Lisa Blackpink ກັບການຖືກເລືອກໃຫ້ເປັນ Spokesperson ຫຼື ໂຄສົກ ໃຫ້ກັບ Smartphone Vivo S10 series ທີ່ກຳລັງຈະເປີດຕົວໃນປະເທດຈີນໃນວັນທີ 15 ກໍລະກົດ 2021 ນີ້.

ກ່ອນໜ້ານີ້ Lisa Blackpink ເອງກໍໄດ້ຖືກເລືອກໃຫ້ເປັນ Spokesperson ໃຫ້ກັບ Smartphone Vivo S7 ແລະ Vivo S9, ຖືວ່າເທື່ອນີ້ກໍເປັນເທື່ອທີ 3 ສຳລັບຕຳແໜ່ງ Spokesperson ໃຫ້ກັບແບຣນ Vivo ຂອງ Lisa.
ໂດຍ Vivo ໄດ້ມີການປ່ອຍໂຄສະນາ ພ້ອມປ້າຍຕາມສະຖານທີ່ຕ່າງໆ ເພື່ອໂປຣໂໝດຢ່າງອະລັງການ ແລະ ຍັງປ່ອຍໃນວັນທີ 8 ກໍລະກົດ ເວລາ 3:27ມ, ເຊິ່ງເລກ 3:27 ກໍກົງກັບວັນເກີດ ຂອງ Lisa ເອງ, ຖືວ່າທາງແບຣນກໍມີການໃຫ້ຄວາມສຳຄັນກັບ Spokesperson ຄົນນີ້ຫຼາຍ.


ສຳລັບສະເປັກຂອງ Vivo S10 5G ກໍມີດັ່ງນີ້:
- ໜ້າຈໍຊະນິດ AMOLED ຂະໜາດ 6.44 ນິ້ວ, ຄວາມລະອຽດ Full HD+ , ອັດຕາສ່ວນ 20:9, ອັດຕາ Refresh Rate 90 Hz , ອັດຕາ Touch Sampling Rate 180 Hz , NTSC Color Gamut 98%, ຮອງຮັບ HDR 10+
- CPU: MediaTek Dimensity 1100
- RAM: 8 GB/12 GB ຊະນິດ LPDDR4X
- ROM: 128 GB/256 GB ຊະນິດ UFS 3.1
- ຮອງຮັບ 2 Sim Cards
*ບໍ່ຮອງຮັບ Micro SD Card - ຮອງຮັບ 5G SA/NSA
- ກ້ອງຫຼັງ 3 ຕົວ ຄວາມລະອຽດ 64+8+2 ລ້ານພິກເຊລ, f/1.79+f/2.2+f/2.4 , ຮອງຮັບ OIS, ຮອງຮັບ Ultra Wide 120 ອົງສາ ແລະ Mono Lens
- ກ້ອງໜ້າຄູ່ຄວາມລະອຽດ 44+8 ລ້ານພິກເຊລ, ຮອງຮັບ Auto Focus ແບບ PDAF ແລະ Ultra Wide Angle Lens ມຸມກວ້າງ 105 ອົງສາ, f/2.0 + f/2.2
- ລະບົບໄມ 3 ຕົວ (3D Sound Tracking)
- ຮອງຮັບລະບົບສະແກນໃບໜ້າ
- ຮອງຮັບລະບົບສະແກນຮອຍນິ້ວມື
- ຮອງຮັບ NFC/Bluetooth 5.2
- ຮອງຮັບລະບົບລະບາຍຄວາມຮ້ອນ VC Cooling System
- ພ໊ອດເຊື່ອມຕໍ່ USB Type-C
- ແບັດມີຄວາມຈຸ: 4000 mAh+33W Vivo Flash Charge
- ລະບົບປະຕິບັດການ: Android 11+Origin OS 1.0
ຂໍຂອບໃຈຂໍ້ມູນຈາກ: https://bit.ly/36vk06m
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/