ໝີຂົ້ວໂລກຕາຍ ຈາກການຕິດເຊື້ອໄຂ້ຫວັດສັດປີກ H5N1 ກາຍເປັນກໍລະນີທຳອິດຂອງໂລກ!


ນັກວິທະຍາສາດໄດ້ອອກມາລາຍງານວ່າ ໄວຣັສໄຂ້ຫວັດສັດປີກ H5N1 ເຊິ່ງເປັນໜຶ່ງໃນສາຍພັນທີ່ຕິດຕໍ່ໄດ້ງ່າຍທີ່ສຸດໃນໂລກ ໃນຕອນນີ້ໄໄດ້ມີການແຜ່ກະຈາຍໄປຫາພື້ນທີ່ຫ່າງໄກທີ່ສຸດໃນໂລກຢ່າງທະວີບອາກຕິກແລ້ວ ພ້ອມກັບມີໝີຂົ້ວໂລກໄດ້ຕິດເຊື້ອ ແລະ ຕາຍຈາກໄປຖືວ່າເປັນກໍລະນີທຳອິດຂອງໂລກ.

ດຣ. Bob Gerlach ສັດຕະວະແພດປະຈຳລັດອະລາສກາ ໄດ້ບອກວ່າ ການຕາຍຂອງໝີຂົ້ວໂລກມາຈາກການຕິດໄວຣັສ H5N1 ໄດ້ຮັບຫານຢືນຢັນເປັນທີ່ຮຽບຮ້ອຍເມື່ອເດືອນ ທັນວາ 2023 ໂດຍກົມອະນຸລັກສິ່ງແວດລ້ອມຂອງອະລາສກາ.

ໂດຍມັນຖືກພົບໃກ້ກັບ Utqiagvik ໜຶ່ງໃນຊຸມຊົນທາງເໜືອສຸດຂອງອະລາສກາ ໂດຍມີການຄາດການວ່າອາດຈະຕິດເຊື້ອມາຈາກການກິນຊາກນົກທີ່ມີການຕິດໄວຣັສ ໂດຍໄວຣັສ H5N1 ເລີ່ມລະບາດຕັ້ງແຕ່ປີ 2021 ພ້ອມກັບເຄີຍມີສັດທີ່ຕິດໄວຣັສນີ້ເສຍຊີວິດຫຼາຍກວ່າພັນໂຕ.

ເຖິງຢ່າງໃດກໍຕາມ ລະບົບນິເວດໃນຂົ້ວໂລກເໜືອ ມີຄວາມສ່ຽງຕໍ່ໂຣກໄຂ້ຫວັດເປັນພິເສດກວ່າເຂດອື່ນ ເນື່ອງຈາກມີສັດຫຼາຍຊະນິິດທີ່ບໍ່ເຄີຍສຳຜັດກັບໄວຣັສຊະນິດດຽວກັນນີ້ມາກ່ອນ ນອກຈາກນີ້ອາດເປັນສະຖານທີ່ທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດໃນວິກິດສະພາບອາກາດໂລກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/