ກອງທຶນລະຫວ່າງປະເທດ ຫຼື IMF ໄດ້ອອກມາເຕືອນວ່າ ຄວາມວຸ້ນວາຍທາງທະນາຄານໃນສະຫະລັດ ແລະ ຢູໂຣບທີ່ຫາກໍຜ່ານມານີ້ສາມາດແຜ່ລາມໄປສູ່ສະຖາບັນທີ່ບໍ່ແມ່ນທະນາຄານທີ່ສໍາຄັນເຊັ່ນກອງທຶນບໍານານ ເຮັດໃຫ້ເກີດຄວາມສັບສົນຕື່ມອີກກັບການທີ່ທະນາຄານກາງຂອງແຕ່ລະປະເທດຕໍ່ກັບອັດຕາເງິນເຟີ້ສູງ.
ທີມງານເສດຖະສາດຂອງ IMF ໄດ້ອອກມາບອກວ່າຄວາມສ່ຽງດ້ານທະນາຄານ ‘ອາດຈະຮຸນແຮງຂຶ້ນໃນບໍ່ເທົ່າໃດເດືອນທາງໜ້າ ທ່າມກາງການສືບຕໍ່ເພີ່ມຄວາມເຄັ່ງຄັດຂອງນະໂຍບາຍການເງິນທົ່ວໂລກ’ ເຖິງຂັ້ນວ່າມີສິດທີ່ຈະແຜ່ຂະຫຍາຍໄປສູ່ຂະແໜງການທີ່ບໍ່ແມ່ນທະນາຄານ. ເນື່ອງຈາກວ່າມີການເຊື່ອມໂຍງກັນ ຍົກຕົວຢ່າງ: ປັດຈຸບັນ, ຂະແໜງການທີ່ບໍ່ແມ່ນທະນາຄານຖືຄອງເກືອບເຄິ່ງໜຶ່ງຂອງຊັບສິນທາງດ້ານການເງິນທັງໝົດໃນທົ່ວໂລກ.
ໃນປັດຈຸບັນ, IMF ເຫັນວ່າທັງສອງທະນາຄານກາງ ກໍຄືຂອງສະຫະລັດ ແລະ ຢູໂຣບກໍາລັງຍ່າງຢູ່ໃນເສັ້ນທາງທີ່ດີ. ທະນາຄານເຫຼົ່ານີ້ພະຍາຍາມຮັບມືກັບອັດຕາເງິນເຟີ້ສູງໂດຍການເພີ່ມອັດຕາດອກເບ້ຍໂດຍບໍ່ມີການເພີ່ມຄວາມວຸ້ນວາຍໃນພາກການທະນາຄານ ເຊິ່ງໄດ້ກາຍເປັນຕົວກະຕຸ້ນສຳຄັນຕໍ່ການລົ້ມລົງຂອງທະນາຄານ Silicon Valley.

ຂະນະດຽວກັນ, IMF ໃຫ້ຂໍ້ສັງເກດວ່າ, ຕົວກາງການເງິນທີ່ບໍ່ແມ່ນທະນາຄານ (NBFI), ເຊັ່ນເງິນບໍານານ ແລະ ກອງທຶນການລົງທຶນ, ໄດ້ຂະຫຍາຍຕົວນັບຕັ້ງແຕ່ວິກິດການການເງິນໂລກໃນປີ 2008 ເມື່ອໜ່ວຍງານກຳກັບດູແລມີການເຄື່ອນໄຫວ ເພື່ອເພີ່ມທະວີຄວາມເຂັ້ມງວດ. ໂດບ IMF ເບິ່ງວ່າ NBFI ມີຄວາມເຊື່ອມຕໍ່ຢ່າງແຂງແຮງກັບທະນາຄານແບບດັ້ງເດີມ ແລະ ສາມາດກາຍເປັນຊ່ອງທາງທີ່ສໍາຄັນທີ່ເຮັດໃຫ້ເກີດຄວາມກົດດັນທາງດ້ານການເງິນ.
ນອກນີ້, ເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ເໝາະສົມ, IMF ກ່າວວ່າ, ຜູ້ວາງນະໂຍບາຍຕ້ອງໃຊ້ເຄື່ອງມື. ລວມທັງການເຝົ້າລະວັງ ແລະ ລະບຽບການທີ່ເຂັ້ມງວດ ລວມທັງການບັງຄັບໃຫ້ບໍລິສັດ ແບ່ງປັນຂໍ້ມູນເພີ່ມເຕີມກ່ຽວກັບຄວາມສ່ຽງທີ່ເຂົາເຈົ້າກໍາລັງປະເຊີນຢູ່.

ທະນາຄານກາງຍັງມີບົດບາດສໍາຄັນ, ໂດຍ IMF ແນະນໍາວ່າຄວນຈະສຸມໃສ່ການສະໜັບສະໜູນຊົ່ວຄາວແບບກຳນົດເປົ້າໝາຍສໍາລັບ NBFIs ທີ່ມີຄວາມສ່ຽງຕໍ່ຄວາມໝັ້ຄົງທາງດ້ານການເງິນ ແລະ ສໍາລັບຜູ້ທີ່ຖືໄດ້ວ່າມີຄວາມສຳຄັນຕໍ່ດ້ານລະບົບນິເວດ.
ມື້ດຽວກັນ, ທ່ານ ເຈມີ່ ໄດມອນ (Jamie Dimon), ຫົວໜ້າປະທານບໍລິຫານຂອງ JPMorgan, ທະນາຄານໃຫຍ່ສຸດຂອງອາເມຣິກາ. ໄດ້ອອກຄໍາເຕືອນວ່າວິກິດການໃນຂະແໜງການທະນາຄານຂອງສະຫະລັດຍັງຈະສືບຕໍ່ ແລະ ເຖິງແມ່ນວ່າເວລາຈະສິ້ນສຸດລົງ, ແຕ່ມັນຈະສືບຕໍ່ມີຜົນກະທົບຕໍ່ປີທາງໜ້າ.
ຢ່າງໃດກໍຕາມ, ໃນຂະນະທີ່ຜົນກະທົບຂອງເຫດການນີ້ແມ່ນບໍ່ຄືກັນກັບວິກິດການທາງດ້ານການເງິນ 2008, ມັນຍັງບໍ່ຊັດເຈນວ່າວິກິດການຈະສິ້ນສຸດລົງໃນເວລາໃດ. ໃນຂະນະທີ່ຕະຫຼາດການເງິນເອງກໍຢູ່ໃນສະພາບທີ່ເຄັ່ງຄັດຫຼາຍຂຶ້ນ ເນື່ອງຈາກວ່າທະນາຄານ ແລະ ສະຖາບັນການເງິນຈະໃຊ້ນະໂຍບາຍທີ່ເຂັ້ມງວດຫຼາຍຂຶ້ນ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/