Hardware Wallet ກະເປົາເງິນດິຈິຕອນແບບພົກພາທີ່ຈະຊ່ວຍເກັບ Crypto ຂອງທ່ານໃຫ້ປອດໄພຍິ່ງຂຶ້ນ


ກ່ອນທີ່ຈະຮູ້ຈັກກັບ Hardware Wallet, ເຮົາຕ້ອງມາທຳຄວາມເຂົ້າໃຈກັບ Digital Wallet ຫຼື ກະເປົາເງິນດິຈິຕອນໂດຍທົ່ວໄປກັນກ່ອນ.

ສໍາລັບອຸດສາຫະກໍາ cryptocurrency, Digital Wallet ແມ່ນແອັບພິເຄຊັນ ຫຼືອຸປະກອນທີ່ໃຊ້ເພື່ອເກັບກະແຈສ່ວນຕົວທີ່ຄ້າຍຄືກັບກະແຈໃນການເຂົ້າເຖິງຊັບສິນດິຈິຕອນຂອງພວກເຮົາ ແລະ ສາມາດໃຊ້ Digital Wallet ໃນການໂອນຊັບສິນດິຈິຕອນໄປຍັງກະເປົາເງິນອື່ນໆໄດ້.

ແລະສິ່ງທີ່ຫຼາຍໆຄົນມັກຈະຍັງເຂົ້າໃຈຜິດກໍຄື Digital Wallet ນັ້ນແມ່ນກະເປົາເງິນທີ່ໃຊ້ໄວ້ເກັບຮັກສາຫຼຽນດິຈິຕອນ. ແຕ່ທີ່ຈິງແລ້ວ Digital Wallet ໃຊ້ໄວ້ເກັບຮັກສາ Private Key ເອົາໄວ້. ສ່ວນສໍາລັບຊັບສິນດິຈິຕອນນັ້ນແມ່ນຈະຢູ່ໃນ Blockchain ເຊິ່ງຕ້ອງໃຊ້ Private Key ເພື່ອ “ເຊັນ” ຢືນຢັນວ່າຊັບສິນທີ່ຢູ່ໃນ Address ຂອງ Private Key ນັ້ນສາມາດເຂົ້າເຖິງໄດ້ ແລະ ສາມາດນໍາໄປໃຊ້ເພື່ອເຮັດທຸລະກໍາຕໍ່ໄດ້.

ໂດຍທົ່ວໄປແລ້ວ Digital Wallet ຈະແບ່ງອອກເປັນ 2 ປະເພດໄດ້ແກ່:

  • Hot Wallet ແມ່ນກະເປົາເງິນທີ່ເຊື່ອມຕໍ່ກັບອິນເຕີເນັດຕະຫຼອດເວລາ, ເໝາະສໍາລັບການຈ່າຍເງິນ ຫຼື ການຊື້ຂາຍທີ່ຕ້ອງການການເຂົ້າເຖິງຊັບສິນຢ່າງໄວວາ. ແລະ ສ່ວນໃຫຍ່ຂອງກະເປົາເງິນປະເພດນີ້ແມ່ນຢູ່ໃນຮູບແບບຂອງແອັບພິເຄຊັນມືຖື ຫຼື PC ເຊັ່ນ MetaMask, Exodus, Safepal ແລະອື່ນໆ.
  • Cold Wallet ແມ່ນກະເປົາເງິນທີ່ມີຄວາມປອດໄພສູງ. ເນື່ອງຈາກວ່າມັນເປັນກະເປົາເງິນທີ່ບໍ່ໄດ້ເຊື່ອມຕໍ່ກັບອິນເຕີເນັດຕະຫຼອດເວລາ. ໂດຍຈະເຊື່ອມຕໍ່ພຽງແຕ່ໃນເວລາທີ່ທ່ານຕ້ອງການເຮັດທຸລະກໍາເທົ່ານັ້ນ ແລະ ກະເປົາປະເພດນີ້ມັກຈະຢູ່ໃນຮູບແບບຂອງ Hardware Wallet

ເມື່ອເຂົ້າໃຈເຖິງໜ້າທີ່ ແລະ ປະເພດຂອງ Digital Wallet ແລ້ວ, ພວກເຮົາກໍມາທໍາຄວາມເຂົ້າໃຈກັບ Hardware Wallet ຕໍ່ກັນເລີຍ.

Hardware Wallet

Hardware Wallet ຫຼື Cold Wallet ແມ່ນອຸປະກອນທີ່ໃຊ້ເພື່ອເກັບຂໍ້ມູນເພື່ອເຂົ້າເຖິງຫຼຽນ crypto ຫຼື ຊັບສິນດິຈິຕອນໃນຮູບແບບອອບລາຍຢ່າງສົມບູນ ຕົວອຸປະກອນມັກຈະມີລັກສະນະຄ້າຍຄືກັບ USB ທີ່ຖືກນໍາໃຊ້ເພື່ອເກັບຮັກສາຂໍ້ມູນເອເລັກໂຕຣນິກຕ່າງໆ.

