ຂະຫຍາຍທຸລະກິດ ດ້ວຍລະບົບແຟຣນຊາຍ ໂດຍໃຊ້ກົນລະຍຸດໃນການເປີດສາຂາໃຫ້ຄວບຄຸມພື້ນທີ່ຈຳນວນຫຼາຍ ໂດຍສະເພາະຕາມເມືອງຕ່າງໆໃນຈີນ ເພື່ອໃຫ້ຜູ້ບໍລິໂພກເຂົ້າເຖິງເມນູລາຄາຖືກໄດ້ຢ່າງສະດວກສະບາຍ.
ເຖິງຈະຂະຫຍາຍຫຼາຍສາຂາ ແຕ່ກໍຍັງຂາຍໃນລາຄາທີ່ຖືກ ເພາະ MIXUE ໃຊ້ກົນລະຍຸດຄວບຄຸມຕົ້ນທຶນການຜະລິດຂອງທຸກສາຂາໃຫ້ເໝາະສົມ ໄດ້ພັດທະນາລະບົບການບໍລິຫານ Supply Chain ເປັນຂອງຕົນເອງ ໂດຍມີຄົວກາງຜະລິດວັດຖຸດິບ ລວມເຖິງລົງທຶນໃນເຄືອຂ່າຍຄັງສິນຄ້າ ແລະ ການຂົນສົ່ງ ສົ່ງຜົນໃຫ້ມີຕົ້ນທຶນທາງທຸລະກິດຕ່ຳກວ່າຄູ່ແຂ່ງເຖິງ 20%. ເປັນສ້າງພາບລັກແບຣນໃຫ້ເປັນທີ່ຈົດຈຳ ແລະ ເຂົ້າເຖິງຜູ້ບໍລິໂພກໄດ້ງ່າຍຂຶ້ນກວ່າເກົ່າ ດ້ວຍການເປີດຕົວໂລໂກ້ໃໝ່ທີ່ມີຊື່ວ່າ Snow King ໂລໂກ້ຕຸກກະຕາຫິມະໜ້າຕາໜ້າຮັກໃສ່ມົງກຸດ ມີຄາແລັກເຕີຮ້ອງເພງ ແລະ ເຕັ້ນ.
ປັດຈຸບັນ MIXUE ຂະຫຍາຍໄປສູ່ປະເທດອື່ນໆຫຼາຍກວ່າ 11 ປະເທດ ແລະ ເປັນແບຣນກະແລັມທີ່ມີສາຂາຫຼາຍທີ່ສຸດໃນໂລກ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/