ກົດຂອງແຮງດຶງດູດ ຫຼື Law of Attraction ນັ້ນແມ່ນແນວຄິດຂອງວິທີການດຶງດູດສິ່ງທີ່ເຮົາກຳລັງສົນໃຈຢູ່ເຂົ້າມາໃນຊີວິດຂອງເຮົາ ບໍ່ວ່າສິ່ງທີ່ເຮົາສົນໃຈນັ້ນຈະແມ່ນສິ່ງທີ່ດີ ຫຼື ບໍ່ດີກໍຕາມ. ຖ້າຫາກເຮົາສົນໃຈແຕ່ສິ່ງທີ່ເປັນພະລັງງານລົບ ຕົວຢ່າງຄື: ເຮົາມັກຈະບອກກັບຕົນເອງວ່າເຮົາບໍ່ສາມາດເຮັດໄດ້ ເຮົາກໍຈະບໍ່ສາມາດເຮັດໄດ້ແທ້ ຫຼື ມັກຈະບອກຕົນເອງວ່າ ເຮົາເຮັດວຽກໜັກຫຼາຍ ແລະ ເມື່ອຍແຮງ, ສຸດທ້າຍເຫື່ອແຮງຂອງເຮົາກໍຈະຖືກດູດອອກໄປຈາກຕົວເຮົາເອງ.
ເພາະສະນັ້ນ ຖ້າເຮົາສົນໃຈ ຫຼື ມີແນວຄິດທີ່ເປັນພະລັງງານບວກ ຄື ເຮົາມັກຈະບອກຕົນເອງວ່າເຮົາຕ້ອງເຮັດວຽກຂອງເຮົາອອກມາໄດ້ສຳເລັດລຸລ່ວງແນ່ນອນ ເຮົາກໍຈະເຮັດອອກມາໄດ້ແທ້ໆ ຫຼື ເຮົາມັກຈະບອກກັບຕົນເອງວ່າສິ່ງທີ່ເຮົາເຮັດນັ້ນມີປະໂຫຍດ ແລະ ມີຄຸນຄ່າ, ສຸດທ້າຍສິ່ງທີ່້ເຮົາເຮັດກໍຈະມີຄຸນຄ່າ ແລະ ຄົນອື່ນໆກໍຈະເຫັນຄຸນຄ່າໃນສິ່ງທີ່ເຮົາເຮັດຢ່າງແທ້ຈິງ.
ໂດຍກົດຂອງແຮງດຶງດູດນີ້ສາມາດໃຊ້ໄດ້ກັບທຸກໆເລື່ອງລາວໃນຊີວິດ ບໍ່ວ່າຈະເປັນເລື່ອງຄວາມຮັກ, ວຽກງານ, ການເງິນ, ຄອບຄົວ, ຄວາມສຳພັນຕ່າງໆ, ການດູແລສຸຂະພາບຈິດໃຈ ຫຼື ການປັບປ່ຽນນິດໄສໃຫ້ດີຂຶ້ນຕາມທີ່ເຮົາຕ້ອງການເຊັ່ນ: ຄວາມດຸໝັ່ນພາກພຽນ, ຄວາມອົດທົນຫຼາຍຂຶ້ນ ປ່ຽນບຸກຄະລິກກະພາບຂອງເຮົາຈາກຄົນທີ່ມັກຫງຸດຫງິດງ່າຍ ມາເປັນຄົນທີ່ມີໃຈເຢັນຂຶ້ນ ແລະ ອື່ນໆ ໄດ້ຕາມທີ່ເຮົາຕ້ອງການ ຫຼື ເວົ້າງ່າຍໆວ່າ ການເຝິກປະຕິບັດສິ່ງເຫຼົ່ານີ້ຢູ່ເປັນປະຈຳ ຈະຊ່ວຍໃຫ້ເຮົາສາມາດປ່ຽນແປງແນວຄິດ ແລະ ປ່ຽນຊີວິດຂອງເຮົາໃຫ້ດີຂຶ້ນ.
ວິທີການນໍາໃຊ້ກົດຂອງແຮງດຶງດູດໃນ 4 ຂັ້ນຕອນງ່າຍໆ
- ຂໍ
ຂໍໃນທີ່ນີ້ກໍຄື ເຮົາສາມາດຂຽນມັນລົງໃນເຈ້ຍ ຫຼື ເວົ້າມັນອອກມາໃນສິ່ງທີ່ເຮົາຕ້ອງການ ຍົກຕົວຢ່າງ ຂ້ອຍຂໍໃຫ້ຈ່ອຍລົງ 5 ກິໂລພາຍໃນ 1 ເດືອນ, ຂ້ອຍຂໍສອບເສັງຜ່ານ ໃຫ້ໄດ້ຄະແນນທີ່ດີ ແລະ ອື່ນໆ, ບໍ່ວ່າຈະເປັນເລື່ອງໃດກໍຕາມ ແຕ່ຕ້ອງເປັນເລື່ອງທີ່ດີ ແລະ ມີຄວາມຫວັງເທົ່ານັ້ນ ບໍ່ຂໍໃນເລື່ອງທີ່ທຳຮ້າຍຜູ້ອື່ນ ເພາະຢ່າລືມວ່າສິ່ງທີ່ຂໍນັ້ນຈະຢ້ອນກັບມາຫາຕົວເຮົາເອງ
- ເຊື່ອ
ຫຼັງຈາກທີ່ເຮົາຂໍໄປແລ້ວ ກໍມາຮອດຂັ້ນຕອນຂອງການໃສ່ຄວາມສັດທາເຂົ້າໄປໃນເລື່ອງທີ່ເຮົາຂໍ ເພາະການຂໍ ຫຼື ເວົ້າອອກມາພຽງຢ່າງດຽວມັນຍັງບໍ່ມີພະລັງພຽງພໍທີ່ຈະເຮັດໃຫ້ກົດຂອງແຮງດຶງດູດນັ້ນເຮັດວຽກ, ເຊິ່ງໃນຂັ້ນຕອນນີ້້ເຮົາສາມາດໃຊ້ເຕັກນິກໃນການເບິ່ງຮູບພາບ ຫຼື ການອ່ານເພື່ອສ້າງແຮງບັນດານໃຈ ເພື່ອເຮັດໃຫ້ທ່ານມີຄວາມຮູ້ສຶກທີ່ເຂັ້ມແຂງ
ຕົວຢ່າງ ຖ້າເຮົາຕ້ອງການລົດນ້ຳໜັກ 5 ກິໂລພາຍໃນ 1 ເດືອນ, ເຮົາສາມາດເບິ່ງຮູບຫຸ່ນທີ່ເຮົາຕ້ອງການ ຫຼື ເບິ່ງຄລິບການອອກກຳລັງກາຍກັບຄູເຝິກຫຸ່ນດີໆ ເພື່ອສ້າງແຮງບັນດານໃຈ ແລະເຮັດໃຫ້ຕົນເອງເຊື່ອວ່າເຮົາກໍສາມາດມີຫຸ່ນແບບນີ້ໄດ້.
- ຮັບ
ມາເຖິງຂັ້ນຕອນສຸດທ້າຍ ໂດຍໃນຂັ້ນຕອນນີ້ກໍຄື “ການປ່ອຍວາງ” ເຊິ່ງເປັນການປ່ອຍວາງໃຫ້ຕົວເຮົາເອງເຊື່ອວ່າ ເຮົາໄດ້ຮັບສິ່ງທີ່ຕ້ອງການແລ້ວ ຈຶ່ງບໍ່ຈຳເປັນຕ້ອງເກີດຄວາມຮູ້ສຶກຢາກໄດ້ ຢາກມີອີກ ເພາະເຮົາໄດ້ຮັບມັນແລ້ວ
ຕົວຢ່າງ: ໃນກໍລະນີທີ່ເຮົາຕ້ອງການຄູ່ແທ້ເພື່ອທີ່ຈະເຂົ້າມາເຕີມເຕັມຊີວິດໃຫ້ກັບເຮົາ ໃຫ້ເຮົາສົ່ງພະລັງງານອອກໄປວ່າ “ຂ້ອຍດີໃຈຫຼາຍທີ່ໄດ້ພົບກັບຄູ່ຊີວິດຂອງຂ້ອຍທີ່ຂ້ອຍຊອກຫາມາດົນນານ” ພະຍາຍາມໂນ້ມນ້າວຕົນເອງວ່າເຮົາໄດ້ສິ່ງທີ່ເຮົາຕ້ອງການ.
- ລົງມືເຮັດ
ເຖິງແມ່ນວ່າຫຼາຍໆຄົນອາດຈະຄິດວ່າ ກົດຂອງແຮງດຶງດູດນັ້ນ ເປັນກົດທີ່ມີຄວາມພິເສດ ຫຼື ມີອຳນາດພຽງໃດ? ແຕ່ກົດນີ້ຈະເຂົ້າມາເພື່ອເຮັດໃຫ້ຊີວິດຂອງເຮົາງ່າຍຂຶ້ນພຽງແຕ່ 50%, ແຕ່ອີກ 50% ເຈົ້າຈະຕ້ອງເຮັດຕົນເອງ, ຕົວຢ່າງ ຖ້າເຮົາຕ້ອງການທີ່ຈະລົດນ້ຳໜັກ ເຈົ້າຈະຕ້ອງຊ່ວຍຕົນເອງໂດຍການເລືອກອາຫານທີ່ມີສຸຂະພາບດີ, ພະຍາຍາມອອກກໍາລັງກາຍພ້ອມກັບທັດສະນະຄະຕິທີ່ດີຕໍ່ຕົວເຮົາເອງ.
ສະຫຼຸບແລ້ວ ເລື່ອງຂອງກົດຂອງແຮງດຶງດູດບໍ່ແມ່ນເລື່ອງເໜືອທຳມະຊາດຫຍັງເລີຍ ເພາະກົດຂອງແຮງດຶງດູດມັນເປັນພຽງເລື່ອງຂອງຄຳວ່າ “ຈຸດທີ່ເຮົາສົນໃຈ” . ເມື່ອເຮົາສົນໃຈສິ່ງໃດ ເຮົາກໍຈະມີໂອກາດເຫັນ ຫຼື ປະສົບກັບສິ່ງນັ້ນຫຼາຍກວ່າເກົ່າ ເຊິ່ງເມື່ອເຮົາສົນໃຈສິ່ງນັ້ນຫຼາຍຂຶ້ນ ສິ່ງເຫຼົ່ານັ້ນກໍຈະກາຍເປັນສິ່ງທີ່ເຮົາໄດ້ມາ ຫຼື ສິ່ງທີ່ເຮົາເປັນຢູ່ແທ້ໆ.
ນອກຈາກນີ້ ກົດຂອງແຮງດຶງດູດຍັງຊ່ວຍປັບແນວຄິດຂອງເຮົາໃຫ້ດີຂຶ້ນ ແລະ ເຮັດໃຫ້ຕົນເອງມີຄວາມຄິດທີ່ເປັນພະລັງງານບວກ ຮູ້ຈັກປ່ອຍວາງ ແລະ ຈັດການບັນຫາໄດ້ດີກວ່າເກົ່້າ. ສຸດທ້າຍສິ່ງທີ່ຕາມມາກໍຄືຄວາມສຸກ ແລະ ຄວາມສຳເລັດທີ່ເຮົາຕ້ອງການນັ້ນເອງ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/