Jack Dorsey CEO Twitter ໄດ້ພິສູດວ່າຕົນເອງເໝາະສົມກັບວຽກທຳອິດຂອງລາວ ໂດຍການແຮັກເຂົ້າລະບົບຂອງບໍລິສັດທີ່ຈະສະໝັກ


ປັດຈຸບັນ, ຫຼາຍຄົນອາດຈະຄິດຫາວິທີໃໝ່ໆໃນການສະໝັກງານ ບໍ່ວ່າຈະເປັນການສ້າງຄວາມປະທັບໃຈໃນເວລາເຂົ້າໄປສຳພາດ ເພື່ອທີ່ຜູ້ວ່າຈ້າງນັ້ນຈະຈົດຈຳເຮົາໄດ້ ຫຼື ຈະເປັນການສະແດງສີມືຕົນເອງຈົນໂດ່ງດັງຜ່ານໂຊຊຽວມີເດຍ. ແຕ່ Jack Dorsey ຜູ້ກໍ່ຕັ້ງເວັບໄຊດັງຢ່າງ Twitter ມີວິທີການທີ່ແຕກຕ່າງອອກໄປ ແລະ ອາດຈະເອີ້ນໄດ້ວ່າສຸດໂຕ່ງເລີຍ. ຕົວລາວນັ້ນໄດ້ເລົ່າປະສົບການຕົນເອງໃນງານ Techonomy Detroit ວ່າເຄີຍແຮັກເຂົ້າໄປໃນລະບົບອີເມວຂອງບໍລິສັດຈັດສົ່ງລະດັບໂລກ ເພື່ອຢືນຢັນວ່າຕົນເອງເໝາະສົມກັບວຽກນັ້ນ.

ເມື່ອສະໄໝຍັງຢູ່ມະຫາວິທະຍາໄລ Jack ຕ້ອງການເຮັດວຽກກັບບໍລິສັດຈັດສົ່ງ. ຕັ້ງແຕ່ໃດມານັ້ນ ລາວກໍໄດ້ສະແດງຄວາມມັກຮັກຕໍ່ແຜນຜັງເມືອງ ແລະ ແຜນທີ່ຕ່າງໆ ເຊິ່ງພາຍຫຼັງໄດ້ເປັນແຮງບັນດານໃຈແກ່ຄວາມຫຼົງໃຫຼໃນການພັດທະນາລະບົບ software ສຳລັບການຈັດສົ່ງ. ດ້ວຍເຫດນັ້ນເອງ ລາວຈຶ່ງໄດ້ຕັດສິນໃຈຈະຍື່ນສະໝັກເຂົ້າທີ່ບໍລິສັດຊື່ດັງລະດັບໂລກ ແຕ່ເມື່ອເຂົ້າໄປເບິ່ງໃນເວັບໄຊແລ້ວ ກັບບໍ່ເຫັນຂໍ້ມູນຕິດຕໍ່ໃນໜ້າສາຂານິວຢອກຂອງບໍລິສັດດັງກ່າວ ເຊິ່ງແມ່ນສາຂາທີ່ Jack ນັ້ນຕ້ອງການຈະເຮັດວຽກນຳ ລາວກໍເລີຍຕັດສິນໃຈແຮັກເຂົ້າໄປເບິ່ງ.

ຫຼັງຈາກທີ່ເຂົ້າໄປເບິ່ງແລ້ວກໍພົບວ່າໜ້າ server ຂອງເວັບໄຊນີ້ໄດ້ມີຊ່ອງໂຫວ່ທາງດ້ານຄວາມປອດໄພຂອງລະບົບ. ມັນໂຊໃຫ້ເຫັນອີເມວຂອງບໍລິສັດຄູ່ຄ້າ ແລະ ລາມໄປຈົນຮອດອີເມວຂອງເຈົ້າຂອງບບໍລິສັດ. Jack ເລີຍຕັດສິນໃຈສົ່ງເມວໄປຫາຜູ້ບໍລິຫານນັ້ນ ແລ້ວບອກວ່າລະບົບຄວາມປອດໄພມີບັນຫາເດີ ພ້ອມທັງແນະນຳວິທີການແກ້ໄຂໃຫ້. ມື້ຕໍ່ມາເທົ່ານັ້ນ ລາວກໍໄດ້ວຽກທີ່ຕົນເອງຕ້ອງການຢູ່ນິວຢອກຮຽບຮ້ອຍ.

ຮູ້ຫລືບໍ່? ເລື່ອງລາວຂອງ Jack ອາດຈະເປັນທີ່ພໍໃຈແກ່ຜູ້ອ່ານແລ້ວ ແຕ່ບໍພຽງເທົ່ານັ້ນ ຕົວລາວເອງກໍຍັງໄດ້ສ້າງຄວາມປະທັບໃຈແກ່ລູກຈ້າງຂອງຕົນເອງອີກ. ເມື່ອປີ 2016 ລາວໄດ້ແບ່ງຮຸ້ນເກືອບ 1/3 ຂອງຕົນເອງໃນ Twitter ແກ່ພະນັກງານຫຼາຍຄົນ ແລະ ເມື່ອປີ 2020 ລາວກໍໄດ້ມີການຮັບປາກວ່າຈະຊ່ວຍເຫຼືອໂດຍການແຈກຢາຍເງິນ 1 ພັນລ້ານໂດລາສະຫະລັດ ແລະ ອີກ 28% ຂອງຊັບສິນຕົນເອງເພື່ອຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໂຄວິດ-19 ແລະ ອື່ນໆ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/