ທັງນີ້ການຮັກສາ Private Key ຫຼື ຂໍ້ມູນເພື່ອເຂົ້າເຖິງຊັບສິນໃນ Hardware Wallet ຈະຊ່ວຍປ້ອງກັນບໍ່ໃຫ້ຫຼຽນ crypto ທີ່ຖືຄອງຢູ່ນັ້ນຖືກລັກ ຫຼື ຖືກແຮັກໄດ້ຢ່າງງ່າຍດາຍ. ແຕ່ເຖິງແບບນັ້ນ, ທ່ານກໍຍັງສ່ຽງທີ່ຈະສູນເສຍຫຼຽນທີ່ຖືໄວ້ຢູ່ດີ ໃນກໍລະນີທີ່ບໍ່ມີວິທີການເກັບຮັກສາຂໍ້ມູນສໍາຮອງໄວ້

ນອກຈາກນີ້, ຜູ້ໃຊ້ຄວນເລືອກໃຊ້ hardware wallets ທີ່ຊື້ໂດຍກົງຈາກຜູ້ຜະລິດ wallet ແທນທີ່ຈະຊື້ມືສອງ. ເພື່ອປົກປ້ອງອຸປະກອນຈາກການຖືກດັດແປງ ທີ່ອາດຈະສົ່ງຜົນໃຫ້ການນໍາໃຊ້ງານໄດ້ຢ່າງບໍ່ມີປະສິດທິພາບ.

ປຽບທຽບຂໍ້ດີ ແລະ ຂໍ້ເສຍຂອງ Hardware Wallet ແລະ Hot Wallet

ດ້ານຄວາມປອດໄພ

  • Hardware Wallet ຖືກອອກແບບເພື່ອປ້ອງກັນການແຮັກຂໍ້​ມູນ ​ຫຼື ​ Private Key ຂອງ​ຊັບ​ສິນ​ດິ​ຈິ​ຕອນ​ທີ່​ເກັບ​ຮັກ​ສາ​ໄວ້​ໃນ​ອຸ​ປະ​ກອນ wallet ແມ່ນ​ຈະຖືກແຮັກໄດ້ຍາກຂຶ້ນ ເຖິງ​ແມ່ນ​ວ່າ​ໃນ​ເວ​ລາ​ທີ່​ເຊື່ອມ​ຕໍ່​ກັບ​ຄອມ​ພິວ​ເຕີ​ ຫຼື Bluetooth​.
  • Hot Walle ປະກອບດ້ວຍກະເປົາເງິນຍ່ອຍຫຼາຍອັນເຊັ່ນ: Wallet ແບບໜ້າເວັບໄຊ, ແອັບມືຖື ແລະ ເດສທັອບ. ໂດຍສະເພາະແມ່ນ Wallet ແບບໜ້າເວັບໄຊຖືໄດ້ວ່າມີຄວາມປອດໄພໜ້ອຍທີ່ສຸດ. ຍິ່ງໄປກວ່ານັ້ນ, ຊັບສິນທີ່ເກັບໄວ້ໃນກະເປົາເງິນປະເພດນີ້ແມ່ນມີຄວາມສ່ຽງຕໍ່ການໂຈມຕີທາງອິນເຕີເນັດ.

ດ້ານຄວາມສະດວກ

  • Hardware Wallet ແມ່ນໃຊ້ງານສະດວກໜ້ອຍກວ່າ Hot Wallet ເພາະຕ້ອງເຊື່ອມຕໍ່ອິນເຕີເນັດກ່ອນຈຶ່ງຈະສາມາດໂອນຖ່າຍຂໍ້ມູນຂອງຫຼຽນໄປຫາ Hot Wallet ເພື່ອເຮັດທຸລະກໍາຕໍ່ໄປ.
  • Hot Wallet ແມ່ນສະດວກໃນການໃຊ້ງານແບບອອນລາຍ ໂດຍບໍ່ຈໍາເປັນຕ້ອງສະຫຼັບໂໝດຈາກອອຟລາຍເປັນອອນລາຍໃນການເຮັດທຸລະກຳ crypto

ດ້ານລາຄາ

  • Hardware Wallet ເມື່ອມີຄວາມປອດໄພສູງ ກໍມັກຈະມີລາຄາສູງເຊັ່ນກັນ, ຫາກທ່ານເປັນຄົນຖືຄອງຫຼຽນເປັນຈຳນວນຫຼາຍ ມັນກໍເໝາະທີ່ຈະລົງທືນຊື້ Hardware Wallet ໄວ້ໃຊ້ງານ
  • Hot Wallet ສາມາດໃຊ້ໄດ້ຟຣີ, ເໝາະສໍາລັບການເກັບຫຼຽນຈໍານວນໜ້ອຍ

ສະຫຼຸບ

ເຖິງແມ່ນວ່າ Hardware Wallet ເປັນອຸປະກອນເກັບຮັກສາຊັບສິນດິຈິຕອນແບບອອບລາຍ, ແຕ່ຫຼາຍຄົນມັກຈະເບິ່ງວ່າມັນເປັນອຸປະກອນທີ່ປອດໄພກວ່າ Hot Wallet.

ທັງນີ້ ຜູ້ໃຊ້ຕ້ອງໄດ້ພິຈາລະນາກ່ຽວກັບການໃຊ້ງານຂອງກະເປົາເງິນຕ່າງໆເພື່ອໃຫ້ເໝາະສົມ. ກະເປົາເງິນທັງສອງປະເພດລ້ວນແຕ່ເປັນອີກໜຶ່ງໃນທາງເລືອກໃນການເກັບຮັກສາແລະ ເຂົ້າເຖິງຫຼຽນ crypto ຂອງທ່ານຢ່າງປອດໄພນອກເໜືອຈາກການຮັກສາຫຼຽນຂອງທ່ານໄວ້ໃນເວັບເທຣດ. ຢ່າງໃດກໍຕາມ, ຍັງມີປັດໄຈອື່ນໆອີກທີ່ຕ້ອງພິຈາລະນາໃນເວລາວາງແຜນການລົງທຶນ. ເພື່ອເບິ່ງວ່າວິທີການໃດທີ່ເໝາະສົມທີ່ສຸດສໍາລັບວິທີການລົງທຶນຂອງຕົນເອງຫຼາຍທີ່ສຸດ.

ທີ່ມາ:

hardware-wallet

hot-wallet

thestorythailand

bitkub

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/