ເບິ່ງຄືວ່າໄລຍະນີ້ ຈະເປັນໄລຍະຂາລົງຂອງຜູ້ກໍ່ຕັ້ງ Facebook ເພາະເມື່ອບໍ່ດົນມານີ້ສຳນັກຂ່າວຊື່ດັງຢ່າງ Bloomberg ໄດ້ລາຍງານວ່າ Mark Zuckerberg ໄດ້ສູນເສຍມູນຄ່າເງິນສ່ວນບຸກຄົນໄປແລ້ວເຖິງ 71.000 ລ້ານໂດລາ ໃນປີ 2022 ພ້ອມນີ້ຍັງຖືວ່າເປັນມະຫາເສດຖີຈາກການຈັດອັນດັບຂອງ Bloomberg ທີ່ຕ້ອງສູນເສຍເງິນໄປຢ່າງມະຫາສານຫຼາຍທີ່ສຸດໃນຕອນນີ້.

ໃນສ່ວນຂອງມູນຄ່າສ່ວນບຸກຄົນຂອງ Mark Zuckerberg ທີ່ລົດລົງຢ່າງໜ້າຕົກໃຈນີ້ແມ່ນເປັນຜົນມາຈາກຫຼາຍປັດໄຈເຊັ່ນ ດ້ານການຕະຫຼາດ ລວມໄປເຖິງຈຸດປ່ຽນຂອງບໍລິສັດທີ່ໄດ້ໄປໃຫ້ຄວາມສຳຄັນກັບ Metaverse ຢ່າງເຕັມຕົວ.
ເຊິ່ງເມື່ອປີ 2021 ທີ່ຜ່ານມາ Mark Zuckerberg ໄດ້ເຄີຍປະກາດວ່າບໍລິສັດຈະໃຫ້ຄວາມສໍາຄັນກັບການສ້າງແພລັດຟອມໃນໂລກ Metaverse ເພາະທາງບໍລິສັດເຊື່ອວ່ານີ້ຈະເປັນບາດກ້າວອັນສຳຄັນຕໍ່ໄປຂອງໂລກອິນເຕີເນັດ ພ້ອມທັງປ່ຽນຊື່ແບຣນບໍລິສັດຈາກເກົ່າ Facebook ມາເປັນ Meta ເຊິ່ງນັ້ນເປັນສາເຫດໃຫ້ແບຣນທຸລະກິດຍັກໃຫຍ່ທົ່ວໂລກໄດ້ຫັນມາໃຫ້ຄວາມສົນໃຈໃນການສ້າງແພລັດຟອມ Metaverse ຂອງຕົນເອງດ້ວຍເຊັ່ນກັນ.

ຢ່າງໃດກໍດີ ດ້ວຍຄວາມທີ່ Meta ໄດ້ກ້າວກະໂດດສູ່ການພັດທະນາ Metaverse ຢ່າງໄວວາ ແລະ ເຕັມກໍາລັງຕັ້ງແຕ່ຕົ້ນ ເຊິ່ງສົ່ງຜົນໃຫ້ບໍລິສັດບໍ່ສາມາດສ້າງຜົນປະໂຫຍດແລະກໍາໄລໄດ້ຫຼາຍເທົ່າທີ່ຄວນ ພ້ອມນີ້ຍັງພົບວ່າໃນໄຕມາດທີ 4 ຂອງປີ 2021 ທີຜ່ານມາ Meta ໄດ້ສູນເສຍເງິນການການດໍາເນີນທຸລະກິດໄປແລ້ວເຖິງ 10.000 ລ້ານໂດລາ ລວມໄປເຖິງມູນຄ່າໃນຕະຫຼາດຂອງ Meta ຍັງຖືກປັບລົດລົງໄປອີກ 200.000 ລ້ານໂດລາ.

ທັງນີ້ ນັບຕັ້ງແຕ່ຕົ້ນປີ 2022 ທີ່ຜ່ານມາ ຕະຫຼາດຮຸ້ນແມ່ນຍັງມີຄວາມຜັນຜວນຢ່າງຮຸນແຮງ ເນື່ອງຈາກຄວາມກັງວົນກ່ຽວກັບພາວະເສດຖະກິດຖົດຖອຍ ເຊິ່ງມັນສົ່ງຜົນກະທົບໃຫ້ບໍລິສັດເທັກໂນໂລຢີຍັກໃຫຍ່ແນວໜ້າຂອງໂລກຢ່າງ Apple, Amazon ແລະ Alphabet (ບໍລິສັດແມ່ຂອງ Google) ເປັນຕົ້ນ ຕ້ອງສູນເສຍມູນຄ່າຮຸ້ນໄປໃນບາງສ່ວນ ແຕ່ສຳລັບ Meta ນັ້ນ ແມ່ນຈະຮັບຜົນກະທົບຢ່າງໜັກກວ່າບໍລິສັດອື່ນ ເພາະວ່າຕ້ອງສູນເສຍມູນຄ່າຮຸ້ນໄປເຖິງ 57%.

ແລະ ຈາກທີ່ Mark Zuckerberg ໄດ້ຖືຮຸ້ນຂອງ Meta ລາຍເຖິງ 350 ລ້ານຮຸ້ນ ແລະ ສິນຊັບສ່ວນໃຫຍ່ຂອງ Mark ກໍຜູກຢູ່ກັບມູນຄ່າຮຸ້ນຂອງບໍລິສັດ ເຊິ່ງນັ້ນກໍເປັນເຫດທີ່ເຮັດຜູ້ກໍ່ຕັ້ງ Facebook ຂອງເຮົາຕ້ອງສູນເສຍມູນຄ່າສ່ວນບຸກຄົນໄປຢ່າງມະຫາສານໃນປີ 2022 ນີ້ລົງໄປຢ່າງຫຼີກເວັ້ນບໍ່ໄດ້.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment