Marry My Husband ຄອງອັນດັບ 1 ເຣດຕິ້ງສູງສຸດ ພ້ອມສະຖິຕິຜູ້ຊົມໃກ້ຮອດ 2 ລ້ານຄົນ


ມີໃຜຍັງບໍ່ໄດ້ເບິ່ງແນ່! ຮີບຟ້າວໄປເບິ່ງ ກັບຊີຣີ້ Marry My Husband  ຈາກຊ່ອງ tvN ໂດຍຊີຣີ້ສະຖິຕິເຣດຕິ້ງສູງສຸດຄັ້ງໃໝ່ ພ້ອມກັບການເປີດເຜີຍຂອງການຫວນກັບມາໃນອະດີດຂອງຄູ່ພະນາງທີ່ບອກໄດ້ວ່າລະມຸນແຮງ ແລະ ແຕກຕ່າງຈາກຕົ້ນສະບັບຢ່າງເວັບຕູນ.

ອ້າງອີງຈາກ Nielsen Korea ໃນຕອນທີ 6 ຂອງຊີຣີ້ Marry My Husband ທີ່ອອກອາກາດໃນວັນທີ 16 ມັງກອນ 2024 ເຮັດເຣດຕິ້ງທົ່ວປະເທດ 7.773% ແລະ ຄິດເປັນເຣດຕິ້ງສະເລ່ຍໃນໂຊລທີ່ 8.329% ຕົວເລກນີ້ຄິດເປັນຍອດຈາກຜູ້ຊົມທົ່ວປະເທດຢູ່ 1.942 ລ້ານຄົນເປັນທີ່ຮຽບຮ້ອຍ.

ໂດຍເຣດຕິ້ງສະເລ່ຍທົ່ວປະເທດຂອງຊີຣີ້ Marry My Husband ຕອນທີ 1 ຢູ່ທີ່ 5.211%, ຕອນທີ 2 5.891, ຕອນທີ 3 6.420, ຕອນທີ 4 ຢູ່ທີ່ 7.595%, ຕອນທີ 5 ແມ່ນ 7.372 ແລະ ຕອນທີ 6 ຢູ່ທີ່  7.773% ພ້ອມກັບມີການຄາດວ່າເຣດຕິ້ງອາດຈະແຕະໄດ້ຮອດ 2 ຫຼັກກໍເປັນໄປໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/