ຫຼັງຈາກທີ່ Apple ເປີດຕົວ MacBook ທີ່ໃຊ້ CPU Apple M1 ສະຖາປັດຍະກຳ ARM ໄປກ່ອນໜ້ານີ້ ກໍເຮັດໃຫ້ແບຣນຜູ້ຜະລິດ Notebook ຫຼາຍໆເຈົ້າກໍເລີ່ມຕື່ນຕົວວາງແຜນທີ່ຈະນຳຊິບ ARM ມາໃຊ້ກັບ Notebook ຂອງຕົວເອງເຊັ່ນ: HUAWEI Qingyun L410 ທີ່ເປີດຕົວໄປກ່ອນໜ້ານີ້ໂດຍຫຼ້າສຸດ HP ກໍໄດ້ເປີດຕົວ Notebook ແບບ 2 – in – 1 ໃນ Series HP Elite Folio ທີ່ມາພ້ອມກັບຊິບ Snapdragon 8cx ຈາກ Qualcomm.
HP Elite Folio ນັ້ນໄດ້ໃຊ້ໜ້າຈໍສຳຜັດຂະໜາດ 13.5 ນິ້ວ ພາເນວ IPS LCD ຄວາມລະອຽດ WUXGA (1920 x1280) ສັດສ່ວນ 16:10 ເຊິ່ງໃຊ້ຈໍແກ້ວ Corning Gorilla Glass 5 ສຳລັບການປົກປ້ອງໜ້າຈໍເພີ່ມຄວາມທົນທານພ້ອມພັບໜ້າຈໍໄດ້ແບບ 360 ອົງສາ ຈະຖືກໃຊ້ງານເປັນແທັບເລັດກໍໄດ້ແບບສະບາຍໆ.

ນອກຈາກນີ້ ໜ້າຈໍຍັງມີເຕັກໂນໂລຊີ Sure View ສຳລັບການປ້ອງກັນຄົນລັກເບິ່ງໜ້າຈໍ ດ້ວຍໂຫມດ Privacy Screen ທີ່ຈະປັບແສງການສະແດງຜົນໃຫ້ມຸມມອງຊັດຢູ່ສະເພາະຜູ້ໃຊ້ງານກົງກັບໜ້າຈໍເທົ່ານັ້ນ ລວມເຖິງຕົວເຄື່ອງຍັງມາພ້ອມກັບບິກ Stylus HP Elite Slim Active Pen ທີ່ແຖມມາກັບຕົວເຄື່ອງໂດຍບໍ່ຕ້ອງຊື້ແຍກອີກດ້ວຍ.
ໃນສ່ວນຂອງສະເປັກ HP Elite Folio ຈະມາພ້ອມກັບ Processer Qualcomm Snapdragon 8cx Gen 2 ເຊິ່ງຜະລິດຢູ່ເທິງສະຖາປັດຍະກຳຂະໜາດ 7nm ຄວາມໄວສູງສຸດ 3.15GHz ຮອງຮັບການໃຊ້ງານ 5G ທັ້ງຄື້ນ mmWave ແລະ Sub-5GHz ດ້ວຍໂມເດັມ 5G Snapdragon X55 ໃນຕົວພ້ອມທັງໃສ່ RAM ມາໃຫ້ສູງສຸດ 16GB ກັບ ຄວາມບັນຈຸ 512GB ແບບ SSD m.2 NVMe PCIe

ສ່ວນທາງດ້ານ Port ເຊື່ອມຕໍ່ກໍຈະມີ USB 3.2 type C x2, ຮູຫູຟັງ 3.5mm, ຊ່ອງໃສ່ Nano SIM ຮອງຮັບການສາກ USB – C ດ້ວຍເຕັກໂນໂລຊີ PD (Power Delivery) ນອກຈາກນີ້ຈະມີລຳໂພງ Stero ຈຳນວນ 4 ຕົວ + ໄມໂຄໂຟນ 2 ຕົວ ພ້ອມກ້ອງ Webcam ລະດັບຄວາມຄົມຊັດຢູ່ທີ່ 720p ທີ່ສຳຄັນຕົວເຄື່ອງ HP Elite Folio ຈະຫຸ້ມດ້ວຍໜັງວີແກນເພື່ອເພີ່ມຄວາມຫຼູຫຼາສວຍງາມ ແລະ ແປ້ນພິມຍັງກັນນ້ຳໄດ້ອີກດ້ວຍ.

ສະເປກຂອງ HP Elite Folio
- CPU: Snapdragon 8cx Gen2
- GPU: Adreno 690
- RAM: 16GB LPDDR4x
- ຄວາມບັນຈຸ: SSD m.2 PCIe 512GB
- ໜ້າຈໍ: ຈໍສຳຜັດຂະໜາດ 13.5 ນິ້ວ ຄວາມລະອຽດ 1920 x 1280 ອັດຕາສັດສ່ວນ3:2
- ການເຊື່ອມຕໍ່: Wi – Fi 6, Bluetooth 5.0, 5G LTE ແລະ eSIM
- Battery: ໃຊ້ງານໄດ້ປະມານ 24.5 ຊົົ່ວໂມງ (ໃຊ້ເບິ່ງວີດີໂອ)
- ນ້ຳໜັກ: 1.29 kg
- ລະບົບປະຕິບັດການ: Windows 10 Pro
ແຕ່ເຖິງຢ່າງໃດກໍຕາມ ຕອນນີ້ຍັງບໍ່ມີຂໍ້ມູນລາຄາ ແລະ ມື້ທີ່ຈະວາງຈຳໜ່າຍຂອງ HP Elite Folio ເປີດເຜີຍອອກມາ ແຕ່ຄາດການວ່າໜ້າຈະເປັນເດືອນກຸມພາ 2021 ທີ່ຈະມາຮອດນີ້ ໂດຍຈະຈັດສົ່ງໃຫ້ກັບປະເທດໃນອາເມຣິກາກ່ອນ.
ທີ່ມາ: https://droidsans.com/hp-elite-folio-2-in-1-notebook-announces/