Lightning Network ແມ່ນເຄືອຂ່າຍທີ່ຖືກອອກແບບເພື່ອແກ້ໄຂຄວາມຊ້າໃນ blockchain ຂອງ Bitcoin ທີ່ເກີດຈາກບັນຫາການປະມວນຜົນທຸກຳຫຼາຍທຸລະກຳເກີນໄປ ໃນຂະນະທີ່ Cryptocurrency ເຕີບໃຫຍ່ ແລະ ກຳລັງເປັນທີ່ນິຍົມຫຼາຍຂຶ້ນ ຄົນສົນໃຈເຂົ້າມາຕະຫຼາດຫຼາຍຂຶ້ນ. ດັ່ງນັ້ນ, ຈໍານວນການເຮັດທຸລະກໍາໃນລະບົບຈະເພີ່ມຂຶ້ນ ເຮັດໃຫ້ເກີດຄວາມຫຼ້າຊ້າໃນເຄືອຂ່າຍ. ແນວຄິດນີ້ສ້າງຂຶ້ນໂດຍ Thaddeus Dryja ແລະ Joseph Poon ເຊິ່ງເປັນໄອເດຍທີ່ຖືກນໍາສະເໜີມາຕັ້ງແຕ່ປີ 2015 ແລະ ໄດ້ຖືກນຳໄປພັດທະນາຕໍ່ຈາກຫຼາຍໆທີມງານເຊັ່ນ: Blockstream’s c-lightning, Lightning Labs, ແລະ Acinq’s Eclair.
Lightning Network ເປັນເທັກໂນໂລຢີ Layer 2 ຂອງ blockchain, ມັນເປັນການເຮັດທຸລະກໍາທີ່ເອີ້ນວ່າ Off-chain ຫຼື ການບັນທຶກການເຮັດທຸລະກໍານອກ Bitcoin blockchain, ຈາກນັ້ນກໍປະມວນຜົນເຂົ້າໄປໃນ blockchain ຫຼັກ, ຫຼັງຈາກທີ່ຜ່ານລະບົບ Smart Contract ທີ່ມີຄວາມໄວສູງສຸດສາມາດໂອນ Bitcoin ໄດ້ເຖິງ 1 ລ້ານທຸລະກຳ ພາຍໃນ 1 ວິນາທີ.
ຕົວຢ່າງການເຮັດວຽກ: ເຮົາກັບໝູ່ເປີດບັນຊີຮ່ວມກັນ ໂດຍການຝາກເງິນຄົນລະ 50,000 ກີບ ຍອດລວມທັງໝົດໃນບັນຊີກໍຈະມີ 100,000 ກີບ ເຊິ່ງການເຮັດທຸລະກຳໃດໆກໍຕ້ອງມີການເຊັນສັນຍານຳກັນທັງສອງຝ່າຍເພື່ອປ້ອງກັນການສໍ້ໂກງ ແລະ ຕ້ອງບັນທຶກໄວ້ຕະຫຼອດເມື່ອມີການມີການປ່ຽນແປງ. ມື້ໜຶ່ງ ເຮົາຢາກຊື້ເຂົ້າໜົມຊ່ວຍໝູ່ທີ່ມີລາຄາ 10,000 ກີບ ເຮົາກໍໃຫ້ໝູ່ຫັກເງິນອອກຈາກບັນຊີຂອງເຮົາເລີຍ. ຕອນນີ້ເທົ່າກັບວ່າ ຍອດເງິນຂອງເຮົາເຫຼືອ 40,000 ກີບ ສ່ວນໝູ່ຂອງເຮົາແມ່ນເພີ່ມເປັນ 60,000 ກີບ, ໃນຂະນະທີ່ບັນຊີລວມຍັງມີ 100,000 ກີບເທົ່າເກົ່າ. ນີ້ແມ່ນວິທີການເຮັດວຽກຂອງ Lightning Network.

ຄວາມພິເສດຂອງການເຮັດທຸລະກຳແບບ Lightning Network:
- ຈະບໍ່ຖືກສົ່ງໄປບອກໃຜ ບໍ່ສາມາດຂຸດຄົ້ນໄດ້ ບໍ່ສາມາດຕັດສິດໄດ້.
- ວ່ອງໄວ ບໍ່ຈຳເປັນຕ້ອງຖ້າໃຫ້ຜູ້ໃດຜູ້ໜຶ່ງມາຢືນຢັນ ຫຼື ຖ້າໃຫ້ຜູ້ໃດຜູ້ໜຶ່ງຈັບໃສ່ໃນ blockchain ກ່ອນ.
- ປອດໄພ, ໃຊ້ຫຼັກການກວດສອບຄວາມຖືກຕ້ອງຄືກັບການໂອນທົ່ວໄປ ເພາະທັງສອງຄົນຈະບໍ່ສາມາດໂອນເງິນໄດ້ເກີນ 100,000 ກີບ ເພາະໝົດບັນຊີມີຈຳນວນແຕ່ເທົ່ານັ້ນ.

ຜູ້ໃຊ້ Lightning Network ສາມາດເຮັດທຸລະກໍາໂດຍບໍ່ມີການເຊື່ອມຕໍ່ໂດຍກົງ, ເຊັ່ນວ່າກໍລະນີຂ້າງເທິງທີ່ພວກເຮົາມີບັນຊີທີ່ເປີດຮ່ວມໄວ້ກັບໝູ່ຢູ່ແລ້ວ ແລະ ໝູ່ຂອງເຮົາມີບັນຊີເຊື່ອມຕໍ່ກັບອ້າຍຂອງລາວ ພວກເຮົາສາມາດເຮັດທຸລະກໍາກັບອ້າຍຂອງໝູ່ເຮົາໄດ້ທັນທີ. ຜ່ານເຄືອຂ່າຍເຊື່ອມຕໍ່ກັນ ບໍ່ຈຳເປັນຕ້ອງເປີດບັນຊີໃໝ່ທຸກຄັ້ງທີ່ເຈົ້າໃຊ້ຈ່າຍຫຍັງ.

ຂໍ້ຈຳກັດ ແລະ ຂໍ້ເສຍຂອງ Lightning Network:
- ບໍ່ສາມາດໃຊ້ເກີນຈຳນວນທີ່ຝາກໃນບັນຊີຮ່ວມກັນໄດ້.
- ປະສິດທິພາບແມ່ນຂຶ້ນກັບວ່າມີຄົນເປີດບັນຊີທີ່ໃຊ້ຮ່ວມກັນໄດ້ຫຼາຍເທົ່າໃດ.
- ໃນບັນຊີນັ້ນໆການໂອນເງິນອາດຈະບໍ່ໂປ່ງໃສຄືກັບ Blockchain ແທ້ໆ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/