Lightyear 0 ລົດໄຟຟ້າພະລັງງານແສງຕາເວັນທີ່ສາມາດຂັບໄດ້ເປັນເດືອນ ໂດຍທີ່ບໍ່ຕ້ອງສາກໄຟເລີຍ


ໜຶ່ງໃນປັດໄຈສຳຄັນໃນການເລືອກຊື້ລົດໄຟຟ້າໃນປັດຈຸບັນ ກໍຄົງຈະແມ່ນເລື່ອງຂອງແບັດເຕີຣີ ໂດຍເບິ່ງວ່າການສາກເທື່ອໜຶ່ງລົດເຮົາຈະສາມາດໄປໄກໄດ້ເທົ່າໃດ ເນື່ອງຈາກວ່າສະຖານີສາກໄຟສຳລັບລົດໄຟຟ້າ ຍັງບໍ່ແຜ່ຫຼາຍຄືກັບປໍ້ານໍ້າມັນທົ່ວໄປ. ກ່ຽວກັບບັນຫານີ້ ບໍລິສັດ Lightyear ເປີດຕົວລົດ ຮຸ່ນ Lightyear 0, ເຊິ່ງເປັນລົດໄຟຟ້າທີ່ໃຊ້ພະລັງງານແສງຕາເວັນ ໂດຍທາງບໍລິສັດບອກວ່າສາມາດຂັບໄດ້ເປັນເດືອນ ໂດຍບໍ່ຕ້ອງສາກໄຟເລີຍ.

Lightyear ບໍລິສັດ Start Up EV ສັນຊາດ ເນເທີແລນ ໄດ້ພັດທະນາລົດທີ່ໃຊ້ພະລັງງານແສງຕາເວັນ Lightyear 0 ທີ່ສາມາດແລ່ນໄດ້ໂດຍບໍ່ຕ້ອງສາກໄຟເລີຍ. ໃນມື້ໜຶ່ງ ຖ້າທ່ານໃຊ້ລົດໃນກາງແຈ້ງ ຫຼື ຈອດຢູ່ກາງແຈ້ງ ແຜງໂຊລ່າຈະຮັບແສງແດດເຂົ້າມາ ພ້ອມແປງໄປເປັນໄຟເພື່ອສາກແບັດເຕີຣີ. ເຮັດໃຫ້ສາມາດແລ່ນໄດ້ຕໍ່ອີກທຸກໆ 70 ກິໂລແມັດ, ເຊິ່ງເໝາະກັບການຂັບຂີ່ໃນເມືອງ ທີ່ບໍ່ໄດ້ເດີນທາງໄກຫຼາຍ ດ້ວຍເຫດຜົນນີ້ເຮັດໃຫ້ Lightyear ອ້າງວ່າຜູ້ຂັບຂີ່ໄລຍະສັ້ນອາດຈະສາມາດຂັບລົດໄດ້ເກືອບ 7 ເດືອນໂດຍບໍ່ຈໍາເປັນຕ້ອງສຽບສາຍສາກເລີຍ.

ສຳລັບແຜງພະລັງງານແສງຕາເວັນ ຂອງລົດຮຸ່ນນີ້ ມີລັກສະນະເປັນອັນໜຶ່ງອັນດຽວ ຫຼື ຕິດໄປນຳຕົວລົດເລີຍ ເຊິ່ງປະກອບດ້ວຍສ່ວນຂອງພື້ນຜິວຂອງຝາກະໂປງລົດ, ຫຼັງຄາ ແລະ ແຜງແວ່ນດ້ານຫຼັງຂອງລົດ. ເຊິ່ງໃຊ້ພື້ນທີ່ລວມທັງໝົດ 5 ຕາແມັດ. ສ່ວນໂຄງລົດນັ້ນເຮັດມາຈາກຄາບອນໄຟເບີ້ທີ່ແຂງແຮງ, ທົນທານ ແຕ່ມີນ້ໍາໜັກເບົາ. ສຳລັບຂະໜາດຂອງລົດແມ່ນ ຍາວ 5,083 ມມ, ກວ້າງ 1,972 ມມ ແລະ ສູງ 1,445 ມ.ມ, ມີນ້ຳໜັກລວມ 1,575 ກິໂລກຣາມ, ເຊິ່ງຖືວ່າເບົາຫຼາຍເມື່ອປຽບທຽບກັບລົດປະເພດອື່ນໆ.

ສ່ວນເລື່ອງສັກກະຍະພາບແມ່ນ ລົດຄັນນີ້ມີການຂັບເຄື່ອນດ້ວຍມໍເຕີ້ໄຟຟ້າ 4 ໜ່ວຍ, ເຊິ່ງກະຈາຍແຮງບິດໃຫ້ກັບລໍ້ທັງ 4 ຢ່າງອິດສະຫຼະ ທີ່ຈ່າຍໄຟດ້ວຍແບັດເຕີຣີຂະໜາດ 60 ກິໂລວັດໂມງ, ເລັ່ງຄວາມໄວຈາກ 0 ເຖິງ 100 ກິໂລແມັດ/ຊົ່ວໂມງ ໃນເວລາພຽງ 10 ວິນາທີ ແລະ ເຮັດຄວາມໄວສູງສຸດໄດ້ທີ່ 160 ກິໂລແມັດ/ຊົ່ວໂມງ. ຕໍ່ການສາກແບັດເຕີຣີ ເຕັມໜຶ່ງຄັ້ງ ຈະສາມາດແລ່ນໄດ້ປະມານ 625 ກມ.

ສຳລັບ Lightyear 0 ຮຸ່ນນີ້ຈະເປີດໃຫ້ທົດລອງຂັບເປັນຄັ້ງທຳອິດໃນເດືອນກໍລະກົດ 2022, ສ່ວນການຜະລິດເພື່ອມາຈຳໜ່າຍ ເບື້ອງຕົ້ນ ແມ່ນຈະຜະລິດພຽງ 946 ຄັນ ແລະ ລາຄາຢູ່ທີ່​ປະມານ 263,000 ​ໂດ​ລາ​ສະຫະລັດ ຫຼື ປະມານ 3,825,871,520 ກີບ

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/